ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການຢ້ຽມຢາມພົບປະຂອງ ປະທານາທິບໍດີ ມົງໂກລີ

    

   

  

20231106 Lao PM MGR P

Lao Mongkolia1

Lao Mongkolia2

     

 

ໃນຕອນບ່າຍຂອງວັນທີ 6 ພະຈິກ 2023, ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຢາມພົບປະຂອງ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍດີ ແຫ່ງ ມົງໂກລີ ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 5-6 ພະຈິກ 2023.

   

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ຂອງ ພະນະທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ແລະ ຄະນະ ໃນຄັ້ງນີ້, ເຊິ່ງຈະເປັນຂີດໝາຍປະຫວັດສາດອັນສໍາຄັນອີກບາດກ້າວໜຶ່ງ ຂອງການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ແລະ ປະກອບສ່ວນສໍາຄັນໃນການເພີ່ມທະວີ-ຮັດ​ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນ​ດີງາມລະຫວ່າງສອງປະເທດ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ; ພ້ອມທັງໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ລະຫວ່າງ ປະທານປະເທດ ລາວ ແລະ ປະທານາທິບໍດີ ມົງໂກລີ ລວມທັງການລົງນາມເອກະສານຮ່ວມມືສອງຝ່າຍ ລາວ-ມົງໂກລີ ຈໍານວນ 7 ສະບັບ. ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືດ້ານການສຶກສາຂອງສອງປະເທດ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ໄດ້ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະພາກທຸລະກິດຂອງສອງປະເທດ. ໃນໂອກາດດັ່ງກ່າວ, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ການຈັດກິດຈະກໍາຕ່າງໆ ໃນປີ 2022 ຜ່ານມາ ເພື່ອສະເຫຼີມສະຫຼອງສາຍພົວພັນການທູດ ລາວ - ມົງໂກລີ ຄົບຮອບ 60 ປີ, ຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານມົງໂກລີ ໃນໄລຍະຜ່ານມາ ໂດຍສະເພາະ ຂະເເໜງການສຶກສາ, ສາທາລະນະສຸກ, ກະສິກໍາ ເປັນຕົ້ນ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງໄດ້ຊຸກຍູ້ໃນພາກທຸລະກິດ ເເລະ ສະພາການຄ້າ ເເລະ ອຸດສາຫະກໍາຂອງສອງຝ່າຍ ສືບຕໍ່ຮ່ວມມືກັນ ເພື່ອອໍານວຍຄວາມສະດວກໃຫ້ເເກ່ນັກລົງທຶນຂອງສອງປະເທດ. ນອກຈາກນີ້, ຍັງໄດ້ເຊີນຊວນນັກທ່ອງທ່ຽວມົງໂກລີ ເຂົ້າມາທ່ອງທ່ຽວລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະໃນໂອກາດທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ໄປພ້ອມກັບການເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້.

    

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະຫລອດໄລຍະ 6 ທົດສະວັດຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ ເປັນກ້າວໆມາ, ພ້ອມທັງຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນກຸ່ມປະເທດກໍາລັງພັດທະນາ ທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs), ໃນຂອບອາຊຽນ ເເລະ ອົງການສະຫະປະຊາຊາດ.

     

ໃນຂະນະດຽວກັນ, ພະນະທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ກໍ່ໄດ້ສະແດງຄວາມຍິນດີ ແລະ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ ໂດຍສະເພາະແມ່ນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກໍ່ຄື ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ. ພ້ອມທັງໄດ້ລາຍງານສະພາບການພັດທະນາປະເທດໂດຍຫຍໍ້ ເເລະ ແຜນການຈັດກອງປະຊຸມສາກົນສໍາຄັນຕ່າງໆ ເເລະ ໄດ້ເຊື້ອເຊີນພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມ.

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508864
ມື້ນີ້259
ມື້ວານ381
ອາທິດນີ້1517
ເດືອນນີ້7254