ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ ປະຈຳ ລາວ

 

FMreceivedSwiss 1FMreceivedSwiss 2

 

ໃນຕອນບ່າຍຂອງວັນທີ 2 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເປໂດຣ ສະວາເລັນ (Pedro Zwahlen), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະມາພັນທະລັດ ສະວິດ ປະຈຳ ລາວ, ເຊິ່ງມີສໍານັກງານຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ.

 

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ຕໍ່ ທ່ານ Pedro Zwahlen ທີ່ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ. ພ້ອມກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕີ​ລາ​ຄາ​ສູງ​ຕໍ່ການ​ພົວ​ພັນ ແລະ ການ​ຮ່ວມ​ມືອັນ​ດີ ລະ​ຫວ່າງ ສ​ປ​ປ ລາວ ແລະ ສະວິດ ຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກັນຍາ 1963, ສປປ ລາວ ແລະ ສະ​ວິດ ໄດ້ມີການພົວພັນຮ່ວມມືອັນດີນຳກັນ ແລະ ມີທ່າເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ເຊິ່ງປີນີ້້ຖືເປັນປີທີ່ມີຄວາມໝາຍສໍາຄັນທີ່ສອງຝ່າຍຮ່ວມກັນ ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ ລະ​ຫວ່າງ ສ​ປ​ປ ລາວ ແລະ ສະ​ວິດ ຄົບ​ຮອບ 60 ປີ ແລະ ພິທີສະເຫຼີມສະຫຼອງດັ່ງກ່າວ ກໍ່ຈະມີຂຶ້ນໃນຄ່ຳຄືນຂອງມື້ນີ້  (ວັນທີ 2 ພະຈິກ 2023).  ນອກນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມເປັນປະທານ ອາຊຽນ ຂອງ ສປປ ລາວ ແລະ ເປີດປີທ່ອງທ່ຽວລາວ ໃນປີ 2024.

 

ໃນຂະນະດຽວກັນ, ທ່ານ ເອກອັກຄະລັດຖະທູດ Pedro Zwahlen ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ ​ຕໍ່​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນຂອງ​ ທ່ານ ​ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ທັງຍັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອແກ່ ສປປ ລາວ, ລວມເຖິງການເປັນປະທານອາຊຽນຂອງ ສປປ ລາວ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຍັງໄດ້ສະແດງຄວາມຫວັງວ່າ ໃນໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈະເຮັດສຸດຄວາມສາມາດເພື່ອສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ສະວິດ-ລາວ ໃຫ້ນັບມື້ນັບດີຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508786
ມື້ນີ້181
ມື້ວານ381
ອາທິດນີ້1439
ເດືອນນີ້7176