ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ໄທ ພົບປະສອງຝ່າຍ ທີ່ ນະຄອນຫຼວງວຽງຈັນ

 

DPMlaothai4DPMlaothai2

 

ໃນຕອນບ່າຍຂອງວັນທີ 30 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ປານປຣີ ພະຫິດທານຸກອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ.

 

DPMlaothai3

 

ໃນໂອກາດນີ້, ພະນະທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ທີ່ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມໝາຍໝັ້ນ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານ ຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ກ້າວສູ່ລວງເລິກ ກໍ່ຄື ການສືບຕໍ່ຈັດຕັ້ງປະຕິບັດຄໍາໝາຍໝັ້ນ ແລະ ບັນດາຂໍ້ຕົກລົງຕ່າງໆ ທີ່ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນ ເປັນຕົ້ນແມ່ນ ແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026), ຜົນຂອງກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລາວ-ໄທ (JC) ແລະ ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ (JBC) ໃຫ້ປະກົດຜົນເປັນຮູບປະທໍາຢ່າງຕໍ່ເນື່ອງ. ສອງຝ່າຍໄດ້ທົບທວນ ແລະ ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມຈອດ ຂົວ-ທາງ, ການສ້າງຂົວຂ້າມນໍ້າຂອງສໍາລັບລົດໄຟ, ການຮ່ວມມືດ້ານພະລັງງານ, ແຮງງານ, ດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ການຮ່ວມມືເພື່ອການພັດທະນາ. ສອງຝ່າຍ ເຫັນດີຈະຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ປຶກສາຫາລືກັນ ເພື່ອສົ່ງເສີມການຄ້າຂອງສອງປະເທດໃຫ້ມີປະລິມານເພີ່ມຫຼາຍຂຶ້ນຕື່ມ ໂດຍການແກ້ໄຂຄວາມບໍ່ສະດວກຕ່າງໆ ໃນການດໍາເນີນການຄ້າ ແລະ ເຮັດທຸລະກິດຕ່າງໆຮ່ວມກັນ; ຈະສົ່ງເສີມການທ່ອງທ່ຽວ ລະຫວ່າງສອງປະເທດ ໂດຍສະເພາະ ການທ່ອງທ່ຽວຊາຍແດນ ລວມທັງການນໍາໃຊ້ສະຖານີລົດໄຟ ລາວ-ໄທ (ຄໍາສະຫວາດ) ໃຫ້ມີຜົນປະໂຫຍດ ເພື່ອການສົ່ງເສີມການທ່ອງທ່ຽວ ໃນໂອກາດທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ໃນປີໜ້າ 2024 ນີ້; ຈະປຶກສາຫາລືກັນຕື່ມ ເພື່ອສືບຕໍ່ການປັກຫຼັກໝາຍຊາຍແດນຮ່ວມກັນ ໃຫ້ສໍາເລັດໃນອະນາຄົດ; ສືບຕໍ່ປຶກສາກັນເລື່ອງການຮ່ວມມື ໃນການຄຸ້ມຄອງໝອກຄວັນຂ້າມແດນ ເພື່ອຮັກສາສິ່ງແວດລ້ອມທີ່ດີຮ່ວມກັນ; ແລະ ສອງປະເທດ ຈະສືບຕໍ່ສົ່ງເສີມທ່າແຮງຂອງກັນ ແລະ ກັນ ເພື່ອເປັນປະໂຫຍດແກ່ການພັດທະນາເສດຖະກິດ ຂອງສອງປະເທດ.

 

ໃນໂອກາດດັ່ງກ່າວ, ພະນະທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າຂອງການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ກໍ່ຄື ແຜນການຈັດກອງປະຊຸມສໍາຄັນຕ່າງໆ. ພະນະທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການເປັນປະທານອາຊຽນຄັ້ງຜ່ານມາ ພ້ອມທັງສະແດງຄວາມຫວັງວ່າ ຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກຝ່າຍໄທ ຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

 

ໃນຂະນະດຽວກັນ, ພະນະທ່ານ ຮອງນາຍົກລັດຖະມົນຕີ ປານປຣີ ພະຫິດທານຸກອນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ພ້ອມທັງຈະຊຸກຍູ້ຂະແໜງການກ່ຽວຂ້ອງຂອງຝ່າຍໄທ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງເຫັນດີຂອງສອງຝ່າຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງຈະສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນອະນາຄົດ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508938
ມື້ນີ້70
ມື້ວານ263
ອາທິດນີ້1591
ເດືອນນີ້7328