ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື

 

LaoThai2LaoThai3

 

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍ່ຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາເເບບຍືນຍົງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

 

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ສຳນັກງານນາຍົກລັດຖະມົນຕີ, ໃຫ້ກຽດຕ້ອນຮັບໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ. ພາຍຫຼັງສຳເລັດພິທີຕ້ອນຮັບ, ສອງຝ່າຍ ກໍ່ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມພົບປະຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນ, ເຊິ່ງ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ພະນະທ່ານ ນາຍົກລັດຖະມົນຕີ ເສດຖາ ທະວີສິນ ທີ່ໄດ້ນຳພາຄະນະຜູ້ແທນ ມາຢ້ຽມຢາມທາງການຢູ່ ສປປ ລາວ ເປັນຄັ້ງທຳອິດ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີໄທ ຄົນໃຫມ່, ເຊິ່ງຈະເປັນການປະກອບສ່ວນອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານຂອງສອງປະເທດ ກໍ່ຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃຫ້ໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນ ຢ່າງບໍ່ຢຸດຢັ້ງ. ໃນໂອກາດນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ພ້ອມທັງກໍານົດແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ສອງຝ່າຍຈະສືບຕໍ່ປຶກສາຫາລືກັນ ເພື່ອເພີ່ມບໍລິມາດທາງດ້ານການຄ້າສອງຝ່າຍໃຫ້ຫຼາຍຂຶ້ນຕື່ມ, ການເຊື່ອມຈອດຂົວ-ທາງ ແລະ ທາງລົດໄຟ ກໍ່ຄື ການສ້າງຂົວລົດໄຟສະເພາະ, ການທ່ອງທ່ຽວ ລວມທັງການທ່ອງທ່ຽວຕາມເມືອງຮອງ ແລະ ແຂວງຕາມຊາຍແດນ ລາວ-ໄທ, ພະລັງງານ, ການຮ່ວມມືເພື່ອການພັດທະນາ, ການສ້າງຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ແຮງງານ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງການຮ່ວມມືກັນໃນການຄຸ້ມຄອງບັນຫາເລື່ອງໝອກຄວັນຂ້າມແດນຮ່ວມກັນ. ສອງຝ່າຍ ເຫັນດີຊຸກຍູ້ກົນໄກການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ແລະ ກະຊວງພານິດຂອງໄທ ເພື່ອປຶກສາຫາລືກັນສ້າງເງື່ອນໄຂອຳນວຍຄວາມສະດວກໃນການສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ຫຼາຍຂຶ້ນອີກໃນຕໍ່ຫນ້າ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືດ້ານພະລັງງານໄຟຟ້າ ທີ່ໄດ້ເປັນເອກະພາບຮ່ວມກັນໃນການຊື້-ຂາຍໄຟຟ້າ ຈຳນວນ 10,500 ເມັກກາວັດ (MW), ເຊິ່ງສາມາດປະຕິບັດໄດ້ແລ້ວ 5,929 (MW) ແລະ ຈະສືບຕໍ່ສະໜອງໃຫ້ໄດ້ຕາມກໍານົດໃນຕໍ່ຫນ້າ ແລະ ປຶກສາຫາລືກັນ ເພື່ອເພີ່ມຂຶ້ນຕື່ມ. ສອງຝ່າຍ ເຫັນດີຈະສືບຕໍ່ໃຫ້ການສະໜັບສະຫນູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນປີ 2024 ທີ່ລາວຈະເປັນປະທານອາຊຽນນີ້.

 

ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ-ການລົງທຶນ ລາວ-ໄທ ທີ່ສືບຕໍ່ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊິ່ງປັດຈຸບັນ ໄທ ເປັນຄູ່ຄ້າອັນດັບໜຶ່ງຂອງລາວ, ເປັນຜູ້ລົງທຶນ ອັນດັບ 3 ຂອງການລົງທຶນຈາກຕ່າງປະເທດໃນລາວ ແລະ ມີບົດບາດສໍາຄັນໃນການພັດທະນາພື້ນຖານໂຄງລ່າງ, ເຊິ່ງສອດຄ່ອງກັບເປົ້າຫມາຍການຫັນປະເທດຈາກບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ກັບອະນຸພາກພື້ນ ແລະ ພາກພື້ນ. ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຫຼວງຫຼາຍ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ແລະ ປະຊາຊົນໄທ ຈະສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ສປປ ລາວ ຕື່ມອີກໃນຕໍ່ຫນ້າ ໂດຍສະເພາະ ການກະກຽມການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ.

 

ໃນຂະນະດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ເສດຖາ ທະວີສິນ ກໍ່ໄດ້ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມພົບປະສອງຝ່າຍ ລາວ-ໄທ ຄັ້ງນີ້ ພ້ອມທັງຈະສືບຕໍ່ຊຸກຍູ້ໃຫ້ບັນດາຂະແໜງການກ່ຽວຂ້ອງຂອງຝ່າຍໄທ ນຳເອົາຜົນຂອງການພົບປະຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຍິ່ງໆຂຶ້ນ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ. ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ໄທ ໄດ້ເຊື້ອເຊີນ ພະນະທ່ານ ນາຍົກລັດຖະມົນຕີ ລາວ ໄປຢ້ຽມຢາມທາງການ ທີ່ ຣາຊະອານາຈັກໄທ ໃນປີ 2024 ນີ້, ເຊິ່ງ ພະນະທ່ານ ນາຍົກລັດຖະມົນຕີ ລາວ ກໍ່ໄດ້ຕອບຮັບ ແລະ ໃຫ້ສືບຕໍ່ປຶກສາກັນລະອຽດ ຜ່ານຊ່ອງທາງການທູດຕື່ມ.

 

LaoThai4

 

ພາຍຫລັງສຳເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍ່ໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານການຮ່ວມມືສອງຝ່າຍ ຈຳນວນ 2 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການແລກປ່ຽນດ້ານວັດທະນະທຳ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ ແຫ່ງ ຣາຊະອານາຈັກໄທ; ແລະ 2) ບົດບັນທຶກ ວ່າດ້ວຍ ການສ້າງຄວາມອາດສາມາດ ແລະ ແຜນພັດທະນາທຸລະກິດການບໍລິການລົດໄຟ ລາວ-ໄທ ລະຫວ່າງ ບໍລິສັດລັດວິສາຫະກິດລົດໄຟແຫ່ງຊາດ ແລະ ອົງການ ນີດາ (NEDA).

 

LaoThai5

 

ຫຼັງຈາກນັ້ນ, ກໍ່ໄດ້ມີພິທີ ມອບ-ຮັບ ໂຄງການຊ່ວຍເຫຼືອ ຈາກ ລັດຖະບານໄທ, ເຊິ່ງມອບໂດຍ ພະນະທ່ານ ນາຍົກລັດຖະມົນຕີ ເສດຖາ ທະວີສິນ ແລະ ຮັບໂດຍ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ເຊິ່ງປະກອບມີ: 1) ມອບ-ຮັບ ສູນຮຽນຮູ້ ເພື່ອການພັດທະນາກະສິກຳແບບຍືນຍົງ (ຢູ່ໂຮງຮຽນເຕັກນິກ-ວິຊາຊີບ ແຂວງອັດຕະປື), ແລະ 2) ມອບ-ຮັບ ສວນພຶກສາສາດມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 70 ປີ.

 

LaoThai6

 

ໃນວັນດຽວກັນນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ຍັງໄດ້ເຂົ້າຮ່ວມພິທີເປີດການນໍາໃຊ້ສະຖານີລົດໄຟວຽງຈັນ (ຄຳສະຫວາດ) ອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508840
ມື້ນີ້235
ມື້ວານ381
ອາທິດນີ້1493
ເດືອນນີ້7230