ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫົວຫນ້າຄະນະຜູ້ແທນ ສປປ ລາວ ກ່າວຄໍາປາໄສ ໃນກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 78

    

   

  

20230923 DPM UNGA 1

20230923 DPM UNGA 2

20230923 DPM UNGA 3

  

  

  

ໃນວັນທີ 23 ກັນຍາ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວຄໍາປາໄສ ໃນພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ສະ ໄໝທີ 78 ທີ່ນະຄອນ ນິວຢອກ. ທ່ານ ໄດ້ຕີລາຄາວ່າ ໃນປັດຈຸບັນ ປະຊາຄົມໂລກ ພວມປະເຊີນຫນ້າກັບວິກິດການ ໃນລະດັບທີ່ບໍ່ເຄີຍປະສົບພົບພໍ້ມາກ່ອນ ເປັນຕົ້ນແມ່ນ ຄວາມທຸກຍາກທີ່ມີເພີ່ມຂຶ້ນ, ລະບົບການເງິນສາກົນຍັງຂາດຄວາມຍຸຕິທຳ, ໄພພິບັດທຳມະຊາດຮ້າຍແຮງທີ່ເກີດຖີ່ຂຶ້ນ, ຂໍ້ຂັດແຍ່ງດ້ານອາວຸດທີ່ພວມແຜ່ລາມ, ແລະ ອື່ນໆ ເຊິ່ງທັງໝົດ ບໍ່ພຽງແຕ່ກີດຂວາງການພັດທະນາໃນຂອບເຂດທົ່ວໂລກ, ແຕ່ກາຍເປັນໄພຂົ່ມຂູ່ຕໍ່ການດຳລົງຄົງຕົວຂອງມວນມະນຸດໃນໂລກ. ດັ່ງນັ້ນ, ຈິ່ງຮຽກຮ້ອງໃຫ້ປະຊາຄົມໂລກ ຕ້ອງເພີ້ມທະວີຄວາມສາມັກຄີກັນ ແລະ ຍົກສູງຄວາມເປັນເອກະພາບ ບົນພື້ນຖານຫຼັກການທີ່ກໍານົດໄວ້ຢູ່ໃນ ກົດບັດ ສປຊ ແລະ ກົດຫມາຍສາກົນ, ພ້ອມທັງຈໍາເປັນ ຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ຂອບການຮ່ວມມືຫຼາຍຝ່າຍ, ເດັດດ່ຽວຫຼີກເວັ້ນການປະເຊີນໜ້າກັນ ແລະ ການສ້າງຄວາມແຕກແຍກ. ພ້ອມກັນນີ້, ອົງການ ສປຊ ຕ້ອງໄດ້ຮັບການປະຕິຮູບ ເພື່ອສາມາດປະຕິບັດຕາມພາລະບົດບາດໄດ້ຢ່າງມີປະສິດທິຜົນສູງ ໃນທ່າມກາງສະພາບພູມສາດການເມືອງໃນໂລກ ພວມປ່ຽນແປງໄວ, ເພື່ອສາມາດແກ້ໄຂສິ່ງທ້າທາຍທີ່ເປັນໄພຂົ່ມຂູ່ ຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການພັດທະນາແບບຍືນຍົງ. ສປປ ລາວ ສືບຕໍ່ສະຫນັບສະຫນູນການແກ້ໄຂຂໍ້ຂັດແຍ່ງໃນໂລກ ດ້ວຍສັນຕິວິທີ ເຊິ່ງເປັນວິທີທາງພຽງຫນຶ່ງດຽວ ເພື່ອຮັບປະ ກັນການຢູ່ຮ່ວມກັນໂດຍສັນຕິ ແລະ ປົກປັກຮັກສາສັນຕິພາບໃຫ້ຍືນຍາວ. ສປປ ລາວ ເຊື່ອຫມັ້ນວ່າ ມາດຕະການບີບບັງຄັບຝ່າຍດຽວ ບໍ່ພຽງແຕ່ຂັດກັບຫຼັກການຂອງ ກົດບັດ ສປຊ ແລະ ກົດໝາຍສາກົນເທົ່ານັ້ນ, ແຕ່ຍັງກໍ່ໃຫ້ເກີດຜົນກະທົບຢ່າງຮ້າຍແຮງ ຕໍ່ປະຊາຊົນຜູ້ບໍລິສຸດໃນທົ່ວໂລກ.

  

ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໄດ້ດໍາເນີນມາເຖິງໄລຍະກາງສະໄໝ, ແຕ່ຄວາມຄືບໜ້າໂດຍລວມແມ່ນຍັງຊັກຊ້າ. ສະນັ້ນ, ພວກເຮົາຕ້ອງສືບຕໍ່ຄວາມພະຍາຍາມຮ່ວມກັນ, ເຊິ່ງລວມທັງ ການນໍາໃຊ້ຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເລັ່ງລັດການພັດທະນາແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ. ເພື່ອບັນລຸເປົ້າຫມາຍດັ່ງກ່າວ, ອົງການເຄືອຂ່າຍ ສປຊ ແລະ ສະຖາບັນການເງິນສາກົນ ຕ້ອງຮ່ວມກັນປະຕິບັດວຽກງານເພື່ອການພັດທະນາ ໃຫ້ກົມກຽວກັນຂຶ້ນກ່ວາເກົ່າ ເພື່ອສາມາດລະດົມທຶນຮອນ ແລະ ຊັບພະຍາກອນໃຫ້ພຽງພໍ ເພື່ອແກ້ໄຂສະພາບຄວາມຈໍາເປັນພິເສດດ້ານການພັດທະນາ. ສິ່ງດັ່ງກ່າວ ຈະບໍ່ສາມາດເຮັດສໍາເລັດໄດ້ ຖ້າປາສະຈາກການມີສ່ວນຮ່ວມ ຂອງປະເທດກໍາລັງພັດທະນາ ໃນຂະບວນການຕັດສິນບັນຫາດ້ານເສດຖະກິດ ແລະ ການຄ້າສາກົນ, ລວມທັງ ການກໍານົດລະບຽບການ ແລະ ການຄຸ້ມຄອງ ໃຫ້ສອດຄ່ອງກັບສະພາບເສດຖະກິດສາກົນ ທີ່ມີການປ່ຽນແປງໄວ.

  

ສໍາລັບ ສປປ ລາວ, ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແມ່ນຄວາມຫມາຍຫມັ້ນທາງການເມືອງ ໃນລະດັບປະເທດ, ເພາະນອກຈາກ 17 ເປົ້າໝາຍຂອງສາກົນແລ້ວ, ສປປ ລາວ ຍັງມີເປົ້າຫມາຍທີ 18 “ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ເປັນເປົ້າຫມາຍແຫ່ງຊາດ.​ ບັນຫາລະເບີດບໍ່ທັນແຕກຕົກ ຍັງສືບຕໍ່ກີດຂວາງ ການພັດທະນາປະເທດ ແລະ ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນຜູ້ບໍລິສຸດ. ພວກຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງວົງຄະນາຍາດສາກົນ ເພື່ອສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການແກ້ໄຂບັນຫາດັ່ງກ່າວ ທີ່ຍັງແກ່ຍາວມາດົນ. ສປປ ລາວ ເປັນປະເທດໜຶ່ງທີ່ມີແຫຼ່ງຊັບພະຍາກອນທໍາມະຊາດອັນອຸດົມສົມບູນ ແລະ ຄວາມຫລາກຫລາຍດ້ານຊີວະນາໆພັນ. ລັດຖະບານ ລາວ ໄດ້ສົ່ງເສີມການພັດທະນາ ແລະ ເຕີບໂຕສີຂຽວ, ເພີ່ມທະວີການນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງຍິ່ງຂຶ້ນ. ເຖິງແມ່ນວ່າ ສປປ ລາວ ຈະເປັນໜຶ່ງໃນບັນດາປະເທດ ທີ່ປ່ອຍມົນລະພິດໃນປະລິມານໜ້ອຍທີ່ສຸດໃນໂລກ, ແຕ່ໄດ້ຮັບຜົນກະທົບທີ່ຮ້າຍແຮງຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ຄືກັບຫຼາຍປະເທດ, ພ້ອມທັງສືບຕໍ່ມີຄວາມໝາຍໝັ້ນຢ່າງແຮງກ້າ ໃນການປະຕິບັດພັນທະສາກົນ ເພື່ອຕ້ານການປ່ຽນແປງຂອງສະພາບດິນຟ້າອາກາດ. ສປປ ລາວ ຈິ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ປະຕິບັດຕາມຄຳໝາຍໝັ້ນໃນການສະໜອງທຶນ ເພື່ອແກ້ໄຂບັນຫາດັ່ງກ່າວໃນໂລກ.

  

ປີນີ້ ແມ່ນ​ຄົບ​ຮອບ 56 ປີ ແຫ່ງ​ການ​ສ້າງ​ຕັ້ງປະຊາ​ຄົມບັນ​ດາ​ປະ​ຊາ​ຊາດ ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ (ອາ​ຊຽນ). ອາ​ຊຽນ ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ລະ​ຫວ່າງ​ລັດ​ຖະ​ບານ ເພື່ອ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ທີ່ເວ​ລາ​ໃດ ​ກໍ​ໄດ້​ຢຶດ​ຫມັ້ນ​ຕໍ່​ການ​ຮ່ວມ​ມື​ພາກ​ພື້ນ ແລະ ການ​ຮ່ວມ​ມື​ຫລາຍ​ຝ່າຍ, ທັງ​ມີບົດ​ບາດ​ເປັນ​ແກນ​ກາງ ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ສົ່ງ​ເສີມ ສັນ​ຕິ​ພາບ, ຄວາມ​ຫມັ້ນ​ຄົງ ແລະ ການ​ພັດ​ທະ​ນາ. ອາ​ຊຽນ ມີ​ຄວາມ​ຫມາຍ​ຫມັ້ນ ເພື່ອສືບ​ຕໍ່ການສ້າງ​ປະ​ຊາ​ຄົມ​ ​ໃຫ້​ເຂັ້ມ​ແຂງ ພ້ອມ​ທັງ​ສົ່ງ​ເສີມ​ຄວາມ​ເປັນ​ເອກ​ກະ​ພາບ ແລະ ຄວາມ​ເປັນ​ແກນ​ກາງ​ໃນ​ການພົວ​ພັນ ແລະ ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ ໂດຍ​ຜ່ານບັນ​ດາ​ກົນ​ໄກ​ທີ່ ​ອາ​ຊຽນ ​ເປັນ​ຜູ້​ນຳ​ພາ, ແນ​ໃສ່ເພື່ອສ້າງສະ​ພາບ​ແວດອ​ອ້ມທີ່​ເອື້ອ​ອຳ​ນວຍ​ ໃຫ້ແກ່ ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ກ້າວ​ຫນ້າ ໃນ​ພາກ​ພື້ນ ແລະ ໃນ​ໂລກ. ໃນປີ 2024 ສ​ປ​ປ ລາວ ຈະໄດ້ຮັບກຽດຈະເຮັດຫນ້າທີ່ ​ເປັນ​ປະ​ທານ​ອາ​ຊຽນ ໂດຍພາຍ​ໃຕ້ ຄຳ​ຂວັນ ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ ແລະ ຄວາມ​ເຂັ້ມ​ແຂງອາ​ຊຽນ. ສ​ປ​ປ ລາວ ຈະສືບຕໍ່ເສີມ​ຂະ​ຫຍາຍບັນ​ດາ​ຜົນ​ສຳ​ເລັດ​ຂອງ ​ອາ​ຊຽນ ​ເພື່ອສືບ​ຕໍ່​ສ້າງປະ​ຊາ​ຄົມ ​ອາ​ຊຽນ ໃຫ້​ເຂັ້ມ​ແຂງ ແລະ ເຮັດ​ແຫນ້ນ​ການ​ພົວ​ພັນ​ກັບ​ພາຍນອກ​, ແນ​ໃສ່​ເຮັດ​ໃຫ້​ພາກ​ພື້ນນີ້ມີ ສັນຕິພາບ, ມີຄວາມຜາສຸກ, ມີ​ການ​ເຊື່ອມ​ຈອດ ແລະ ເຂັ້ມ​ແຂງຂຶ້ນ ກວ່າ​ເກົ່າ.

  

  

  

 

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508823
ມື້ນີ້218
ມື້ວານ381
ອາທິດນີ້1476
ເດືອນນີ້7213