ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ສືບຕໍ່ເຄື່ອນໄຫວ ແລະ ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 78, ໃນວັນທີ 20 ກັນຍາ 2023

   

 

    

20230920 DPM UNGA 1

20230920 DPM UNGA 2

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ 

ພົບປະກັບ ທ່ານ ນາງ ອາມີນາ ໂມຮາມັດ (Amina J. Mohamed), ຮອງເລຂາທິການໃຫຍ່ ອົງການ ສປຊ

 

    

ໃນວັນທີ 20 ກັນຍາ 2023 ທີ່ ນະຄອນ ນິວຢອກ, ສ.ອາເມລິກາ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 ແລະ ພົບປະສອງຝ່າຍກັບຕາງໜ້າຂັ້ນສູງຂອງ ອົງການ ສປຊ ແລະ ປະເທດເພື່ອນມິດ, ເຊິ່ງໃນນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ພົບປະກັບ ທ່ານ ນາງ ອາມີນາ ໂມຮາມັດ (Amina J. Mohamed), ຮອງເລຂາທິການໃຫຍ່ ອົງການ ສປຊ  ເພື່ອແລກປ່ຽນຄຳຄິດເຫັນ ກ່ຽວກັບ ຂອບການຮ່ວມມືດ້ານການພັດທະນາ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ, ການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ (ປພຍ) ແລະ ບັນດາແຜນງານຂອງສາກົນໃນລະດັບປະເທດ, ການສືບຕໍ່ເສີມຂະຫຍາຍບົດບາດຂອງ ອົງການ ສປຊ ໃນວຽກງານສົ່ງເສີມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນໂລກ, ການປັບປຸງລະບົບການເຮັດວຽກຂອງບັນດາອົງການເຄືອຂ່າຍ ສປຊ ໃນລະດັບປະເທດ ແລະ ການຍົກສູງບົດບາດຂອງຫ້ອງການຜູ້ປະສານງານ ສປຊ ເພື່ອສະຫນັບສະຫນູນໂຄງການພັດທະນາເສດຖະກິດ-ສັງຄົມ ໃນລະດັບປະເທດ ລວມທັງ ການສືບຕໍ່ລະດົມການຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ໂດຍສອດຄ່ອງກັບບູລິມະສິດແຫ່ງຊາດ. ທັງສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງ ແລະ ບຸລິມະສິດ ສໍາລັບການຮ່ວມມື ລາວ-ສປຊ ໃນຕໍ່ຫນ້າ ໂດຍສະເພາະການການລະດົມທຶນຮອນເພີ່ມເຕີມຈາກສະຖາບັນການເງິນ ສາກົນ ເຂົ້າໃນວຽກງານພັດທະນາໃຫ້ຫລາຍຂຶ້ນ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຕໍ່ອົງການ ສປຊ ທີ່ປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ໃນຕະຫລອດໄລຍະຫລາຍທົດສະວັດຜ່ານມາ ແລະ ທ່ານ ຮອງເລຂາທິການໃຫຍ່ ກໍໄດ້ຢ້ຳຄືນຄວາມໝາຍໝັ້ນຂອງ ອົງການ ສປຊ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາຂອງຕົນ ໂດຍຜ່ານບັນດາອົງການເຄືອຂ່າຍ ສປຊ ທີ່ພວມປະຕິບັດຫນ້າທີ່ຢູ່ໃນລະດັບປະເທດ.

  

  

  

20230920 DPM UNGA 3

ພົບປະກັບ ທ່ານ ບຸຍ ແທງ ເຊິນ (Bui Thanh Son), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

   

20230920 DPM UNGA 4

ພົບປະກັບ ທ່ານ ປານປຣີ ພະຫິດທານຸກອນ (Parnpree Phahitthanukorn), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ

   

20230920 DPM UNGA 5

ພົບປະກັບ ທ່ານ ປີເຕີ ຊິຈາໂຕ (Peter Szijiarto), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຮົງກາລີ

   

20230920 DPM UNGA 6

ເຂົ້າຮ່ວມລົງນາມໃນສົນທິສັນຍາ ວ່າດ້ວຍ ການສະຫງວນ ແລະ ການນໍາໃຊ້ຊີວະນາໆພັນແບບຍືນຍົງທາງທະເລ ຢູ່ນອກເຂດອະທິປະໄຕ (BBNJ)

  

    

ໃນວັນດຽວກັນນີ້, ຫົວໜ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງ ເຊັ່ນ ທ່ານ ບຸຍ ແທງ ເຊິນ (Bui Thanh Son), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ທ່ານ ປານປຣີ ພະຫິດທານຸກອນ (Parnpree Phahitthanukorn), ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ປີເຕີ ຊິຈາໂຕ (Peter Szijiarto), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຮົງກາລີ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນຂອບສອງຝ່າຍ, ຫລາຍຝ່າຍ ແລະ ແລກປ່ຽນທັດສະນະ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ລວມທັງ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມລົງນາມໃນສົນທິສັນຍາ ວ່າດ້ວຍ ການສະຫງວນ ແລະ ການນໍາໃຊ້ຊີວະນາໆພັນແບບຍືນຍົງທາງທະເລ ຢູ່ນອກເຂດອະທິປະໄຕ (BBNJ) ເຊິ່ງເປັນສົນທິສັນຍາຍ່ອຍ ພາຍໃຕ້ຂອບລວມ ຂອງສົນທິສັນຍາ ສປຊ ວ່າດ້ວຍ ກົດໝາຍທະເລ, ມີເປົ້າຫມາຍເພື່ອສະຫງວນ ແລະ ນໍາໃຊ້ຊີວະນາໆພັນທາງທະເລ ແບບຍືນຍົງ, ໂດຍສອດຄ່ອງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ.

   

ນອກຈາກນີ້, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຊິ່ງປະກອບດ້ວຍ ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງລັດຖະມົນຕີ ກະຊວງການເງິນ ແລະ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກໍໄດ້ເຂົ້າຮ່ວມບັນດາກອງປະຊຸມລະດັບສູງ ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ຕິດພັນກັບວຽກງານ ແລະ ພາລະບົດບາດຂອງແຕ່ລະພາກສ່ວນ,​ ເຊິ່ງໃນນັ້ນ ລວມມີ ກອງປະຊຸມລະດັບສູງ ວ່າດ້ວຍການກະກຽມຕ້ານ ແລະ ຕອບໂຕ້ ການແຜ່ລະບາດຂອງພະຍາດຮ້າຍແຮງ (Pandemic Prevention Preparedness and Response), ກອງປະຊຸມສຸດຍອດດ້ານສິ່ງແວດລ້ອມ (Climate Action Summit), ພາກປຶກສາຫາລືໃນລະດັບຜູ້ນໍາ ພາຍໃຕ້ກອງປະຊຸມສຸດຍອດ ປພຍ (Leaders’ Dialogues of the SDG Summit), ກອງປະຊຸມລະດັບລັດຖະມົນຕີ ພາຍໃຕ້ຂອບການຮ່ວມມື ອາຊີ (ACD),​ ກອງປະຊຸມລະດັບລັດຖະມົນຕີ ວ່າດ້ວຍການສະຫນອງທຶນເພື່ອການພັດທະນາ (Financing for Development) ແລະ ອື່ນໆ.

  

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508933
ມື້ນີ້65
ມື້ວານ263
ອາທິດນີ້1586
ເດືອນນີ້7323