ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສຳເລັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງກະຊວງການຕ່າງປະເທດ

    

   

  

 20230320 MOFA LaoYouth 1

20230320 MOFA LaoYouth 2

20230320 MOFA LaoYouth 10

  

ໃນຕອນບ່າຍ ຂອງວັນທີ 20 ມີນາ 2023 ທີ່ ກະຊວງການຕ່າງປະເທດ, ໄດ້ມີການຈັດຕັ້ງກອງປະຊຸມສະຫຼຸບວຽກງານຊາວໜຸ່ມປະຈໍາປີ 2022 ແລະ ກໍານົດທິດທາງແຜນການປີ 2023 ໂດຍການໃຫ້ກຽດເປັນປະທານ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມທັງ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ມອນໄຊ ລາວມົວຊົ່ງ, ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາສະຫາຍຄະນະພັກກະຊວງ, ເລຂາໜ່ວຍພັກ ແລະ ຕາງໜ້າໜ່ວຍພັກ ຈາກຫ້ອງການ ແລະ ບັນດາກົມຕ່າງໆ ຂອງກະຊວງການຕ່າງປະເທດ, ແຂກຖືກເຊີນ ຈາກສູນກາງຊາວໜຸ່ມ ແລະ ກະຊວງອ້ອມຂ້າງຈໍານວນໜຶ່ງ, ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

   

ກອງປະຊຸມຄັ້ງນີ້, ສະຫາຍ ນ. ມຸກດາວັນ ສີສຸລິດ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງ ປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈໍາປີ 2022 ເຊິ່ງຍົກໃຫ້ເຫັນເຖິງບັນດາຜົນງານພົ້ນເດັ່ນ ແລະ ບາງດ້ານທີ່ຕ້ອງໄດ້ເອົາໃຈໃສ່ໃນການເຄື່ອນໄຫວໃນໄລຍະຜ່ານມາ ໂດຍສະເພາະການລົງເລິກ ດ້ານການເມືອງ-ແນວຄິດ ຕໍ່ສະມາຊິກຊາວໜຸ່ມ ໃນໄລຍະທີ່ມີສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການດໍາລົງຊີວິດຂອງສະມາຊິກຊາວໜຸ່ມ ໃນປັດຈຸບັນ. ພ້ອມກັນນັ້ນ, ສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ຍັງໄດ້ກໍານົດທິດທາງແຜນການເຄື່ອນໄຫວວຽກງານຊາວໜຸ່ມ ປະຈໍາປີ 2023 ເຊິ່ງຕິດພັນກັບບັນດາໂຄງການ, ແຜນງານ ທີ່ຄະນະບໍລິຫານງານຊາວໜຸ່ມ ຄັ້ງທີ XI ໃຫ້ສໍາເລັດຕາມລໍາດັບຄາດໝາຍທີ່ວາງໄວ້.

       

 

 

20230320 MOFA LaoYouth 3

20230320 MOFA LaoYouth 4

ພິທີມອບ-ຮັບຫຼຽນກາລະນຶກ 65 ປີ ຄຊປປລ ແລະ ຫຼຽນຊາວໜຸ່ມຕະລຸມບອນ ໃຫ້ແກ່ຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ

  

  

20230320 MOFA LaoYouth 5

20230320 MOFA LaoYouth 6

ພິທີມອບ-ຮັບ ໃບຢັ້ງຢືນ 4 ບຸກ ໃຫ້ແກ່ບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງ ແລະ ໃບຍ້ອງຍໍຊາວໜຸ່ມຕົວແບບ ໃຫ້ແກ່ສະມາຊິກຊາວໜຸ່ມກະຊວງ ຕປທ

      

ໃນໂອກາດດຽວກັນ, ກອງປະຊຸມ ໄດ້ຈັດຕັ້ງພິທີມອບ-ຮັບຫຼຽນກາລະນຶກ 65 ປີ ຄຊປປລ ແລະ ຫຼຽນຊາວໜຸ່ມຕະລຸມບອນ ໃຫ້ແກ່ຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໂດຍໃຫ້ກຽດມອບໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ, ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ນອກນັ້ນ, ຍັງໄດ້ມີພິທີມອບ-ຮັບ ໃບຢັ້ງຢືນ 4 ບຸກ ໃຫ້ແກ່ບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງ ຈໍານວນ 17 ໜ່ວຍ ແລະ ໃບຍ້ອງຍໍຊາວໜຸ່ມຕົວແບບ ໃຫ້ແກ່ສະມາຊິກຊາວໜຸ່ມກະຊວງ ຕປທ ຈໍານວນ 21 ສະຫາຍ, ຍິງ 09 ສະຫາຍ ໂດຍໃຫ້ກຽດມອບໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

     

     

20230320 MOFA LaoYouth 7

    

ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ປະທານກອງປະຊຸມ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນດີເດັ່ນ ໃນການປະຕິບັດວຽກງານຊາວໜຸ່ມ ໃນໄລຍະ 01 ປີຜ່ານມາ, ເຫັນໄດ້ວ່າ ຄະນະບໍລິຫານງານຊາວໜຸ່ມກະຊວງ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກຊາວໜຸ່ມຂອງຕົນໃຫ້ມີຄວາມຕື່ນຕົວສູງໃນການປະຕິບັດໜ້າທີ່ວຽກງານ ກໍຄືການປະກອບສ່ວນຢ່າງຕັ້ງໜ້າປະຕິບັດສຳເລັດໜ້າທີ່ການເມືອງທີ່ ຄະນະພັກ-ຄະນະນຳກະຊວງ ວາງອອກ. ຄຽງຄູ່ກັນນັ້ນ, ຍັງສະແດງຄວາມຊົມເຊີຍ ບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງການຕ່າງປະເທດ ທີ່ໄດ້ສຳເລັດການຈັດກອງປະຊຸມປະເມີນຜົນການດຳເນີນຂໍ້ແຂ່ງຂັນວຽກງານ 4 ບຸກ, ພ້ອມນັ້ນ, ແຕ່ລະໜ່ວຍກໍ່ໄດ້ມີການຄັດເລືອກຊາວໜຸ່ມຕົວແບບດີເດັ່ນປະຈຳໜ່ວຍ ເຊິ່ງເປັນຜູ້ທີ່ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນແບບຢ່າງທີ່ດີິໃຫ້ແກ່ສະມາຊິກຊາວໜຸ່ມໃນໜ່ວຍຂອງຕົນ, ຊຶ່ງສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ໃນການປັບປຸງກົງຈັກການຈັດຕັ້ງ ກໍຄືການກໍ່ສ້າງຄວາມເຂັ້ມແຂງທາງດ້ານແນວຄິດການເມືອງ, ການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ການຈັດຕັ້ງ ແລະ ວິຊາສະເພາະ ໃຫ້ແກ່ບັນດາສະມາຊິກພາຍໃນໜ່ວຍຕົນ. ໂດຍອີງໃສ່ສະພາບລວມຂອງໂລກ ໃນ​ປັດ​ຈຸ​ບັນ​ທີ່ມີຄວາມສັບສົນ, ສະພາບການສາກົນກໍ່ຍັງສືບຕໍ່ເຄັ່ງຕຶງໃນຫຼາຍພາກພື້ນ ແລະ ຜັນປ່ຽນໄປໃນທິດທາງ ທີ່ບໍ່ສາມາດຄາດຄະເນໄດ້ ໂດຍສະເພາະ ສະພາບເສດຖະກິດຂອງໂລກ ທີ່ຍັງສືບຕໍ່ມີຄວາມຫຍຸ້ງຍາກ ແລະ ກະທົບຕໍ່ການດຳລົງຊີວິດໂດຍກົງຂອງພະນັກງານ ກໍ່ຄືສະມາຊິກຊາວໜຸ່ມ ເຊິ່ງທັງໝົດລ້ວນແຕ່ແມ່ນສິ່ງທ້າທາຍ. ກະຊວງການຕ່າງປະເທດ ມີພາລະບົດບາດ ແລະ ໜ້າທີ່ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ແລະ ເສີມຂະຫຍາຍບົດບາດການຮ່ວມມືກັບສາກົນໃຫ້ນັບມື້ນັບມີທ່າກ້າວຂຶ້ນເລື້ອຍໆ. ດັ່ງນັ້ນ, ຊາວໜຸ່ມກະຊວງການຕ່າງປະເທດໃນຖານະເປັນພະນັກງານຜູ້ສືບທອດຕ້ອງໄດ້ເອົາໃຈໃສ່ຫຼາຍບັນຫາ ເປັນຕົ້ນແມ່ນຄວາມເປັນແບບຢ່າງນຳໜ້າໃນວຽກງານການຕ່າງປະເທດ, ຕັ້ງໜ້າປະຕິບັດວຽກງານ ກໍຄື ວິຊາສະເພາະຂອງຕົນດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ ເພື່ອສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

   

   

20230320 MOFA LaoYouth 8

20230320 MOFA LaoYouth 9

 

 

 

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508896
ມື້ນີ້28
ມື້ວານ263
ອາທິດນີ້1549
ເດືອນນີ້7286