ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 65 ປີ

 

2023315 Lao germany 3

2023315 Lao germany 2

2023315 Lao germany 1

2023315 Lao germany 4

2023315 Lao germany 5

 

ໃນຕອນຄໍ່າ ຂອງວັນທີ 15 ມີນາ 2023 ທີ່ຜ່ານມາ, ໄດ້ມີພິທີສະເຫຼີມສະຫຼອງ ວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ຂຶ້ນຢ່າງເປັນທາງການ ທີ່່ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ, ນະຄອນຫຼວງວຽງຈັນ. ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວ ມີ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ; ທ່ານ ນາງ ອາເນັດ ຄະນົບລັອກ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ. ເຢຍລະມັນ ປະຈໍາ ສປປ ລາວ. ນອກຈາກນັ້ນ, ກໍ່ຍັງມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດປະຈໍາ ສປປ ລາວ, ຄະນະສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນ​ພິ​ທີທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ດັ່ງ​ກ່າວ,​ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ແລະ ທ່ານ ນາງ ອາເນັດ ຄະນົບລັອກ ໄດ້​ກ່າ​ວ​ຄຳ​ເຫັນ​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີລາຄາ​ສູງຕໍ່ຜົນສຳເລັດ​ຂອງການພົວພັນ​ຮ່ວມ​ມື​ສອງຝ່າຍ ລະຫວ່າງ ສປປ ລາວແລະ ສສ. ເຢຍລະມັນ ໃນ​ໄລຍະ 65 ປີ ນັບ​ຕັ້ງແຕ່​ສອງຝ່າຍ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ນຳ​ກັນ ໃນວັນທີ 31 ມັງກອນ 1958 ທີ່​ຜ່ານ​ມາ. ການພົວພັນຮ່ວມມື ລາວ ແລະ ເຢຍລະມັນ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະເພາະ ພາຍຫຼັງ ທັງສອງປະເທດ ໄດ້ລົງນາມໃນສັນຍາ ວ່າດ້ວຍການຮ່ວມມື ເພື່ອການພັດທະນາ ລະຫວ່າງ ສປປ ລາວ ແລະ ສສ. ເຢຍລະມັນ ໃນປີ 1964, ເຢຍລະມັນ ໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມື ເພື່ອການພັດທະນາທີ່ສຳຄັນ ຂອງ ສປປ ລາວ ໂດຍສຸມໃສ່ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ການເງິນ. ມາເຖິງປັດຈຸບັນ, ລວມມູນຄ່າການຊ່ວຍເຫຼືອ ຂອງ ເຢຍລະມັນ ແກ່ ສປປ ລາວ ຫຼາຍກວ່າ 570 ລ້ານເອີໂຣ, ຊຶ່ງໃນນັ້ນ ໄດ້ກວມເອົາຫຼາຍຂະແໜງການ ເປັນຕົ້ນແມ່ນ ການພັດທະນາເສດຖະກິດແບບຍືນຍົງ, ການພັດທະນາຊົນນະບົດ, ປົກປັກຮັກສາສິ່ງແວດລ້ອມ, ພື້ນຖານໂຄງລ່າງ, ການປົກຄອງທີ່ດີ, ການຄຸ້ມຄອງທີ່ດິນ ແລະ ປ່າໄມ້ ແລະ ອາຊີວະສຶກສາ.

 

ນອກຈາກນັ້ນ, ໃນໄລຍະທີ່ມີການແຜ່ລະບາດ ຂອງ ພະຍາດໂຄວິດ-19 ທີ່ຜ່ານມາ, ​​ເຢຍລະ​ມັນ​ ກໍ່ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່ ສປປ ລາວ ໃນການປ້ອງກັນ ແລະ ຄວມຄຸມການແຜ່ລະບາດ ຂອງ ພະຍາດດັ່ງກ່າວ ໂດຍສະເພາະ​ວັກ​ຊີນ, ອຸປະກອນ​ການ​ແພດ ແລະ ໄອ​ທີ ພ້ອມ​ທັງ ລົດຮັກສາຄວາມເຢັນຂອງ​ວັກຊີນ ໂດຍ​ຜ່ານ​ສະຖານທູດ​ເຢຍລະ​ມັນ, ສະມາຄົມ​ມິດຕະພາບ ​ລາວ-​ເຢຍລະ​ມັນ ​ແລະ ອົງການ​ຈັດ​ຕັ້ງ​ສາກົນຕ່າງໆ. ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ, ສອງ​ປະ​ເທດ ໄດ້​ໃຫ້ການສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ໂດຍ​ສະ​ເພາະ​​ໃນ​ຂອບວຽກ​ອາ​ຊຽນ ​ແລະ ອົງການສະຫະປະຊາຊາດ. ພ້ອມກັນນັ້ນ, ເຢຍລະມັນ ຍັງໄດ້ໃຫ້ການຊ່ວຍເຫຼືອແກ່ ຄະນະ​ກຳມາທິການ​ແມ່​ນ້ຳຂອງສາກົນ. ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອອັນ​ລ້ຳ​ຄ່າ ຂອງ ເຢຍລະມັນ ແກ່ ສປປ ລາວ ທັງໝົດນັ້ນ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການຫຼຸດຜ່ອນຄວາມທຸກຍາກ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ເພື່ອແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຊຸມປີຕໍ່ໜ້າ ແລະ ຊ່ວຍເຫຼືອໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ ໃນປີ 2030.

 

ໃນການສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສສ. ເຢຍລະມັນ ໃນຄັ້ງນີ້, ການນຳຂັ້ງສູງ ຂອງທັງສອງປະເທດ ໄດ້ມີການແລກປ່ຽນສານຊົມເຊີຍເຊິ່ງກັນ ແລະ ກັນ, ໄດ້ມີການຈັດກິດຈະກຳແຂ່ງຂັນກິລາມິດຕະພາບ (ເຕະບານ ແລະ ເປຕັງ) ລະຫວ່າງ ພາກສ່ວນທີ່ກ່ຽວ ຂອງ  ຝ່າຍລາວເຮົາ, ຊຶ່ງປະກອບມີກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ພາກວິຊາພາສາເຢຍລະມັນ​ (ມຊ) ຮ່ວມກັບ ສະຖານທູດເຢຍລະມັນ ແລະ ບັນດາອົງການຊ່ວຍເຫຼືອ ເພື່ອການພັດທະນາ ຂອງ ເຢຍລະມັນ ປະຈໍາ ສປປ ລາວ   ໃນວັນທີ 10 ມີນາ 2023 ທີ່ຜ່ານມາອີກດ້ວຍ.

 

ໃນໂອກາດ​ດັ່ງກ່າວ, ​ທັງ​ສອງ​ຝ່າຍກໍ່​ໄດ້​ສະແດງ​ຄວາມມຸ້ງ​ຫວັງ​ທີ່​ຈະ​ສືບຕໍ່​ເສີມ​ສ້າງ ແລະ ຮັດ​ແໜ້ນ​ການພົວພັນ​ຮ່ວມ​ມື​ທີ່​ດີ​ໃນ​ປັດຈຸບັນ ລະຫວ່າງ​ ສປປ ລາວ ແລະ ສສ. ເຢຍລະມັນ ​ໃຫ້​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນສູ່ລະດັບໃໝ່​ໃນຕໍ່ໜ້າ. ພິທີສະເຫລີມສະຫລອງ​ ໃນ​ຄັ້ງ​ນີ້ ດຳເນີນ​ໄປ​ດ້ວຍ​ບັນຍາ​ກາດ​ແຫ່ງ​ໄມຕີຈິດມິດຕະພາບ​ອັນ​ອົບອຸ່ນ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484209
ມື້ນີ້186
ມື້ວານ147
ອາທິດນີ້647
ເດືອນນີ້3514