ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງ ພັກ-ພະນັກງານ ແລະ ເຜີຍແຜ່ ເອກະສານສໍາຄັນທີ່ກ່ຽວຂ້ອງ

 

2023310 DPM

2023310 DPM 2

2023310 DPM 1

2023310 DPM 3

 

ໃນຕອນເຊົ້າຂອງ ວັນທີ 10 ມີນາ 2023 ທີ່ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍ​ແຜ່ເນື້ອ​ໃນກອງ​ປະ​ຊຸມ​ສະ​ຫຼຸບ​ວຽກ​ງານກໍ່​ສ້າ​ງພັກ-ພະ​ນັກ​ງານ ແລະ ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ທົ່ວ​ປະ​ເທດ ປະຈໍາປີ 2022, ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງກະຊວງການຕ່າງປະເທດ ປະຈໍາປີ 2022 ແລະ ແຜນການສໍາລັບ 2023 ແລະ ເຜີຍແຜ່ ເອກະສານທີ່ກ່ຽວຂ້ອງ ສໍາລັບ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຊຶ່ງຈັດຂຶ້ນພາຍໃຕ້ການເປັນປະທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ​ເຊິ່ງມີບັນດາຄະນະພັກ-ຄະນະນຳ, ສະມາຊິກພັກ ​ແລະ ພະນັກງານ-ລັດຖະກອນ ພາຍ​ໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

 

ໂດຍເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານພັກ-ພະນັກງານ, ກະຊວງການຕ່າງປະເທດ ໄດ້ນໍາເອົາເນື້ອໃນຈິດໃຈຂອງຜົນກອງປະ​ຊຸມ​ສະ​ຫຼຸບ​ວຽກ​ງານກໍ່​ສ້າ​ງພັກ-ພະ​ນັກ​ງານ ແລະ ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ທົ່ວ​ປະ​ເທດ ປະຈໍາປີ 2022 ມາເຜີຍແຜ່, ຊຶ່ງໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ແລະ ຈຸດຄົງຄ້າງ ທີ່ຈະຕ້ອງໄດ້ພ້ອມກັນສູ້ຊົນແກ້ໄຂ. ນອກຈາກນີ້, ສະຫາຍ ຕິ່ງ ສຸກສັນ, ຍັງໄດ້ ໃຫ້ກຽດ ຂຶ້ນເຜີຍແຜ່ເອກະສານສໍາຄັນຈໍານວນໜຶ່ງ ສໍາລັບການກະກຽມ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຊຶ່ງຈະໄດ້ຈັດຂຶ້ນພາຍໃນປີນີ້ ເປັນຕົ້ນແມ່ນ: ມະຕິກອງປະຊຸມຂອງກົມການ ເມືອງສູນກາງພັກເລກທີ 21/ກມສພ, ລົງວັນທີ 9 ພະຈິກ 2022 ວ່າດ້ວຍການຕີລາຄາຂອງພະນັກງານ; ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະ ບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ.  

 

ໃນກອງປະຊຸມຄັ້ງນີ້, ສະຫາຍ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ວຽກງານ ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງຂອງກະຊວງການຕ່າງປະເທດປະຈຳປີ 2022 ແລະ ແຜນການປະຈໍາປີ 2023 ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດທີ່ສໍາຄັນຫຼາຍອັນ, ເປັນຕົ້ນ ໄດ້ຈັດຕັ້ງເຜີຍແຜ່ເອກະສານ ທີ່ສໍາຄັນຂອງພັກ-ລັດ ໃນໂອກາດສໍາຄັນຕ່າງໆ, ໄດ້ສໍາເລັດການປັບປຸງກົງຈັກ ແລະ ພາລະບົດບາດຂອງ ບັນດາກົມ, ສໍາເລັດການກໍານົດຕໍາແໜ່ງງານຂອງ 15 ກົມ ຈາກທັງໝົດ 17 ກົມ, ສໍາເລັດ ແລະ ຈັດຕັ້ງປະຕິບັດ ແຜນກໍານົດພະນັກງານນໍາພາຄຸ້ມຄອງ, ໄດ້ສົ່ງພະນັກງານໄປຍົກລະດັບທາງດ້ານ ທິດສະດີການເມືອງ ແລະ ວິຊາສະເພາະ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ມີການສັບຊ້ອນພະນັກງານໄປປະຈໍາການ ຢູ່ສໍານັກງານຜູ້ຕາງໜ້າການທູດ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ຢ່າງເປັນລະບົບ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ກໍ່ຍັງມີຈຸດຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ, ໂດຍສະເພາະ ແມ່ນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ສູງກ່ວາເກົ່າ, ລວມທັງຄວາມຮູ້ທາງດ້ານພາສາຕ່າງປະເທດ.

 

ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມຊີ້ນຳຕໍ່ກອງປະຊຸມ ໂດຍສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານປັບປຸງກົງຈັກການຈັດຕັ້ງໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ຜົນສຳເລັດ ຫຼາຍດ້ານ ທີ່ຈະຕ້ອງສືບຕໍ່ຜັນຂະຫຍາຍ ລວມທັງດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນຕ່າງໆທີ່ຖອດຖອນໄດ້ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ສໍາເລັດໃຫ້ໄດ້ໃນປີຕໍ່ໄປ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີການປັບປຸງຫັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສໍາເລັດຂຶ້ນໄປເລື້ອຍໆ. ພ້ອມກັນນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ຈົ່ງຍົກສູງສະຕິຄວາມເປັນເຈົ້າການ ແລະ ກຳໄດ້ແນວທາງນະໂຍບາຍ, ກົດລະບຽບຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍ ແລະ ນິກຳຕ່າງໆ ກ່ຽວກັບວຽກພັກ, ວຽກພະນັກງານ ໃຫ້ໜັກແໜ້ນ ແລະ ເລິກເຊິ່ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີປະສິດທິຜົນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484300
ມື້ນີ້4
ມື້ວານ273
ອາທິດນີ້738
ເດືອນນີ້3605