ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ອົງການສະຫະປະຊາຊາດວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ ນະຄອນຫຼວງໂດຮາ, ປະເທດກາຕາ

 

202335 Salermxay 1

202335 Salermxay 2

202335 Salermxay 3

202335 Salermxay 4

 

ໃນວັນເສົາ ທີ 04 ກຸມພາ 2023 ທີ່ ຫໍປະຊຸມແຫ່ງຊາດກາຕາ, ນະຄອນຫຼວງໂດຮາ, ປະເທດກາຕາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳບັນດາປະເທດດ້ອຍພັດທະນາ ໂດຍມີ ທ່ານ ລາຊາລັສ ແມ້ກຄາທີ ຊັກແວລາ (H.E. Mr. Lazarus McCarthy Chakwera), ປະທານາທິບໍດີ ແຫ່ງ ສາທາລະນະລັດມາລາວີ (Republic of Malawi) ໃນນາມປະທານກຸ່ມປະເທດດ້ອຍພັດທະນາ, ໄດ້ເປັນປະທານກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງມີທ່ານ ແຊກ ໂມຮາເມັດ ບິນ ອັບດຸນລາມັນ ອານທານີ (H.E. Sheikh Mohammed bin Abdulrahman Al-Thani), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງລັດກາຕາ ແລະ ທ່ານ ແອນໂຕນິໂອ ກູເຕເລສ (Antonio Guterres), ເລຂາທິການໃຫ່ຍອົງການ ສປຊ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນພາກເປິດກອງປະຊຸມດັ່ງກ່າວ. ຫຼັງຈາກນັ້ນ, ບັນດາຫົວໜ້າຄະນະຜູ້ແທນລະດັບປະມຸກລັດ, ຫົວໜ້າລັດຖະບານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຂອງບັນດາປະເທດດ້ອຍພັດທະນາ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອແລກປ່ຽນທັດສະນະ ແລະ ວິໄສທັດກ່ຽວກັບການແກ້ໄຂບັນດາສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການພັດທະນາ ແລະ ຄວາມພະຍາຍາມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ກໍຄືການສະແດງຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດແຜນດຳເນີນ ໂດຮາ ສຳລັບປະເທດດ້ອຍພັດທະນາ (Doha Programme of Action-DPoA) ສົກປີ 2022 – 2031.

 

ໃນບົດປາໄສຂອງ ທ່ານ ເລຂາທິການໃຫຍ່ ອົງການ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ແລະ ຄວາມພະຍາຍາມຂອງບັນດາປະເທດດ້ອຍພັດທະນາ ໃນການພັດທະນາປະເທດໃນໄລຍະທີ່ຜ່ານມາ, ແຕ່ກໍເຫັນວ່າບັນດາປະເທດເຫຼົ່ານີ້ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຕ່າງໆຢ່າງໜັກໜ່ວງໃນປັດຈຸບັນຫຼາຍກວ່າປະເທດອື່ນໆ, ໂດຍສະເພາະໂຄງສ້າງເສດຖະກິດມະຫາພາກຂອງໂລກ, ການນໍາໃຊ້ ແລະ ເຂົ້າເຖິງຊັບພະຍາກອນທໍາມະຊາດທີ່ບໍ່ເທົ່າທຽມກັນ, ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຜົນກະທົບຈາກບັນຫາພາກພື້ນ, ບັນຫາໜີ້ສິນຈໍານວນມະຫາສານ, ຄວາມແຕກໂຕນກັນທາງດ້ານດິຈິຕອນ ແລະ ອື່ນໆ. ສະນັ້ນ, ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດທີ່ອົງການຈັດຕັ້ງສາກົນ ກໍຄືວົງຄະນະຍາດສາກົນຈະຕ້ອງໄດ້ມີການປະຕິຮູບ ແລະ ເພີ່ມທະວີການຊ່ວຍເຫຼືອປະເທດດ້ອຍພັດທະນາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວໄດ້ຢ່າງຍືນຍົງ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດເຫຼົ່ານັ້ນພາຍຫຼັງທີ່ຫຼຸດພົ້ນແລ້ວ ໂດຍທ່ານ ໄດ້ເນັ້ນຢ້ຳວ່າ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄວນຖືເປັນລາງວັນ ແຕ່ບໍ່ແມ່ນການລົງໂທດ.

 

ໃນໂອກາດດຽວກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ, ເຊິ່ງມີເນື້ອໃນ ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ສືບຕໍ່ປະຕິບັດຄຳໝາຍໝັ້ນທາງດ້ານການເມືອງ ແລະ ຊອກຫາວິທີທາງແກ້ໄຂຄວາມຕ້ອງການອັນຮີບດ່ວນແລະ ບັນຫາທ້າທາຍຕ່າງໆ ຢ່າງມີລັກສະນະຫັນປ່ຽນໃໝ່, ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ, ເປັນຮູບປະທໍາ ແລະ ມີຄວາມຍືນຍົງ ແນໃສ່ເຮັດໃຫ້ບັນດາປະເທດດ້ອຍພັດທະນາ ສາມາດກ້າວໄປພ້ອມກັນກັບປະເທດອື່ນໆ. ພ້ອມກັນນັ້ນ, ທ່ານ ຍັງໄດ້ຢ້ຳຄືນຄຳໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ຈັດຕັ້ງແຜນປະຕິບັດງານໂດຮາ ສໍາລັບປະເທດດ້ອຍພັດທະນາ ລວມທັງຂອບການຮ່ວມມືຕ່າງໆຂອງ ອົງການ ສປຊ ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າໃນປະຊາຄົມອາຊຽນ, ຂອບການຮ່ວມມື ແລະ ຂໍ້ລິເລິ່ມລະດັບພາກພື້ນອື່ນໆ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາຂອງປະເທດ.

 

ໃນມື້ດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ນາງ ພາມເມລາ ໂຄກ ແຮມມິວຕັນ (Pamela Coke-Hamilton), ຜູ້ອໍານວຍການບໍລິຫານງານສູນການຄ້າສາກົນ (Executive Director of International Trade Center) ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືດ້ານການຄ້າ, ການສົ່ງເສີມການລົງທຶນ, ການສ້າງຂີດຄວາມສາມາດຂອງຂະແໜງການການຄ້າ ແລະ ພາກເອກະຊົນ ຂອງ ສປປ ລາວ ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.

 

ສຳລັບການເຄື່ອນໄຫວໃນວັນອາທິດ ທີ 5 ມີນາ, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມຄະນະຜູ້ແທນ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມລະດັບສູງ ອົງການສະຫະປະຊາຊາດ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເຊກ ທາມິມ ບິນ ຮາແມດ ອານທານີ (Sheikh Tamim bin Hamad al Thani), ກະສັດແຫ່ງກາຕາ, ເຊິ່ງໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຮຽກຮ້ອງວົງຄະນາຍາດສາກົນຮັບຮອງເອົາມາດຕະການຮອບດ້ານເພື່ອໃຫ້ປະເທດດ້ວຍພັດທະນາສາມາດຫຼຸດພົ້ນອອກຈາກສະຖານະພາບຢ່າງຍືນຍົງ ພ້ອມທັງໄດ້ປະກາດການປະກອບສ່ວນທຶນຈຳນວນ 60 ລ້ານໂດລາ ສຳລັບການຈັດຕັ້ງປະຕິບັດແຜນດຳເນີນງານໂດຮາ. ນອກຈາກນັ້ນ,​ ຍັງມີການກ່າວປາໄສຂອງທ່ານນາງ ຣາບາບ ຟາຕິມາ (Rabab Fatima), ຮອງເລຂາທິການໃຫຍ່ ສປຊ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບວຽກງານຂອງກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີີຊາຍແດນຕິດກັບທະເລ ແລະ ກຸ່ມປະເທດເກາະດອນນ້ອຍກໍາລັງພັດທະນາ, ທ່ານເລຂາທິການໃຫຍ່ອົງການ ສປຊ, ທ່ານ ນາງ ລາເຊັສຊາຣ ສະໂຕວາ (Lachezar Stoeva), ປະທານສະພາເສດຖະກິດ ແລະ ສັງຄົມ ສປຊ, ທ່ານ ລາຊາລັສ ແມ້ກຄາທີ ຊັກແວລາ, ປະທານນະທິບໍດີ ແຫ່ງ ສາທາລະນະລັດມາລາວີ ໃນນາມເປັນປະທານກຸ່ມປະເທດດ້ອຍພັດທະນາ, ທ່ານ ນາງ ເຊກ ຮາຊິນາ (H.E. Sheikh Hasina), ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ບັງກະລາເທດ  ແລະ  ທ່ານ ແມບລຸດ ຄາວຸດສໂຊກລູ (Mevlut Cavusoglu), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີເຍ ໃນນາມເປັນເຈົ້າພາບຈັດກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 4. ຫຼັງຈາກນັ້ນ, ກໍໄດ້ມີການຈັດພິທີລະນຶກວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງກຸ່ມປະເທດດ້ອຍພັດທະນາອີກດ້ວຍ.

 

ໃນພາກທ່ຽງ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຮ່ວມກັບນາຍົກລັດຖະມົນຕີ ບັງກະລາເທດ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ໂທລະຄົມມະນາຄົມ ເນປານ ຂຶ້ນກ່າວປາໄສໃນ ກອງປະຊຸມປິ່ນອ້ອມລະດັບສູງ ພາຍໃຕ້ຫົວຂໍ້ ການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງໂລ່ງລ່ຽນ ແລະ ຍືນຍົງ ຂອງສາມປະເທດ ທີ່ຖຶືກສະເໜີໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026. ໃນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນການວາງເປົ້າໝາຍການພັດທະນາໄລຍະຍາວ ເພື່ອນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ນັບແຕ່ຊຸມປີ 2000 ເປັນຕົ້ນມາ ຈົນສາມາດບັນລຸເງື່ອນໄຂການປະເມີນຂອງອົງການ ສປຊ 2 ຄັ້ງຕິດຕໍ່ກັນ ໃນປີ 2018 ແລະ 2021 ຊຶ່ງສົ່ງຜົນໃຫ້ອົງການ ສປຊ ສະເຫນີໃຫ້ ສປປ ລາວ (ລວມທັງປະເທດເນປານ ແລະ ບັງກະລາເທດ) ອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ພ້ອມທັງເນັ້ນເຖິງຄວາມຈຳເປັນທີ່ທັງສາມປະເທດ ຕ້ອງສືບຕໍ່ໄດ້ຮັບການຮ່ວມມື ແລະ ສະຫນັບສະຫນູນຈາກວົງຄະນາຍາດສາກົນ ເພື່ອຮັບມືກັບວິກິດການຕ່າງໆ ແລະ ເລັ່ງລັດຟື້ນຟູຈາກຜົນກະທົບອັນຫນັກຫນ່ວງ ແລະ ບໍ່ເຄີຍມີມາກ່ອນຈາກການລະບາດຂອງພະຍາດໂຄວິດ-19 ແນໃສ່ສ້າງຄວາມເຂັ້ມແຂງໃນທຸກດ້ານເພື່ອກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວຢ່າງໂລ່ງລ່ຽນ ແລະ ຍືນຍົງ. ກອງປະຊຸມນີ້ຍັງໄດ້ຖະແຫຼງການຮ່ວມ (Joint Statement) ກ່ຽວກັບຄໍາໝາຍໝັ້ນ ແລະ ຂໍ້ຮຽກຮ້ອງຕໍ່ກັບວົງຄະນາຍາດສາກົນ ໃນຂະບວນການຂ້າມຜ່ານ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

 

ສຳລັບຕອນບ່າຍ, ຄະນະຜູ້ແທນລາວ ໄດ້ໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ເພື່ອຮັບຟັງການປາໄສຂອງບັນດາຜູ້ນໍາປະເທດຕ່າງໆ, ເຊິ່ງໂດຍລວມແມ່ນການສະແດງທັດສະນະກ່ຽວກັບການແກ້ໄຂບັນຫາຂອງປະເທດດ້ອຍພັດທະນາ ທີ່ພວມປະເຊີນຢູ່ໃນປະຈຸບັນ ເຊັ່ນ: ການຟື້ນຟູເສດຖະກິດຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບວິກິດການດ້ານເສດຖະກິດ, ພະລັງງານ ແລະ ອາຫານ ແລະ ຜົນກະທົບຈາກຂໍ້ຂັດແຍ່ງຢູ່ປະເທດອູກຣິນ ໃນປະຈຸບັນ.

 

ໃນມື້ດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບການນຳຂອງບາງປະເທດ ແລະ ບາງອົງການເຊັ່ນ:  ທ່ານ ອີແວນ ກີວ ປິນໂຕ (Yvan Gil Pinto), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ເວເນຊູເອລາ (Venezuela),  ທ່ານ ແມບລຸດ ຄາວຸດສໂຊກລູ, ລັດຖະມົນຕີກະຊວງການຕ່າງປະເທດ ຕວັກກີເຍ, ທ່ານ ໂຮນເຈີ ເຄີດໂຮມ ນີວເຊັນ (Holger Kirkholm Nielsen), ຜູ້ແທນພິເສດຂອງ ດານມາກ (Denmark), ທ່ານ ແອນດຼີວ ມິດເຊວ (Andrew Mitchell), ລັດຖະມົນຕີຊີ້ນໍາຂົງເຂດການພັດທະນາ ແລະ ອາຟຣິກກາ ແຫ່ງ ຣາຊາອະນາຈັກອັງກິດ, ທ່ານ ນາງ ອາມິດາ ຊາຊິອາ ອາລິສຈາບານາ (Armida Salsiah Alisjahbana), ຮອງເລຂາທິການໃຫ່ຍອົງການ ສປຊ ທັງເປັນຜູ້ອຳນວຍການບໍລິຫານງານຄະນະກຳມະການເສດຖະກິດ-ສັງຄົມ ຂອງ ອົງການ ສປຊ ປະຈໍາພາກພື້ນອາຊີ-ປາຊິຟິກ (ESCAP) ແລະ ທ່ານ ນາງ ມາມິ ມິຊຶໂທລິ (Mami Mizutori)  ຜູ້ຕາງໜ້າພິເສດຂອງເລຂາທິການໃຫ່ຍ, ຜູ້ອຳນວຍການໃຫ່ຍອົງການ ສປຊ ເພື່ອການຫລຸດຜ່ອນຄວາມສ່ຽງຈາກໄພພິບັດ (UNDRR).

 

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດມີກຳນົດຈະຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປ ໃນວັນທີ 06 ກຸມພາ 2023. ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວຍັງຈະໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນກອງປະຊຸມໂຕະມົນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ, ກອງປະຊຸມລັດຖະສະພາສາກົນຂອງບັນດາປະເທດດ້ອຍພັດທະນາ, ກອງປະຊຸມລະດັບລັດຖະມົນຕີ ສຳລັບການຮ່ວມມືໃຕ້-ໃຕ້, ກອງປະຊຸມພາກເອກະຊົນ, ຊາວໜຸ່ມ, ອົງການຈັດຕັ້ງສັງຄົມ ຕື່ມອີກ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485952
ມື້ນີ້83
ມື້ວານ168
ອາທິດນີ້988
ເດືອນນີ້5257