ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ

   

 

20230116 DPM Indonesian Am 1

20230116 DPM Indonesian Am 2

  

  

ໃນຕອນ​ເຊົ້າ​ຂອງວັນ​ທີ 16 ມັງກອນ 2023, ທີ່ ກະຊວງການຕ່າງປະເທດ, ​ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ ຂອງ​ ທ່ານ ດຣ. Pratito Soeharyo, ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ ​ຜູ້​ມີ​ອຳ​ນາດ​ເຕັມ ​ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະ​ຈຳ ສ​ປ​ປ ລາວ ໃນ​ໂອ​ກາດ​ທີ່​ສຳ​ເລັດການປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສ​ປ​ປ ລາວ.

  

ໃນ​ໂອ​ກາດ​ດັ່ງ​ກ່າວ​, ທ່ານ​ ສະເຫຼີມໄຊ ກົມມະສິດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຂອງ​ ທ່ານເອກອັກຄະລັດຖະທູດ, ​ຕະຫຼອດ​ໄລ​ຍະ 4 ປີກວ່າຜ່ານມາ, ນັບຕັ້ງແຕ່ເດືອນພຶດສະພາ 2018 ທີ່ໄດ້ມີການເຄື່ອນ​ໄຫວ​ຢ່າງ​ຫ້າວ​ຫັນ ໃນການ​ສະ​ໜັບ​ສະ​ໜູນ ແລະ ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ເຂົ້າໃນ​ການ​ເສີມ​ຂະ​ຫ​ຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນດີງາມ ລະ​ຫວ່າງ ສ​ປ​ປ ລາວ ແລະ ສ. ອິນໂດເນເຊຍ, ໂດຍສະເພາະ ການສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ ໃນປີ 2022 ຜ່ານມາ. ໃນນາມເປັນປະເທດປະສານງານ ແລະ ທູດອາວຸໂສ, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ນໍາພາບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ເດີນທາງໄປຢ້ຽມຢາມ ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ດ້ວຍຜົນສໍາເລັດອັນງົບງາມ. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຜ່ານທ່ານເອກອັກຄະລັດຖະທູດ ໄປຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ, ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ-ການຄ້າ, ການລົງທຶນ ແລະ ອື່ນໆ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ສະແດງຄວາມຍິນດີຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມຄະນະກໍາມະທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ອິນໂດເນເຊຍ ຄັ້ງທີ 2, ຢູ່ ສປປ ລາວ ໃນໄວໆນີ້, ພ້ອມທັງ​ອວຍ​ພອນ​ໃຫ້​ ທ່ານເອກອັກຄະລັດຖະທູດ ຈົ່ງ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະ​ຫວັດ​ດີ​ພາບ ແລະ ປະ​ສົບ​ຜົນ​ສຳ​ເລັດ​ ໃນ​ໜ້າ​ທີ່​ວຽກ​ງານ​ໃໝ່ ​ທີ່​ທ່ານ​ທູດຈະ​ໄດ້​ຮັບຜິດຊອບໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້, ໂດຍສະເພາະໃນການເປັນປະທານອາຊຽນ ຂອງ ອິນໂດເນເຊຍ ໃນປີ 2023 ນີ້.

  

ສອງຝ່າຍເຫັນວ່າ, ທ່າແຮງບົ່ມຊ້ອນຂອງການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ແມ່ນມີຫຼາຍ, ສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆ ໃຫ້ນັບມື້ນັບເກີດດອກອອກຜົນ, ໂດຍສະເພາະການສືບຕໍ່ເຮັດໃຫ້ມູນຄ່າການຄ້າ ລະຫວ່າງສອງຝ່າຍ ເພີ່ມຂຶ້ນຕື່ມໃນອະນາຄົດ.

  

ໃນໂອກາດດຽວກັນນີ້, ທ່ານ​ ເອກອັກຄະລັດຖະທູດ ອິນໂດເນເຊຍ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ລັດ​ຖະ​ບານລາວ ໂດຍ​ສະ​ເພາະ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ທີ່​ໄດ້​ເອົາ​ໃຈ​ໃສ່ ແລະ ໃຫ້​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດຂອງຕົນ ຕະຫຼອດ​ໄລ​ຍະ​ເວ​ລາ 4 ປີ ກວ່າຜ່ານມາ ແລະ ຈະສືບຕໍ່ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ອິນໂດເນເຊຍ ແລະ ສປປ ລາວ ຕໍ່ໄປ, ທັງຫວັງ​ວ່າ ລັດ​ຖະ​ບານລາວ ຈະ​ສືບ​ຕໍ່​ໃຫ້​ການ​ຮ່ວມ​ມື​ຕໍ່​ທ່ານທູດຜູ້​ທີ່​ຈະ​ມາ​ຮັບ​ໜ້າ​ທີ່​ຕໍ່​ໄປ ເພື່ອ​ພ້ອມ​ກັນ​ສືບ​ຕໍ່​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນດີງາມລະ​ຫວ່າງ ສອງ​ປະ​ເທດ​ ໃຫ້​ສືບ​ຕໍ່​ຂະ​ຫ​ຍາຍ​ຕົວ​ຍິ່ງໆ​ຂຶ້ນ.

  

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485497
ມື້ນີ້2
ມື້ວານ196
ອາທິດນີ້533
ເດືອນນີ້4802