ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ

            

       

20221223 E Magazine 1

20221223 E Magazine 3

20221223 E Magazine 4

 

ໃນຕອນເຊົ້າຂອງວັນທີ 23 ທັນວາ 2022, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີເປີດ ວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະນຳກະຊວງ, ບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.

            

ໃນພິທີດັ່ງກ່າວ, ທ່ານ ພອນທະວີ ບຸດດາລາ, ຫົວຫນ້າກົມການຂ່າວ, ກະຊວງການຕ່າງປະເທດ ໄດ້ຕາງຫນ້າໃຫ້ຄະນະຈັດທຳ ຂຶ້ນກ່າວຈຸດປະສົງເປົ້າໝາຍ ແລະ ຂັ້ນຕອນບາດກ້າວຂອງການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ຂອງກະຊວງການຕ່າງປະເທດ, ເຊິ່ງວາລະສານນີ້ ແມ່ນຮັບຜິດຊອບການສ້າງ ໂດຍ ກົມການຂ່າວ, ກະຊວງການຕ່າງປະເທດ ໂດຍປະຕິບັດຕາມພາລະບົດບາດ ແລະ ຕາມທິດຊີ້ນຳຢ່າງໃກ້ຊິດຕິດແທດຂອງ ຄະນະນຳກະຊວງການຕ່າງປະເທດ, ຖືເປັນໜຶ່ງບາດກ້າວສຳຄັນຂອງການປະກອບສ່ວນພັດທະນາວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນຍຸກສະໄຫມໃຫມ່ ທີ່ຖືກຕ້ອງ ແລະ ສອດຄ່ອງກັບສະພາບການຂອງໂລກໃນປະຈຸບັນ ທີ່ກຳລັງມີການນໍາໃຊ້ເຕັກໂນໂລຊີທາງດ້ານຂໍ້ມູນຂ່າວສານດ້ວຍຫຼາຍຮູບການ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ການນຳສະເໜີຂໍ້ມູນຂ່າວສານ ຍິ່ງຕ້ອງມີຄວາມວ່ອງໄວ, ທັນສະໄຫມ, ມີປະສິດທິພາບ ແລະ ປະສິດທິຜົນສູງ. ວາລະສານດັ່ງກ່າວ ຈະປະກອບສ່ວນສຳຄັນເຂົ້າໃນວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ມີຄວາມຫຼາກຫຼາຍ ແລະ ເຜີຍແຜ່ໄດ້ຢ່າງກວ້າງຂວາງຍິ່ງຂຶ້ນ ໃນຮູບແບບໃຫມ່ ກໍຄື ວາລະສານເອເລັກໂຕຣນິກ ທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄຫມ, ມີຄວາມສະດວກວ່ອງໄວ, ທັນເຫດການ ແລະ ໃຊ້ງົບປະມານໜ້ອຍ. ມື້ນີ້ແມ່ນເລີ່ມອອກສະບັບທໍາອິດຂອງວາລະສານ;  ສຳລັບເນື້ອໃນຫຼັກຂອງວາລະສານສະບັບທໍາອິດນີ້ ແລະ ສະບັບຕໍ່ໆໄປ ແມ່ນຈະສັງລວມເອົາບັນດາເນື້ອໃນ, ຮູບພາບ ແລະ ຫມາກຜົນການເຄື່ອນໄຫວການຕ່າງປະເທດຂອງບັນດາຜູ້ນຳ ພັກ-ລັດ ສປປ ລາວ ແລະ ພາກສ່ວນຕ່າງໆ ຢູ່ໃນເວທີພາກພື້ນ ແລະ ສາກົນ ອອກເຜີຍແຜ່ສູ່ສັງຄົມໃນຮູບແບບລາຍເດືອນ ໂດຍຜ່ານຫຼາຍຊ່ອງທາງຂອງສື່ອອນລາຍປະເພດຕ່າງໆ, ເຊິ່ງຈະເຮັດໃຫ້ຜູ້ທີ່ມີຄວາມສົນໃຈທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ເປັນປະໂຫຍດ, ມີເນື້ອໃນຄົບຖ້ວນ, ຖືກຕ້ອງ ແລະ ທັນການ. ວາລະສານການຕ່າງປະເທດ ຈະພະຍາຍາມເກັບກໍາເອົາໝາກຜົນ ແລະ ການເຄື່ອນໄຫວການຕ່າງປະເທດທີ່ຫ້າວຫັນຂອງທຸກພາກສ່ວນ ທັງສາຍພັກ, ສາຍລັດ, ສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ກະຊວງອົງການຂະແໜງການຕ່າງໆ ມາເຜີຍແຜ່ຕໍ່ສັງຄົມໃຫ້ນັບມື້ນັບຫຼາຍຂຶ້ນ. ວາລະສານການຕ່າງປະເທດ ແມ່ນພວມຢູ່ໃນໄລຍະກໍ່ຮ່າງສ້າງຕົວ ແລະ ການປັບປຸງຕໍ່ໄປເປັນແຕ່ລະໄລຍະ ແຕ່ລະບາດກ້າວ. ພ້ອມດຽວກັນນີ້, ວາລະສານດັ່ງກ່າວ ກໍ່ມີແຜນຈະປັບປຸງບາງດ້ານຕື່ມໃນຕໍ່ໜ້າ ເປັນຕົ້ນ ການເພີ່ມຂໍ້ຄວາມ ແລະ ເນື້ອໃນສຳຄັນທີ່ເປັນພາສາອັງກິດ, ການເພີ່ມຄໍລໍາທີ່ໜ້າສົນໃຈຕ່າງໆ ແລະ ການພິມເຜີຍແຜ່ວາລະສານສະບັບເຈ້ຍ ອອກສູ່ສັງຄົມ, ໂດຍອີງຕາມເງື່ອນໄຂ ແລະ ຄວາມສະດວກໃນອະນາຄົດ. ວາລະສານການຕ່າງປະເທດ ຍິນດີຮັບເອົາການປະກອບສ່ວນທີ່ສ້າງສັນຈາກທຸກພາກສ່ວນ.

           

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ກໍ່ໄດ້ໃຫ້ກຽດຂຶ້ນກົດປຸ່ມເປີດ ວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ສະບັບທຳອິດ ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485747
ມື້ນີ້46
ມື້ວານ206
ອາທິດນີ້783
ເດືອນນີ້5052