ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ສະຫະພາບ ເອີຣົບ ຄົບຮອບ 45 ປີ ທີ່ ບຣຸກແຊນ, ແບນຊິກ

    

 

               

20221215 ASEAN EU 2

20221215 ASEAN EU 1

 

    

ໃນວັນທີ 14 ທັນວາ 2022, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ສະຫະພາບ ເອີຣົບ (ອາຊຽນ-ອີຢູ)  ຄົບຮອບ 45 ປີ ທີ່ ບຣຸກແຊນ, ປະເທດແບນຊິກ, ພາຍໃຕ້ການເປັນປະທານຮ່ວມຂອງ ກໍາປູເຈຍ ແລະ ອີຢູ.

          

ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ອາຊຽນ-ອີຢູ ຕະຫຼອດໄລຍະ 45 ປີທີ່ຜ່ານມາ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຈາກການຮ່ວມມືແບບປົກກະຕິກ້າວເຂົ້າສູ່ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ໃນປີ 2020. ປະຈຸບັນ, ອີຢູ ເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງອາຊຽນ ແລະ ອາຊຽນ ກໍເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງ ອີຢູ, ຊຶ່ງມູນຄ່າການຄ້າສອງຝ່າຍບັນລຸໄດ້  268.92 ຕື້ ໂດລາ ສະຫະລັດ ໃນປີ 2021. ພ້ອມກັນນີ້, ອີຢູ ກໍເປັນຜູ້ລົງທຶນໂດຍກົງລາຍໃຫຍ່ຂອງອາຊຽນ, ຊຶ່ງມີມູນຄ່າ 26.534 ຕື້ ໂດລາສະຫະລັດ ໃນປີ 2021.

         

ບັນດາຜູ້ນໍາອາຊຽນ ແລະ ອີຢູ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການການຮ່ວມມື ພາຍໃຕ້ແຜນປະຕິບັດງານອາຊຽນ-ອີຢູ (2018-2022), ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການສຶກສາ, ການແລກປ່ຽນຂໍ້ມູນຂ່າວສານ, ວິທະຍາສາດ-ເຕັກໂນໂລຊີ, ການເຊື່ອມຈອດ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນ-ອີຢູ ໄດ້ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືກັນຫຼາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ ສະບັບໃໝ່ (2023-2027) ທີ່ໄດ້ຮັບຮອງເອົາໃນໂອກາດກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ອີຢູ ໃນເດືອນ ສິງຫາ 2022 ໂດຍເນັ້ນໜັກໃສ່ການຮ່ວມມືດ້ານສາທາລະນະສຸກ, ການໄປມາຫາສູ່ກັນຂອງປະຊາຊົນສອງພາກພື້ນ, ການຂົນສົ່ງທາງອາກາດ, ການຄ້າ, ການລົງທຶນ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຕ້ານການກໍ່ການຮ້າຍ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງ ອີຢູ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການເຊື່ອມໂຍງ-ເຊື່ອມຈອດອາຊຽນ ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມໝາຍໝັ້ນຂອງ ອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດແຜນວຽກສະບັບທີ 4 ຂອງ ຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ (IAI) ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 (MPAC 2025). ພ້ອມກັນນີ້, ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

         

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີີ ພັນຄໍາ ວິພາວັນ ໄດ້ຊຸກຍູ້ໃຫ້ ອາຊຽນ-ອີຢູ ສືບຕໍ່ເພີ່ມທະວີການຮ່ວມມືເພື່ອຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19 ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດພາກພື້ນ ໂດຍການເສີມຂະຫຍາຍການຮ່ວມມືດ້ານການເຊື່ອມຈອດຕ່ອງໂສ້ການຜະລິດພາກພື້ນ ແລະ ລະຫວ່າງພາກພື້ນ, ການຫັນເປັນເສດຖະກິດດີຈິຕອນ, ການສົ່ງເສີມການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາສີຂຽວ, ການປ່ຽນແປ່ງດິນຟ້າອາກາດ ແລະ ອື່ນໆ.

     

ໃນຕອນທ້າຍ, ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ອີຢູ ເພື່ອເປັນທິດທາງໃຫ້ແກ່ການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ ແລະ ອີຢູ ໃນອະນາຄົດ.

         

      

           

20221215 ASEAN EU 3 VN

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ຟາມ ມິງ ຈິ່ງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

          

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການພົວພັນ ອາຊຽນ-ອີຢູ, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຍັງໄດ້ມີໂອກາດພົບປະສອງຝ່າຍກັບ ທ່ານ ຟາມ ມິງ ຈິ່ງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໂດຍໄດ້ມີການປຶກສາຫາລືກັນ ກ່ຽວກັບ ການກະກຽມໃຫ້ແກ່ການພົບປະຂອງສອງກົມການເມືອງ, ການມາຢ້ຽມຢາມ ສປປ ລາວ ແລະ ການເຂົ້າຮ່ວມສະຫຼຸບ ປີມິດຕະພາບ ຂອງນາຍົກລັດຖະມົນຕີຫວຽດນາມໃນທ້າຍປີນີ້. ນອກນັ້ນ, ກໍໄດ້ເຂົ້າຮ່ວມພົບປະສາມນາຍົກຊຶ່ງໄດ້ຖືໂອກາດແລກປ່ຽນຄໍາເຫັນ ກັບນາຍົກ ຮຸນເຊນ ໃນການຊຸກຍູ້ໃຫ້ມີການລົງນາມແຜນດໍາເນີນງານ ກ່ຽວກັບ ການເປັນຄູ່ຮ່ວມມືຍຸດທະສາດໝັ້ນຄົງຍາວນານ ແລະ ສົນທິສັນຍາວ່າດ້ວຍ ການປັກຫຼັກໝາຍຊາຍແດນ 86 %.

         

 

                  

20221215 ASEAN EU 4 EU

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ທ່ານ ຊາກ ມິແຊນ, ປະທານສະພາ ອີຢູ 

  

20221215 ASEAN EU 5 HGR

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບທ່ານ ວິກຕໍ ອໍບານ, ນາຍົກລັດຖະມົນຕີ ຮົງກາຣີ

       

ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ພົບປະ ກັບ ທ່ານ ຊາກ ມິແຊນ, ປະທານສະພາ ອີຢູ ໂດຍສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ອາຊຽນ-ອີຢູ ກໍຄື ສປປ ລາວ-ອີຢູ ແລະ ຝ່າຍ ອີຢູ ໄດ້ແຈ້ງໃຫ້ຊາບກ່ຽວກັບ ທຶນການຊ່ວຍເຫຼືອ ຈາກ ອີຢູ ດ້ານງົບປະມານຈໍານວນ 550 ລ້ານ ເອີໂລ ສໍາລັບສົກປີ 2021-2024 ຕໍ່ໂຄງການບຸລິມະສິດຕ່າງໆຂອງ ສປປ ລາວ ແລະ ຍັງໄດ້ພົບປະກັບທ່ານ ວິກຕໍ ອໍບານ, ນາຍົກລັດຖະມົນຕີ ຮົງກາຣີ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໂດຍສະເພາະແມ່ນຂົງເຂດການສຶກສາ ທີ່ ຮົງກາໄດ້ ໃຫ້ທຶນການສຶກສາ ແກ່ ສປປ ລາວ ປີລະ 150 ທຶນ.

         

 

            

20221215 ASEAN EU 6 GMN

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍ ກັບທ່ານ ໂອລາຟ ໂຊນ, ນາຍົກລັດຖະມົນຕີ ເຢຍລະມັນ

     

20221215 ASEAN EU 7 NTL

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍ ກັບ ທ່ານ ມາກ ຣຸດທ໌, ນາຍົກລັດຖະມົນຕີ ໂຮນລັງ       

      

ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຍັງໄດ້ສືບຕໍ່ ພົບປະສອງຝ່າຍ ກັບທ່ານ ໂອລາຟ ໂຊນ, ນາຍົກລັດຖະມົນຕີ ເຢຍລະມັນ ໂດຍໄດ້ມີການປຶກສາຫາລື, ພ້ອມທັງຕີລາຄາການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ກໍຄືການທິດທາງຂອງການຮ່ວມມືໃນອະນາຄົດ ແລະ ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີການພົບປະສອງຝ່າຍ ກັບ ທ່ານ ມາກ ຣຸດທ໌, ນາຍົກລັດຖະມົນຕີ ໂຮນລັງ ໂດຍທັງສອງໄດ້ພ້ອມກັນຕີລາຄາການພົວພັນຮ່ວມມືໃນໄລຍະຜ່ານມາ, ກໍຄືແຜນການຮ່ວມມືໃນອະນາຄົດຮ່ວມກັນອີກ.

           

        

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484566
ມື້ນີ້82
ມື້ວານ188
ອາທິດນີ້1004
ເດືອນນີ້3871