ກອງປະຊຸມແລກປ່ຽນວິຊາການ ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຊາວໜຸ່ມກະຊວງການຕ່າງປະເທດ ແລະ ຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
13/03/2026
ໃນຕອນບ່າຍຂອງວັນທີ 12 ມີນາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີກອງປະຊຸມແລກປ່ຽນວິຊາການ 3 ຝ່າຍຂຶ້ນ ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຊາວໜຸ່ມກະຊວງການຕ່າງປະເທດ ແລະ ຊາວໜຸ່ມ ສມປຊ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ສຸລິຍາ ແກ້ວພິລະວົງ, ຮອງເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ແລະ ສະຫາຍ ນາງ ຄຳຫລ້າ ແກ້ວອຸ່ນຄຳ, ຮອງຫົວຫນ້າ ສມປຊ, ມີ ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຂອງທັງ 3 ພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມ
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 116 ປີ
06/03/2026
ໃນຕອນບ່າຍຂອງວັນທີ 6 ມີນາ 2026, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາແລກປ່ຽນວິຊາການ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910- 8 ມີນາ 2026) ທີ່ໃກ້ຈະມາເຖິງ ໂດຍ ທ່ານ ໄມທອງ ທໍາມະວົງສາ, ໃນນາມຮອງເລຂາຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳ 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມສໍາມະນາຄັ້ງນີ້. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມປະມານ 200 ຄົນ ຊຶ່ງຕາງໜ້າຈາກອົງການຈັດຕັ້ງກຳມະບານ, ຊາວໜຸ່ມ, ຕົວແທນຈາກຄະນະພົວພັນການຕ່າງປະເທດ ສູນກາງພັກ, ຄະນະກົມພາຍໃນກະຊວງການຕ່າງປະເທດ ແລະ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້າຮ່ວມ.
ອ່ານເພີ່ມ
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນ ໃຫ້ແກ່ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
28/01/2026
ໃນຕອນເຊົ້າຂອງວັນທີ 28 ມັງກອນ 2026 ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ, ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026), ໂດຍມີ ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ, ກຳມະການຄະນະບໍລິຫານງານຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ອ່ານເພີ່ມ
ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນໍາພາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ
16/12/2025
ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງ ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ອ່ານເພີ່ມ
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ ປະຈໍາປີ 2025
25/11/2025
ໃນວັນທີ 25 ພະຈິກ 2025, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງນໍ້າຊາ-ພົບປະສັງສັນ ລະຫວ່າງ ບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດຍິງ, ພັນລະຍາທູຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກ ສໍານັກງານຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ.
ອ່ານເພີ່ມ
ການກະກຽມກ້ອນເດີນສວນສະໜາມຂອງຂະແໜງການຕ່າງປະເທດ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
24/11/2025
ອີງຕາມທິດຊີ້ນຳຂອງຄະນະຮັບຜິດຊອບລະດັບຊາດ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ (ວັນທີ 2 ທັນວາ 1975 - ວັນທີ 2 ທັນວາ 2025) ຄົບຮອບ 50 ປິ ແລະ ວັນຄ້າຍວັນເກີດ ຂອງ ທ່ານ ປະທານໄກສອນ ພົມວິຫານ (ວັນທີ 13 ທັນວາ 1920 - ວັນທີ 13 ທັນວາ 2025) ຄົບຮອບ 105 ປີ.
ອ່ານເພີ່ມ
3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ ແຂວງ ໄຊສົມບູນ.
17/11/2025
ໃນວັນທີ 12-13 ພະຈິກ 2025, ທ່ານ ນ. ຟອງສະໝຸດ ອັ່ນລາວັນ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ແລະ 3 ອົງການຈັດຕັ້ງມະຫາຊົນ ໄປເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ແຂວງໄຊສົມບູນ. ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2025 ທີ່ ຫ້ອງວ່າການປົກຄອງແຂວງ ໄຊສົມບູນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນ. ຟອງສະໝຸດ ອັ່ນລາວັນ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງການຕ່າງປະເທດ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ ເປັນສັກຂີພິຍານ. ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນການປະກອບສ່ວນຂອງພະນັກງານກະຊວງການຕ່າງປະເທດ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ການລະດົມຂົນຂວາຍຈາກພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເງິນສົດຈຳນວນ 300 ລ້ານກີບ, ເຂົ້າສານ 900 ກວ່າກິໂລ, ເຄື່ອງນຸ່ງຮົ່ມ 20 ແກັດ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນເສຍຫາຍ ຢູ່ແຂວງໄຊສົມບູນ ໃນທ້າຍປີ 2024 ແລະ ເດືອນກັນຍາ 2025 ຜ່ານມາ.
ອ່ານເພີ່ມ
ກອງປະຊຸມພົບປະ ແລະ ແລກປ່ຽນວຽກວິຊາການ ລະຫວ່າງ 03 ອົງການຈັດຕັ້ງມະຫາຊົນຂອງ ກົມອົງການຈັດຕັ້ງສາກົນ ແລະ ຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ.
04/09/2025
ກອງປະຊຸມພົບປະ ແລະ ແລກປ່ຽນວຽກວິຊາການ ລະຫວ່າງ 03 ອົງການຈັດຕັ້ງມະຫາຊົນຂອງ ກົມອົງການຈັດຕັ້ງສາກົນ ແລະ ຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2025 ທີ່ ຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ.
ອ່ານເພີ່ມ
ກະຊວງການຕ່າງປະເທດ ສ້າງຂະບວນການອອກແຮງງານລວມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງ ຄັ້ງທີ V ແລະ ວັນສໍາຄັນຂອງຊາດ
01/09/2025
ໃນຕອນເຊົ້າຂອງວັນທີ 30 ສິງຫາ 2025, 3 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ ແລະ ກໍາມະບານ ກະຊວງການຕ່າງປະເທດ ໄດ້ຈັດຂະບວນການອອກແຮງງານລວມ ໃນຂອບເຂດອ້ອມຮອບສຳນັກງານ ກະຊວງການຕ່າງປະເທດຂອງຕົນ, ກິດຈະກຳອອກແຮງງານລວມຄັ້ງນີ້ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງ ຄັ້ງທີ V, ກະກຽມສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 80 ປີ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ນີ້ ໂດຍການນຳພາຂອງ ຄະນະນຳກະຊວງການຕ່າງປະເທດ ແລະ ສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ.
ອ່ານເພີ່ມ










