20/01/2025

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (ວັນທີ 20 ມັງກອນ 1949 – 20 ມັງກອນ 2025), ໃນຕອນບ່າຍຂອງວັນທີ 17 ມັງກອນ 2025 ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ໂດຍມີ ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ. ພ້ອມນີ້, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ມອບປັດໃຈ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 15.500.000 ກີບ ໃຫ້ແກ່ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນຊຸກຍູ້ ແລະ ເປັນກຳລັງໃຈ ໃຫ້ແກ່ອ້າຍເອື້ອຍນ້ອງ, ນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ແນວໜ້າ ເຂດຊົນນະບົດ, ທຸລະກັນດານ ແລະ ຫ່າງໄກສອກຫລີກ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ໄກມະນີ ອໍລະບູນ ໄດ້ຕາງໜ້າສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະແດງຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງ ຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ທີ່ຍາດມາໄດ້ ຕະຫຼອດໄລຍະ 76 ປີຜ່ານມາ, ລວມທັງໄດ້ຍົກໃຫ້ເຫັນມູນເຊື້ອຄວາມສາມັກຄີຮັກແພງ ແລະ ການພົວພັນຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ສະຫະພັນແມ່ຍິງຂອງສອງກະຊວງ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ກໍຄື ສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ຍັງໄດ້ສົ່ງກໍາລັງໃຈ ແລະ ຄວາມຫ່ວງໃຍເຖິງອ້າຍນ້ອງທະຫານບັນດາເລົ່າລົບ ຢູ່ ເຂດທຸລະກັນດານ, ຫ່າງໄກສອກຫຼີກ ແລະ ທະຫານຊາຍແດນ, ພ້ອມທັງໄດ້ຝາກຄວາມອວຍພອນ ໄປຍັງ ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ ແລະ ກອງທັບປະຊາຊົນລາວ ຈົ່ງມີພະລານາໄມສົມບູນ, ປະຕິບັດໜ້າທີ່ອັນມີກຽດສະຫງ່າ ແລະ ປ້ອງກັນຊາດໄດ້ຢ່າງມີໄຊຕະຫຼອດໄປ.
ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກໍໄດ້ຕາງໜ້າສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈ ຕໍ່ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ນຳເອົາວັດຖຸ ແລະ ປັດໃຈມາຊ່ວຍເຫລືອໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ແລະ ເປັນກຳລັງໃຈໃຫ້ແກ້ອ້າຍ, ເອື້ອຍນ້ອງທະຫານທຸກຖ້ວນໜ້າ. ພ້ອມດຽວກັນນັ້ນ, ໄດ້ສະແດງຄວາມຊົມເຊີຍ ແລະ ຢື້ຢາມຖາມຂ່າວ ເຖິງ ຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດ ໂດຍຜ່ານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ.