ຊາວໜຸ່ມກະຊວງການຕ່າງປະເທດ ມອບເຄື່ອນຊ່ວຍເຫຼືອບັນເທົາທຸກລະດູໜາວ ໃຫ້ແກ່ປະຊາຊົນແຂວງຫົວພັນ

03/02/2025

ຊາວໜຸ່ມກະຊວງການຕ່າງປະເທດ ມອບເຄື່ອນຊ່ວຍເຫຼືອບັນເທົາທຸກລະດູໜາວ ໃຫ້ແກ່ປະຊາຊົນແຂວງຫົວພັນ

ຊາວໜຸ່ມກະຊວງການຕ່າງປະເທດ ມອບເຄື່ອນຊ່ວຍເຫຼືອບັນເທົາທຸກລະດູໜາວ ໃຫ້ແກ່ປະຊາຊົນແຂວງຫົວພັນ

 

ໃນວັນທີ 31 ມັງກອນ 2025, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ ໄດ້ນໍາສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກລະດູໜາວ ໄປຍັງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫົວພັນ ເພື່ອນໍາໄປມອບໃຫ້ແກ່ປະຊາຊົນລາວຜູ້ທຸກຍາກ, ຄອບຄົວຊາວໜຸ່ມ ແລະ ນ້ອງນ້ອຍນັກຮຽນທີ່ຢູ່ເຂດຫ່າງໄກສອກຫຼີກ ທີ່ ແຂວງຫົວພັນ, ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບມີ: ເຄື່ອງນຸ່ງຊຸດກັນໜາວ ຈໍານວນ 6 ເປົາໃຫຍ່, ໝີ່ສໍາເລັດຮູບ ຈໍານວນ 5 ແກັດໃຫຍ່, ເຂົ້າສານ ຈ້າວ ຈໍານວນ 30 ເປົາ (450 ກິໂລກຼາມ) ແລະ ຊຸດຜ້າຮົ່ມ ຈໍານວນ 26 ແກັດໃຫຍ່.

ການຂົນສົ່ງເຄື່ອງຊ່ວຍເຫຼືອຄັ້ງນີ້ ແມ່ນໄດ້ຮັບການຍົກເວັ້ນຄ່າທໍານຽມຂົນສົ່ງຈາກ ບໍລິສັດຂົນສົ່ງຮຸ່ງອາລຸນຈໍາກັດ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມຮ່ວມກັນ.

 

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025