3 ອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ (ກໍາມະບານ, ຊາວໜຸ່ມ ແລະ ແມ່ຍິງ) ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ວັນທີ 20 ທັນວາ 2024, ທີ່ ແຂວງ ອຸດົມໄຊ

24/12/2024

3 ອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ (ກໍາມະບານ, ຊາວໜຸ່ມ ແລະ ແມ່ຍິງ) ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ວັນທີ 20 ທັນວາ 2024, ທີ່ ແຂວງ ອຸດົມໄຊ

 

 

ໃນຕອນບ່າຍ, ວັນທີ 20 ທັນວາ 2024, ທີ່ ແຂວງອຸດົມໄຊ, ໃນໂອກາດເດີນທາງເຂົ້າຮ່ວມ ພິທີເປີດໂຄງການ ແລະ ກອງປະຊຸມປຶກສາຫາລື ເພື່ອລະດົມແນວຄວາມຄິດເຂົ້າໃນການຈັດຕັ້ງປະຕິບັດ ໂຄງການເວທີນັກການທູດໜຸ່ມ, 3 ອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ (ກໍາມະບານ, ຊາວໜຸ່ມ ແລະ ແມ່ຍິງກະຊວງການຕ່າງປະເທດ) ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ໂຮງຮຽນສາມັນ ກິນນອນຊົນເຜົ່າແຂວງອຸດົມໄຊ ນໍາພາໂດຍ ທ່ານ ສົມບູນ ສີຫານາດ, ​ກໍາມະການ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ, ເລຂາໜ່ວຍພັກກົມເສດຖະກິດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຄະນະກົມ, ຜູ້ຕາງໜ້າຈາກ ຄະນະບໍລິຫານງານ ກໍາມະບານ, ຊາວໜຸ່ມ ແລະ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ພະນັກງານກົມເສດຖະກິດ ເຂົ້າຮ່ວມປະມານ 30 ຄົນ. ໃຫ້ກຽດຕ້ອນຮັບຄະນະ ໃນຄັ້ງນີ້ໂດຍ ທ່ານ ຄໍາສະຫວ່າງ ຈັນທອງພິລຸນ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ໄຊຊະຫວ່າງ ແກ້ວບູນຫວນ, ຮອງຫົວໜ້າພະແນກການຕ່າງປະເທດ ແລະ ທ່ານ ບຸນຜົງ ຈັນທະລາວົງ, ຜູ້ອໍານວຍການໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງ ອຸດົມໄຊ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນ ທີ່ກໍາລັງສຶກສາຮໍ່າຮຽນ ທີ່ໂຮງຮຽນດັ່ງກ່າວ.

 

 

ຈຸດປະສົງການມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້ ແມ່ນເພື່ອເປັນກໍາລັງຈິດກໍາລັງໃຈ ແລະ ປະກອບສ່ວນຊ່ວຍ ເຫລືອບັນດາຄູ-ອາຈານ ແລະ ລູກຫລານນັກຮຽນ ທີ່ໂຮງຮຽນມັດທະຍົມສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ໃຫ້ສາມາດສືບຕໍ່ຈັດຕັ້ງການສິດສອນ-ຮໍ່າຮຽນ ໄດ້ຢ່າງມີຄຸນະພາບດີຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ກໍ່ເປັນການສ້າງ ຂະບວນການ ເພື່ອສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ-ລັດ ໂດຍສະເພາະ ວັນການທູດ ຂອງ ສປປ ລາວ ຄົບຮອບ 79 ປີ (12 ຕຸລາ 1945), ວັນສະຖາປະນາ ສປປ ລາວ ຄົບຮອບ 49 ປີ (02 ທັນວາ 1975) ແລະ ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫ່ຍ 3 ຂັ້ນ ຂອງ ອົງຄະນະພັກກະຊວງການຕ່າງປະເທດ ທີ່ກໍາລັງດໍາເນີນໄປ ຢ່າງເປັນຂະບວນຟົດຟື້ນ.

 

 

ເຄື່ອງທີ່ນໍາມາຊ່ວຍເຫລືອໃນຄັ້ງນີ້ ປະກອບດ້ວຍເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງນຸ່ງຮົ່ມ ຈໍານວນໜຶ່ງ ທີ່ 3 ອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ (ກໍາມະບານ, ຊາວໜຸ່ມ ແລະ ແມ່ຍິງ) ຮ່ວມກັບບັນດາສໍານັກງານສະຖານທູດ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ ທີ່ສາມາດຂົນຂວາຍຂໍການຊ່ວຍເຫລືອຈາກ ອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດຕ່າງໆ ໄດ້ຊ່ວຍເຫລືອໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

 

 

ໂຮງຮຽນມັດທະຍົມສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ແມ່ນສະຖາບັນການສຶກສາຮໍ່າຮຽນໜຶ່ງ ທີ່ປະກອບ ສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ກໍຄືລູກຫຼານທີ່ເປັນອານາຄົດຂອງຊາດ ທີ່ມາຈາກບັນດາຊົນເຜົ່າຕ່າງໆ ພາຍໃນແຂວງອຸດົມໄຊ ແລະ ແຂວງໃກ້ຄຽງທາງພາກເໜືອຂອງ ສປປ ລາວ. ໃນສົກປີ 2024-2025: ແມ່ນມີນັກຮຽນ ທີ່ກໍາລັງສຶກສາຮໍ່າຮຽນທີ່ໂຮງຮຽນດັ່ງກ່າວ ຈໍານວນທັງໝົດ 559 ຄົນ, ຍິງ 249 ຄົນ, ເປັນນັກຮຽນ ໃນແຜນ 482 ຄົນ, ຍິງ 200 ຄົນ ແລະ ເປັນນັກຮຽນນອກແຜນ ຈໍານວນ 77 ຄົນ, ຍິງ 49 ຄົນ ທີ່ມາຈາກ 11 ຊົນເຜົ່າ ແລະ 4 ໝວດພາສາ.

 

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025