ຂ່າວການເຄື່ອນໄຫວຂອງຄະນະນຳກະຊວງ
ຄົ້ນ​ຫາ​ໃນ​ໜ້ານີ້

ກອງປະຊຸມສໍາມະນາ ຫົວຂໍ້:  “ເວທີປຶກສາຫາລືດ້ານນະໂຍບາຍ ສປປ ລາວ - ສ.ເກົາຫຼີ”

ກອງປະຊຸມສໍາມະນາ ຫົວຂໍ້: “ເວທີປຶກສາຫາລືດ້ານນະໂຍບາຍ ສປປ ລາວ - ສ.ເກົາຫຼີ”

29/04/2025

ໃນຕອນເຊົ້າ ຂອງວັນທີ 29 ເມສາ 2025, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາຂຶ້ນພາຍໃຕ້ຫົວຂໍ້: “ເວທີປຶກສາຫາລືດ້ານນະໂຍບາຍ ສປປ ລາວ - ສ.ເກົາຫຼີ” ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC). ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເປັນໜຶ່ງໃນກິດຈະກຳເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ຄົບຮອບ 30 ປີ (ວັນທີ 25 ຕຸລາ 1995 - ວັນທີ 25 ຕຸລາ 2025), ອີກທັງເປັນການທົບທວນຄືນ ສາຍພົວພັນຮ່ວມມື ລະຫວ່າງ 2 ປະເທດ ແລະ ແລກປ່ຽນທັດສະນະກ່ຽວກັບ ນະໂຍບາຍຂອງການພົວພັນຮ່ວມມື ຂອງ ສປປ ລາວ ຕໍ່ ສ. ເກົາຫຼີ ແລະ ສ.ເກົາຫຼີ ຕໍ່ ສປປ ລາວ ແນໃສ່ເພື່ອຮັດແໜ້ນຄວາມສາມັກຄີ ແລະ ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ໂດຍໄດ້ຮັບກຽດເປັນປະທານກ່າວເປີດ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງມີບັນດາຜູ້ເຂົ້າຮ່ວມຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖານທູດ ສ.ເກົາຫຼີ ປະຈໍາລາວ ແລະ ບັນດາກະຊວງອ້ອມຂ້າງທັງໝົດຫລາຍກວ່າ 120 ທ່ານ.

ອ່ານ​ເພີ່ມ

 

ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ - ປາຊີຟິກ ສະໄໝທີ 81

ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ - ປາຊີຟິກ ສະໄໝທີ 81

22/04/2025

ໃນໄລຍະວັນທີ 21-25 ເມສາ 2025 ທີ່ ບາງກອກ, ປະເທດ ໄທ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນທາງການຂອງ ສປປ ລາວ ເຂົ້າຮ່ວມ ເເລະ ກ່າວຄໍາເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປຂອງຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ ສະໄໝ ທີ 81.

ອ່ານ​ເພີ່ມ

 

ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ  ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອັງກິດ ຄັ້ງທີ 4

ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອັງກິດ ຄັ້ງທີ 4

17/04/2025

ໃນວັນທີ 10 ເມສາ 2025, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອັງກິດ ຄັ້ງທີ 4 ທີ່ ດານັງ, ຫວຽດນາມ ພາຍໃຕ້ການເປັນປະທານຮ່ວມຂອງ ຫວຽດນາມ ແລະ ອັງກິດ.

ອ່ານ​ເພີ່ມ

 

ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ  ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ນິວຊີແລນ ຄັ້ງທີ 32

ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ນິວຊີແລນ ຄັ້ງທີ 32

10/04/2025

ໃນວັນທີ 9 ເມສາ 2025, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ນິວຊີແລນ ຄັ້ງທີ 32 ທີ່ ດານັງ, ຫວຽດນາມ ພາຍໃຕ້ການເປັນປະທານຮ່ວມຂອງ ຫວຽດນາມ ແລະ ນິວຊີແລນ.

ອ່ານ​ເພີ່ມ