1.) ໂດຍຕອບສະໜອງຕາກມການເຊື້ອເຊີນຂອງ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິຫວຽດນາມ ຫງວຽນ ຟູ ຈ້ອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຈີນ ດ້າຍ ກວາງ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 19 ເຖິງ 21 ທັນວາ 2017.
ໃນໄລຍະຢ້ຽມຢາມ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະເຈລະຈາກັບ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ; ພົບປະກັບສະຫາຍ ປະ ທານປະເທດ ເຈີນ ດ້າຍ ກວາງ ແລະ ພ້ອມກັນຖະແຫລງຂ່າວ ປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2017; ພົບປະກັບນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ, ພົບປະກັບປະທານສະພາແຫ່ງຊາດ ຫງວຽນຖິກິມເງິນ; ຢ້ຽມຢາມບາງສະຫາຍອະດີດການນຳຫລັກແຫລ່ງຂອງພັກ ແລະ ລັດ ຫວຽດ ນາມ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະມາຄົມມິດຕະພາບຫວຽດນາມ-ລາວ; ພົບປະໂອ້ລົມກັບບັນດາຜູ້ຕາງໜ້າອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ ພ້ອມດ້ວຍໄວໜຸ່ມຫວຽດນາມ ແລະ ນັກສຶກສາລາວ ຢູ່ຫວຽດນາມ; ຢ້ຽມຢາມບາງພື້ນຖານເສດຖະກິດ, ວັດທະນະທຳຢູ່ນະຄອນຫລວງຮ່າໂນ້ຍ, ແຂວງເຫງະອານ ແລະ ກອງບັນຊາການທະຫານເຂດ 4.
2.) ສອງຝ່າຍເນັ້ນໜັກການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິຫານໃຫຍ່, ປະທານປະເທດ ໃນຄັ້ງນີ້ ແມ່ນຂີດໝາຍທີ່ມີຄວາມໝາຍທາງປະຫວັດສາດ ເຊິ່ງທັງສອງປະເທດໄດ້ປະສານສົມທົບກັນ ຈັດຕັ້ງປີສາມັກຄີມິດຕະພາບ 2017 ຢ່າງມີຜົນສຳເລັດ, ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ. ສອງຝ່າຍສືບຕໍ່ຢືນຢັນຈະສືບທອດມູນເຊື້ອ ສາຍພົວພັນທີ່ສະໜິດສະໜົມທີ່ສືບທອດມາຈາກປະຫວັດສາດ. ຕະ ຫລອດ 55 ປີ ທີ່ຜ່ານມາ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ບັນລຸບັນດາໝາກຜົນອັນໃຫຍ່ຫລວງ, ຮອບດ້ານ, ສຳຄັນ ແລະ ມີຄວາມໝາຍທາງປະຫວັດສາດ, ພ້ອມທັງເນັ້ນໜັກວ່າ ບັນດາຜົນສຳເລັດດັ່ງກ່າວ ແມ່ນໄດ້ມາຈາກສາຍພົວພັນ ຄວາມສາມາກຄີພິເສດ ໂດຍແມ່ນປະທານ ໂຮ່ຈິມິງ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ທີ່ເຄົາລົບຮັກ ເປັນຜູ້ກໍ່ຕັ້ງຂຶ້ນ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາຮຸ່ນການນຳ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ໄດ້ກາຍເປັນມໍລະດົກລວມອັນລ້ຳຄ່າຂອງສອງພັກ, ສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ເປັນປັດໄຈສຳຄັນ ທີ່ຮັບປະກັນຜົນສຳເລັດຂອງພາ ລະກິດປະຕິວັດຢູ່ແຕ່ລະປະເທດ.
ສອງຝ່າຍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກັບການສະໜັບສະໜູນ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າ, ໝົດຈິດໝົດໃຈ, ບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດທີ່ໄດ້ມີໃຫ້ແກ່ກັນ ແລະ ກັນ ຕະຫລອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດໃນເມື່ອກ່ອນ ກໍຄື ພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃນປັດຈຸບັນ. ສອງຝ່າຍຢືນຢັນຈະສືບທອດ ແລະ ເສີມຂະຫຍາຍມູນເຊື້ອທີ່ດີງາມດັ່ງກ່າວຢ່າງຕັ້ງໜ້າ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຢ່າງບໍ່ຢຸດຢັ້ງ, ຖືວ່ານີ້ແມ່ນບັນຫາທີ່ມີຄວາມໝາຍອັນເປັນຕາຍ ຕໍ່ອະນາຄົດຂອງສອງຊາດ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມສົມບູນພູນສຸກຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະເຖຍລະພາບ, ການຮ່ວມມື ແລະ ການພັດທະນາຢູ່ ພາກພື້ນ ແລະ ໃນໂລກ.
3.) ໃນທ່າມກາງບັນຍາກາດ ທີ່ເຕັມໄປດ້ວຍນ້ຳໃຈມິດຕະພາບ, ຄວາມສາມັກຄີພິເສດ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ຊົມເຊີຍບັນດາໝາກຜົນທີ່ສຳຄັນພາຍຫລັງ 2 ປີ ແຫ່ງການດຳເນີນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ຢືນຢັນເຖິງໝາກຜົນຂອງປີສາມັກຄີມິດຕະ ພາບລາວ-ຫວຽດ ນາມ ປີ 2017 ເຊິ່ງມີຄວາມໝາຍເລິກເຊິ່ງ ໃນການຍົກສູງຄວາມຮັບຮູ້ ກ່ຽວກັບສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ; ເປັນເຫງົ້າພະລັງທີ່ສຳຄັນເພື່ອເສີມຂະຫາຍາຍສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນການປະຕິບັດແນວທາງການປ່ຽນແປງໃໝ່ຂອງແຕ່ລະພັກຢ່າງມີໄຊ. ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈນຳກັນ.
4.) ສອງຝ່າຍເປັນເອກະພາບ ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງ ລະຫວ່າງ ສອງພັກ, ສອງລັດ; ຖະແຫລງການຮ່ວມ ລາວ-ຫວຽດນາມ ໃນເດືອນເມສາ ປີ 2016, ເດືອນພະຈິກ ປີ 2016 ແລະ ເດືອນເມສາ ປີ 2017 ໃນໂອກາດແຫ່ງການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງການນຳຂັ້ນສູງສອງພັກ, ສອງລັດ.
5.) ສອງຝ່າຍເປັນເອກະພາບກັນໃນການເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ກຳນົດທິດລວມໃຫ້ແກ່ການຳພົວພັນຮ່ວມມື ລະຫວ່າງສອງປະເທດ; ສືບຕໍ່ຮັກສາບັນດາການພົບປະແລກປ່ຽນ, ໄປມາຫາສູ່ກັນຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ດ້ວຍຫລາຍຮູບການ; ປັບປຸງ ແລະ ຍົກສູງປະສິດທິຜົນຂອງບັນດາກົນໄກການຮ່ວມມື ລະຫວ່າງ ສອງພັກ, ສອງລັດໃຫ້ມີຄວາມບໍລິບູນ; ເປີດກວ້າງການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງບັນ ດາຄະນະພັກ, ກະຊວງ, ຂະແໜງການ, ບັນດາກຳມາທິການຂອງສະພາແຫ່ງຊາດ, ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນຂອງສອງປະເທດ, ໃນນັ້ນຖືສຳຄັນການແລກປ່ຽນດ້ານທິດສະດີ ແລະ ພຶດຕິກຳ, ແລກປ່ຽນບົດຮຽນ ກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຢ່າງໜັກແໜ້ນ. ເຂັ້ມແຂງ, ການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງສາກົນ; ສຸມໃສ່ປະສານສົມທົບໃນການກໍ່ສ້າງ, ບໍາລຸງພະນັກງານຂັ້ນຕ່າງໆ; ຍູ້ແຮງການໂຄສະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບມູນເຊື້ອແຫ່ງການພົວພັນສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ຊັ້ນຄົນຕ່າງໆ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດ; ສືບຕໍ່ປະສານສົມທົບໃນການສ້າງບັນດາກິດຈະການກໍ່ສ້າງ ແລະ ການບູລະນະສະ ຖານທີ່ທາງປະຫວັດສາດ ກ່ຽວກັບການພົວພັນ ລາວ-ຫວຽດນາມ ຢູ່ແຕ່ລະປະເທດ.
6.) ສອງຝ່າຍຢືນຢັນເຖິງຄວາມສຳຄັນ ແລະ ເປັນເອກະພາບໃນການອອກແຮງຊຸກຍູ້, ຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ-ກໍ່ສ້າງ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ ຢ່າງມີປະສິດທິຜົນ. ສອງຝ່າຍປະສານສົມທົບກັນໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ສັນຍາ, ບົດບັນທຶກການຮ່ວມມື ລະຫວ່າງ ສອງລັດຖະບານ ແລະ ບັນດາແຜນການຮ່ວມມື ລະຫວ່າງບັນດາກະຊວງ, ຂະ ແໜງການ ແລະ ທ້ອງຖິ່ນຂອງສອງປະເທດເປັນຢ່າງດີ, ໃນນັ້ນໃຫ້ບູລິມະສິດໃນການເຊື່ອມຕໍ່ພື້ນຖານຂອງເສດຖະກິດຂອງສອງປະເທດ, ເປັນຕົ້ນແມ່ນການເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງ, ພະລັງງານ, ການທ່ອງທ່ຽວ ແລະ ການຮ່ວມມືໃນການນຳໃຊ້ ບັນດາທ່າກຳປັ່ນຂອງຫວຽດນາມ ຢ່າງມີປະສິດທິຜົນ ເພື່ອເປົ້າໝາຍການພັດທະນາຂອງສອງປະເທດຕາມຂໍ້ຕົກລົງລະຫວ່າງສອງຝ່າຍ ດ້ວຍບັນດາມາດຕະການອັນລະອຽດ ແນ່ໃສ່ຮັບປະກັນຄວາມຄືບໜ້າ ໃນການປະຕິບັດບາງໂຄງການລົງທຶນຈຸດສຸມຈຳນວນໜຶ່ງຂອງຫວຽດນາມ ຢູ່ລາວ; ຍົກສູງຄຸນນະພາບໃນຂົງເຂດ ການສຶກສາ-ກໍ່ສ້າງ ແລະ ການພັດທະນາຊັບພະຍາ ກອນມະນຸດ. ສອງຝ່າຍຢືນຢັນສືບຕໍ່ສ້າງເງື່ອນໄຂຄວາມສະດວກໃຫ້ແກ່ວົງຄະນະຍາດຫວຽດນາມ ແລະ ວົງຄະນະຍາດຊາວລາວຢູ່ຫວຽດນາມ ໃນການດຳລົງຊີວິດ, ທຳມາຫາກິນ, ສຶກສາຮ່ຳຮຽນ ໂດຍສອດຄ່ອງຕາມລະບຽບກົດໝາຍຂອງແຕ່ລະປະເທດ ແລະ ປະເພນີສາກົນ. ຫວຽດນາມ ສະແດງຄວາມຂອບໃຈຕໍ່ຝ່າຍລາວ ທີ່ໄດ້ຖືສຳຄັນການປະກອບສ່ວນຢ່າງຕັ້ງໜ້າ ຂອງວົງຄະນະຍາດຊາວຫວຽດນາມ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດລາວ.
7.) ສອງຝ່າຍເປັນເອກະພາບກັນໃນການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຖືນີ້ເປັນເສົາຄ້ຳໃນການພົວພັນ ລະຫວ່າງສອງປະເທດເພື່ອປົກປັກຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ຢູ່ແຕ່ລະປະເທດຢ່າງໜັກແໜ້ນ. ສອງຝ່າຍປະສານສົມທົບກັນ ໃນການປະຕິບັດບັນດາຂໍ້ຕົກລົງການຮ່ວມມືດ້ານປ້້ອງກັນຊາດ, ປ້ອງກັນຄວາມສະຫົງບໃຫ້ໄດ້ດີ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານ, ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນ; ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ມີີສັນຕິ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ; ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງລະດັບລັດຖະບານ ວ່າດ້ວຍການແກ້ໄຂການເຄື່ອນຍ້າຍໄປມາຕາມລຳພັງໃຈ ແລະ ການແຕ່ງງານທີ່ບໍ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນ ຢູ່ຕາມບໍລິເວນຊາຍແດນຂອງສອງປະເທດໃຫ້ມີປະສິດທິຜົນ; ປະສານສົມທົບຢ່າງແໜ້ນແຟ້ນໃນການຕ້ານ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາດທຸກປະເພດ, ເປັນຕົ້ນແມ່ນການຊື້ຂາຍ, ຂົນສົ່ງເສບຕິດ; ສືບຕໍ່ປະສານສົບທົບກັນໃນການຊອກຄົ້ນຫາ ແລະ ຈັດສົ່ງອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ ກັບຄືນປະເທດ.
8.) ສອງຝ່າຍ ເປັນເອກະພາບກັນ ໃນການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນຢູ່ ສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກຂອງການຮ່ວມມືໃນອານຸ ພາກພື້ນແມ່ນ້ຳຂອງ, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ, ຝ່າຍລາວສະແດງຄວາມຊົມເຊີຍຫວຽດນາມ ທີ່ຈັດປີີເອເປັກ 2017 ຢ່າງມີຜົນສຳເລັດ; ຝ່າຍຫວຽດນາມສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຝ່າຍລາວ ທີ່ໄດ້ໃຫ້ ການສະໜັບສະໜູນຫວຽດນາມ ໃນການເຮັດໜ້າທີ່ອັນມີກຽດສະຫງ່າໃນການເປັນເຈົ້າພາບຈັດກອງປະຊຸມ ເອເປັກ ຢ່າງມີຜົນສຳເລັດອັນຈົບງາມ.
ສອງຝ່າຍ ເປັນເອກະພາບກັນໃນການສືບຕໍ່ເພີ່ມທະວີຮ່ວມມື, ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ປະສານສົມທົບກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ, ນຳໃຊ້ແມ່ນ້ຳຂອງແບບຍືນຍົງ ແລະ ມີປະສິດທິຜົນ, ຮັບປະກັນຜົນປະໂຫຍດຂອງບບັນດາປະເທດໃນເຂດລຽບແມ່ນ້ຳຂອງ; ມີກົນໄກການປະສານງານ ລະຫວ່າງສອງຝ່າຍ ແລະ ບັນດາຝ່າຍທີ່ກ່ຽວຂ້ອງເພື່ອຕິດຕາມ-ກວດກາ ບັນດາຜົນກະທົບຮອບດ້ານຈາກການນຳໃຊ້ແມ່ນ້ຳຂອງ; ເພີ່ມທະວີການປະສານສົມທົບກັບ ກຳປູເຈຍ ໃນການຊຸກຍູ້ປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ນາຍົກ ກ່ຽວກັບເຂດສາມລ່ຽມພັດທະນາ ຫວຽດນາມ-ລາວ-ກຳປູເຈຍ.
ສອງຝ່າຍ ສືບຕໍ່ເນັ້ນໜັກກ່ຽວກັບຄວາມສຳຄັນຂອງການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພຢູ່ທະເລຈີນໃຕ້ (ຫວຽດນາມ ເອີ້ນວ່າ ທະເລຕາເວັນອອກ); ແກ້ໄຂບັນດາຂໍ້ຂັດແຍ່ງໃນທະເລຈີີນໃຕ້ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາວ່າດ້ວຍກົດໝາຍທະເລ ປີ 1982; ຮ່ວມກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຖະແຫລງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍ ຢູ່ທະເລຈີນໃຕ້ (COC) ໂດຍໄວ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
9.) ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ສະແດງຄວາມຂອບໃຈຢ່າງຈິງໃຈພັກລັດຖະບານ ແລະ ປະຊາຊົນຫວຽດນາມ, ຂອບໃຈ ເລຂາທິການໃຫຍ່ ຫວຽນຟູຈອງ, ປະທານປະເທດ ເຈີ່ນ ດ້າຍກວາງ ແລະ ບັນດາສະຫາຍການນຳຂັ້ນສູງ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບອັນສົມກຽດ, ເຕັມໄປດ້ວຍມິດຈິດມິດໃຈຖານສະຫາຍອ້າຍນ້ອງ, ເຊິ່ງເປັນການສະແດງເຖິງຄວາມມີຊີວິດຊີວາແຫ່ງສາຍ ພົວພັນສາມັກຄີພິເສດ ລາວ-ຫວຽດນາມ.
ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເຊື້ອເຊີນ ເລຂາທິການໃຫຍ່ ຫວຽນຟູຈ໋ອງ ພ້ອມດ້ວຍພັນລະຍາ, ປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ; ບັນດາສະຫາຍການນຳຂັ້ນສູງພັກ, ລັດ ຫວຽດນາມ ຢ້ຽມຢາມລາວ, ເລຂາທິການໃຫຍ່ ຫວຽນ ຟູຈ໋ອງ, ປະທານປະເທດ ເຈີ່ນດ້າຍກວາງ ແລະ ບັນດາການນຳຂັ້ນສູງ ພັກ, ລັດ ຫວຽດນາມ ໄດ້ຕອບຮັບຄຳເຊື້ອເຊີນດ້ວຍຄວາມປິຕິຍິນດີ, ວັນເວລາລະອຽດຂອງການຢ້ຽມຢາມຈະແຈ້ງຜ່ານທາງການທູດ.