ການພົບປະສອງຝ່າຍ ລະຫວ່າງ ສະຫະພັນແມ່ຍິງຂອງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ
ທ່ານ ນາງ ອາລຸນີ ກົມມະສິດ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຫວໍ ທິ ຢຸງ
ໃນລະຫວ່າງ ວັນທີ 21-24ມີນາ 2019, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ນຳໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາລັດຖະມົນຕີ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ໄດ້ເດີນທາງຢ້ຽມຢາມເຮັດວຽກຢູ່ ນະຄອນໂຮ່ຈີມິນ ແລະ ແຂວງ ກຽນ ຢາງ, ສສ ຫວຽດນາມ ຕາມການເຊື້ອເຊີນຂອງ ສະຫາຍ ນາງ ຫງວຽນ ທິ ຫງວຽດ ງາ, ພັນລະຍາ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ຢູ່ ຮ່າໂນ້ຍ. ການຢ້ຽມຢາມຄັ້ງນີ້, ເປັນການຢ້ຽມຢາມ-ແລກປ່ຽນບົດຮຽນປະຈຳປີ ລະຫວ່າງສະຫະພັນແມ່ຍິງ ຂອງສອງກະຊວງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ. ໂດຍໄດ້ຮັບກຽດໃຫ້ການຕ້ອນຮັບຢ່າງອົບອຸ່ນ ຂອງການນຳນະຄອນໂຮ່ຈີມິນ, ການນຳ ເມືອງຝູກວັກ, ແຂວງ ກຽນ ຢາງ ແລະ ກົງສູນໃຫຍ່ຂອງ ສປປ ລາວ ປະຈໍາ ນະຄອນໂຮ່ຈີ່ມິນ.
ໃນການພົບປະສອງຝ່າຍ ລະຫວ່າງສະຫະພັນແມ່ຍິງຂອງສອງກະຊວງການຕ່າງປະເທດ ໃນວັນທີ 21 ມີນາ 2019 ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ໃນການປະກອບສ່ວນພັດທະນາປະເທດຊາດ ທີ່ນັບມື້ນັບເພີ່ມຂຶ້ນ. ສະເພາະການພົວພັນສອງຝ່າຍ ລາວ-ຫວຽດນາມ, ແມ່ຍິງກໍ່ໄດ້ເປັນຂົວຕໍ່ອັນສຳຄັນໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ. ແມ່ຍິງລາວ ແລະ ແມ່ຍິງຫວຽດນາມແມ່ນມີພາລະບົດບາດ ບໍ່ແຕກຕ່າງກັນ, ນອກຈາກຕ້ອງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນແລ້ວ ຍັງມີໜ້າທີ່ຕໍ່ຄອບຄົວ ໃນຖານະເປັນພັນລະຍາ ແລະ ເປັນແມ່ ອີກ. ທັງສອງຝ່າຍໄດ້ເຫັນດີວ່າ, ການພົບປະເຊິ່ງກັນ ແລະ ກັນຢ່າງເປັນປະຈຳ ກໍ່ເປັນໂອກາດອັນດີໃຫ້ແມ່ຍິງສອງກະຊວງໄດ້ແລກປ່ຽນບົດຮຽນ, ປະສົບການໃນການປະຕິບັດໜ້າທີ່ຂອງຕົນໃຫ້ນັບມື້ນັບດີຂຶ້ນ ແລະ ເສີມຂະຫຍາຍບົດບາດຂອງແມ່ຍິງໃຫ້ນັບມື້ນັບສູງເດັ່ນຂຶ້ນ. ຝ່າຍລາວໄດ້ຕີລາຄາສູງ ບົດບາດຂອງແມ່ຍິງຫວຽດນາມ ໃນຂະແໜງການຕ່າງປະເທດ ທີ່ນັບມື້ນັບສູງເດັ່ນຂຶ້ນ, ເຊິ່ງມາເຖິງປະຈຸບັນ ຈໍານວນພະນັກງານເພດຍິງໃນຂະແໜງການຕ່າງປະເທດຫວຽດນາມ ກວມເອົາ 42,6% ຂອງພະນັກງານທັງໝົດ ຊຶ່ງເປັນອັດຕາສ່ວນທີ່ສູງທີ່ສຸດ ໃນຮອບ 75 ປີຜ່ານມາ. ແມ່ຍິງ ກະຊວງການຕ່າງປະເທດລາວ ກວມເອົາ 33,3% ຂອງພະນັກງານທັງໝົດ. ຈໍານວນເພດຍິງທີ່ເປັນເອກອັກຄະລັດຖະທູດ ແລະ ຂັ້ນກົມຂອງກະຊວງ ກໍມີຈຳນວນເພີ່ມຂຶ້ນ ປະຕິບັດໜ້າທີ່ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເທົ່າທຽມກັບເພດຊາຍ.
ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບການເຄື່ອນໄຫວຂອງ ກຸ່ມນັກການທູດຍິງອາຊຽນ ທີ່ ນະ ຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ເພື່ອໃຫ້ກຸ່ມດັ່ງກ່າວ ເປັນຂົວຕໍ່ໃນການຮັດແໜ້ນຄວາມສາມັກຄີ ຂອງບັນດາປະເທດສະມາຊິກອາຊຽນ ເວົ້າສະເພາະ, ເວົ້າລວມແມ່ນ ລະຫວ່າງບັນດາປະເທດທີ່ມີສະຖານທູດຢູ່ແຕ່ລະປະເທດ ໃຫ້ມີຄວາມສະໜິດສະໜົມກັນຂຶ້ນ ໂດຍຜ່ານກິດຈະກຳຕ່າງໆ ທີ່ກຸ່ມຈັດຂຶ້ນ ແລະ ມີການເຂົ້າຮ່ວມຂອງຄອບຄົວ ຂອງບັນດານັກການທູດ ເຊັ່ນ: ກິດຈະກຳວັນຄອບຄົວອາຊຽນ, ການເຂົ້າຄ້າຍພັກແລ້ງ ລູກຮັກນັກການທູດ ຊຶ່ງເປັນກິດຈະກຳທີ່ກຸ່ມນັກການທູດຍິງ ອາຊຽນ ທີ່ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງປະຕິບັດມາແລ້ວ ແລະ ເຫັນວ່າໄດ້ຮັບຜົນດີ.
ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົບປະແລກປ່ຽນຄັ້ງນີ້, ຊຶ່ງຖືເປັນການສືບຕໍ່ຜັນຂະຫຍາຍເນື້ອໃນຈິດໃຈຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ (2014-2020)ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮວ່ມມືຮອບດ້ານ ລະຫວ່າງສອງປະເທດ ກໍຄືສອງກະຊວງການຕ່າງປະເທດ, ໂດຍສະເພາະແມ່ນ ລະຫວ່າງສະຫະພັນແມ່ຍິງຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ຊຶ່ງໄດ້ລິເລີ່ມກໍ່ຕັ້ງໂດຍແມ່ນ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນປີ 2014 ທີ່ຜ່ານມາ ແລະ ໄດ້ສືບຕໍ່ຈັດຕັ້ງປະຕິບັດທຸກໆປີຈົນເຖິງປະຈະບັນ.
ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານ ນາງ ອາລຸນີ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຫວໍ ທິ ຢຸງ, ຮອງເລຂາພັກນະຄອນໂຮ່ຈິມິນ.