ໃນຕອນເຊົ້າຂອງວັນທີ 22 ກັນຍາ 2021, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸ ໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ 3 ເສົາຄ້ຳເຈົ້າໜ້າທີ່ອາວຸໂສອາຊຽນ (Joint Consultative Meeting- JCM) ໃນຮູບແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ.
ກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບການກະກຽມໃນດ້ານຕ່າງໆເປັນຕົ້ນແມ່ນດ້ານເນື້ອໃນ ແລະ ດ້ານພະລາທິການສຳລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ອື່ນໆ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021. ໃນນັ້ນ, ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າຂອງຂະບວນການຮ່າງບັນດາເອກະສານຜົນຂອງກອງປະຊຸມສຸດຍອດຂ້າງເທິງ ເປັນຕົ້ນແມ່ນຖະແຫຼງການ ບັນດາ ເສຣິ ເບກາວັນ ວ່າດ້ວຍຂໍ້ລິເລີ່ມຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ໃນການຮັບມືກັບໄພພິບັດ ແລະ ພາວະສຸກເສີນຕ່າງໆ (ASEAN SHIELD), ແຜນຍຸດທະສາດການປະຕິວັດດ້ານອຸດສາຫະກຳ 4.0 (4IR), ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ, ແລະ ເອກະສານທີ່ສຳຄັນອື່ນໆ. ພ້ອມກັນນັ້ນ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນຈາກ 3 ເສົາຄ້ຳ ຍັງໄດ້ປຶກສາຫາລືບັນດາຂໍ້ລິເລີ່ມ ແລະ ກິດຈະກຳ ທີ່ພວມເລັ່ງລັດຈັດຕັ້ງປະຕິບັດ ເຊັ່ນ: ການປະ ສານງານຂ້າມເສົາຄ້ຳປະຊາຄົມ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະ ນາ ແລະ ການຈັດຕັ້ງປະຕິບັດແຜນວຽກຂອງຂໍ້ລິເລີ່ມເພື່ອການເຊື່ອງໂຍງອາຊຽນ ສະບັບທີ 4, ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ການເຊື່ອມສານບັນດາກິດຈະກຳຂອງວິໄສທັດປະຊາຄົມອາຊຽນ 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງອົງ ການສະຫະປະຊາຊາດ ແລະ ອື່ນໆ.