14/02/2025

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 12-14 ກຸມພາ 2025, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໄດ້ມີຂຶ້ນໃນວັນທີ 14 ກຸມພາ 2025, ທີ່ ກະຊວງການຕ່າງປະເທດ ຫວຽດນາມ. ການຢ້ຽມຢາມນີ້ ແມ່ນເປັນຄັ້ງທຳອິດ ພາຍຫຼັງທີ່ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດລາວ ຜູ້ໃຫມ່ ແລະ ຢູ່ໃນທ່າມກາງບັນຍາກາດແຫ່ງການສະເຫຼີມສະຫຼອງບຸນປະເພນີປີໃຫມ່ຫວຽດນາມ ກໍຄື ການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ. ໃນການພົບປະ, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ລາວ-ຫວຽດນາມ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນການສະຫຼຸບຕີລາຄາຄືນການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ແລະ ໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນໃນຫຼາຍບັນຫາຮ່ວມກັນ ແລະ ກຳນົດທິດທາງແຜນການຮ່ວມມືໃນຕໍ່ຫນ້າ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະແມ່ນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງສອງກົມການເມືອງ ກໍ່ຄື ຜົນຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ໃນເດືອນມັງກອນ 2025 ຜ່ານມາ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ແຕກດອກອອກຜົນຍິ່ງຂຶ້ນ. ສອງຝ່າຍ ຈະສືບຕໍ່ການຮັດແໜ້ນຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ, ສືບຕໍ່ການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖີ່ນ ຢ່າງເປັນປົກກະຕິ ໂດຍເນັ້ນໃສ່ທາງດ້ານປະສິດທິພາບຂອງການຢ້ຽມຢາມ ຫຼາຍກວ່າດ້ານປະລິມານ; ເພີ່ມທະວິການແລກປ່ຽນທິດສະດີການເມືອງ, ຂໍ້ມູນຂ່າວສານ, ບົດຮຽນປະສົບການວຽກງານການກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ເປີດກວ້າງການຮ່ວມມືພາຍນອກ ແລະ ການເຊື່ອມໂຍງສາກົນ ຢ່າງກວ້າງຂວາງ. ສອງຝ່າຍ ຈະເພີ່ມທະວີຊຸກຍູ້ວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບປະຫວັດສາດ ແລະ ມູນເຊື້ອຄວາມເປັນມາແຫ່ງສາຍພົວພັນພິເສດ ລາວ-ຫວຽດນາມ ກໍ່ຄື ບັນດາໝາກຜົນທີ່ສອງຝ່າຍຍາດມາໄດ້ ໃຫ້ປະຊາຊົນສອງຊາດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍສະເພາະ ຄົນລຸ້ນໃໝ່ຂອງສອງຊາດ; ສືບຕໍ່ການຮ່ວມມືວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ວຽກງານຕ້ານ-ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ແລະ ການຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນຊາຍແດນ ລາວ-ຫວຽດນາມ, ເພີ່ມທະວີຮ່ວມມືແລກປ່ຽນດ້ານວັດທະນະທຳ ແລະ ທ່ອງທ່ຽວ; ພ້ອມນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຮ່ວມມືດ້ານເສດຖະກິດ-ການຄ້າ ໃນໄລຍະຜ່ານມາ, ເຊິ່ງໃນປີ 2024 ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ຫຼາຍກວ່າ 2 ຕື້ໂດລາສະຫະລັດ, ໃນນັ້ນ ສອງຝ່າຍ ຈະເພີ່ມທະວີຊຸກຍູ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃຫ້ມີການພົວພັນຮ່ວມມືກັນຫຼາຍຂຶ້ນ ເພື່ອຊຸກດັນໃຫ້ການຄ້າສອງປະເທດ ສາມາດບັນລຸເປົ້າໝາຍ ມູນຄ່າ 5 ຕື້ໂດລາສະຫະລັດ ໃນຕໍ່ຫນ້າ ໃຫ້ແທດເຫມາະກັບການຕົກລົງເຫັນດີຂອງສອງກົມການເມືອງ ກໍ່ຄື ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ທີ່ຜ່ານມາ.
ສຳລັບການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ການພົວພັນຮ່ວມມື ແລະ ການປະສານສົມທົບກັນຢ່າງສະໜິດແໜ້ນຂອງສອງກະຊວງ ຕະຫຼອດໄລຍະທີ່ຜ່ານມາ ໃນຖານະເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ນອກຈາກ ກົນໄກການພົບປະປະຈໍາປີຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ແລະ ຂັ້ນຮອງລັດຖະມົນຕີ ແລ້ວ, ສອງຝ່າຍ ຈະສືບຕໍ່ການແລກປ່ຽນຂໍ້ມູນຂ່າວສານນໍາກັນຂອງບັນດາກົມ ຢ່າງເປັນປົກກະຕິ, ລວມທັງ ບັນດາສະຖານທູດ ແລະ ຫ້ອງການຜູ້ຕາງໜ້າຂອງສອງປະເທດ ຢູ່ປະເທດທີ 3 ກໍ່ໃຫ້ສືບຕໍ່ມູນເຊື້ອຮັກແພງ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ປັດຈຸບັນ, ສອງກະຊວງການຕ່າງປະເທດ ກຳລັງສືບຕໍ່ຈັດຕັ້ງປະຕິບັດຕາມຂໍ້ຕົກລົງການຮ່ວມມື ໄລຍະ 2021–2025 ແລະ ແຜນປະຕິບັດງານການທຸດເສດຖະກິດ ໄລຍະ 2020–2025 (ຈະສິ້ນສຸດອາຍຸການໃນທ້າຍປີນີ້) ແລະ ຈະພິຈາລະນາສືບຕໍ່ລົງນາມກັນໃຫມ່ ໃນໂອກາດ ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັັດຖະມົນຕີ ຄັ້ງທີ 12 ໃນທ້າຍປີ 2025 ນີ້. ພ້ອມນັ້ນ, ສອງຝ່າຍ ຈະຊຸກຍູ້ການພົບປະລະຫວ່າງຄະນະວິຊາການນຳກັນ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ເປັນຕົ້ນ ວຽກງານການທູດເສດຖະກິດ, ວຽກງານຝຶກອົບຮົມກໍ່ສ້າງຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ, ວຽກງານກົມກົງສຸນ, ວຽກງານການຂ່າວ, ວຽກງານຊາຍແດນ ແລະ ການພົບປະແລກປ່ຽນລະຫວ່າງ ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ລາວ-ຫວຽດນາມ. ສອງຝ່າຍ ຍັງໄດ້ແລກປ່ຽນຄຳເຫັນກ່ຽວກັບວຽກງານການປັບປຸງກົງຈັກການຈັດຕັ້ງລະບົບການເມືອງ ໃຫ້ມີປະສິດທິພາບສູງຂຶ້ນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປະຈຸບັນ ເປັນຕົ້ນ ການຫຼຸດຄວາມທັບຊ້ອນຂອງບັນດາໜ້າວຽກຂອງກະຊວງ, ຂະແໜງການ ແລະ ການປັບປຸງດ້ານບຸກຄະລາກອນຂອງອົງການຈັດຕັ້ງ ພັກ-ລັດ ໃນຕໍ່ຫນ້າ. ພ້ອມນັ້ນ ກໍ່ຢືນຢັນຈະໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນເອງ ແລະ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ພາຍຫຼັງສຳເລັດກອງປະຊຸມພົບປະ, ກໍ່ໄດ້ມີພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍ ໃຫ້ແກ່ ກົມກອງລວມຫມູ່ ແລະ ບຸກຄົນ ກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ເພື່ອເປັນການຍ້ອງຍໍສັນລະເສີນການປະກອບສ່ວນສຳຄັນຂອງກົມກອງລວມໝູ່ ແລະ ບຸກຄົນກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ເຂົ້າໃນການຈັດສຳເລັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ ປີ 2022 ທີ່ຜ່ານມາ ຕໍ່ 2 ເຫດການທີ່ສຳຄັນ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ເຊິ່ງຕາງໜ້າ ພັກ-ລັດຖະບານ ແຫ່ງ ສປປ ລາວ ໃຫ້ກຽດປະດັບໃນຄັ້ງນີ້ ໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງປະກອບມີ: ຫຼຽນໄຊອິດສະຫຼະ ຊັ້ນ II ໃຫ້ແກ່ ສະຫາຍ ບຸຍ ແທັງ ເຊິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ຫວຽດນາມ; ຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ແກ່ 02 ສະຫາຍ ຮອງລັດຖະມົນຕີຕ່າງປະເທດ ຫວຽດນາມ; ຫຼຽນໄຊແຮງງານ ຊັ້ນ I ໃຫ້ແກ່ 01 ກົມກອງ; ຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ 01 ກົມກອງ ແລະ 01 ສະຫາຍ; ຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ 01 ສະຫາຍ ແລະ 06 ກົມກອງ; ແລະ ໃບຍ້ອງຍໍຂັ້ນລັດຖະບານ ໃຫ້ແກ່ 13 ສະຫາຍ.
ໃນວັນດຽວກັນນີ້, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ກໍ່ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມຂ່ຳນັບ ສຸສານ ປະທານ ໂຮ່ ຈິມິນ ແລະ ໄດ້ເດີນທາງກັບຄືນສູ່ນະຄອນຫຼວງວຽງຈັນ ໃນຕອນແລງ.