13/02/2025

ໃນໂອກາດການເດີນທາງໄປຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ, ໃນວັນທີ 13 ກຸມພາ 2025, ທີ່ ນະຄອນຫຼວງ ຮ່າໂນ້ຍ; ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບບັນດາ ສະຫາຍ ການນຳຂັ້ນສູງ ແຫ່ງ ສສ. ຫວຽດນາມ ຄື: ສະຫາຍ ເລື່ອງ ເກືອງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ; ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ຕາມລຳດັບ.
ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມີໂອກາດນຳພາຄະນະ ເຂົ້າຢ້ຽມຂ່ຳນັບບັນດາ ສະຫາຍ ການນຳຂັ້ນສູງ ພັກ-ລັດຖະບານ ແຫ່ງ ສສ. ຫວຽດນາມ ໃນຄັ້ງນີ້, ເຊິ່ງຖືເປັນການຢ້ຽມຢາມຄັ້ງທຳອິດ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຖືໂອກາດນີ້ ນຳເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດ ຈາກ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ປະທານປະເທດ ແລະ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຍັງ ສະຫາຍ ຄູ່ຮ່ວມຕຳແໜ່ງຝ່າຍ ຫວຽດນາມ. ພ້ອມນີ້, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດ ອັນໃຫຍ່ຫຼວງ ທີ່ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະ ການບໍລິຫານອັນເດັດດ່ຽວຂອງລັດຖະບານ, ເຮັດໃຫ້ປະເທດຫວຽດນາມ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໃນລະດັບສູງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ບົດບາດ ແລະ ອິດທິພົນຂອງ ສສ. ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ; ສະຫາຍ ລັດຖະມົນຕີຕ່າງປະເທດລາວ ຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ເຊິ່ງຈະໄດ້ພົບປະປຶກສາຫາລືສອງຝ່າຍກັບ ສະຫາຍ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໃນການຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະການຊອກຫາມາດຕະການຕ່າງໆ ໃນການຊຸກຍູ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ໃນການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ຄັ້ງທີ 47 ໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງສຸດ, ປຶກສາຫາລືກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃນການເປັນເສນາທິການໃຫ້ແກ່ ສອງພັກ, ສອງລັດ ແລະ ແລກປ່ຽນທັດສະນະຢ່າງກົງໄປກົງມາຖານ ສະຫາຍອ້າຍນ້ອງ ກ່ຽວກັບບາງສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ. ພິເສດ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືລະຫວ່າງສອງປະເທດ ທີ່ມີລັກສະນະຍຸດທະສາດ ໃຫ້ມີຄວາມຄືບຫນ້າ, ໄດ້ຮັບຜົນສຳເລັດ ແລະ ເປັນຮູບປະທຳ ເຊິ່ງ ພັກ-ລັດຖະບານ ແລະ ປະຊາຊົນ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຈາກ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.
ໃນຂະນະດຽວກັນ, ບັນດາ ສະຫາຍ ການນຳຂັ້ນສູງ ພັກ-ລັດຖະບານ ຫວຽດນາມ ຕ່າງກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ທີ່ນຳພາຄະນະມາຢ້ຽມຢາມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດຖະບານ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວອ້າຍນ້ອງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ, ສະແດງຄວາມຂອບໃຈຕໍ່ການນຳເອົາຄວາມຢື້ຢາມຖາມຂ່າວອັນປະເສີດ ຈາກ ສະຫາຍ ການນຳຂັ້ນສູງ ພັກ-ລັດຖະບານ ລາວ, ພ້ອມນັ້ນ ກໍ່ໄດ້ສະເໜີໃຫ້ສອງກະຊວງການຕ່າງປະເທດ ຫວຽດນາມ-ລາວ ຈົ່ງສືບຕໍ່ຮັດແຫນ້ນການຮ່ວມມືກັນຢ່າງໃກ້ຊິດ ໂດຍສະເພາະ ການເປັນເສນາທິການໃຫ້ແກ່ການນຳຂັ້ນສູງຂອງສອງປະເທດ ຫວຽດນາມ-ລາວ ໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະ ແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຍິ່ງໆຂຶ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງນີ້ ກໍ່ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງປະເທດ ຫວຽດນາມ-ລາວ ລາວ-ຫວຽດນາມ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈົ່ງຫມັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.