ແຈ້ງການຂອງກະຊວງການຕ່າງປະເທດ

10/02/2025

ແຈ້ງການຂອງກະຊວງການຕ່າງປະເທດ

ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ຈະເດີນທາງຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 12-14 ກຸມພາ 2025

 

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງສະຫາຍ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ສສ. ຫວຽດນາມ ໃນລະຫວ່າງວັນທີ 12-14 ກຸມພາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

 

ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025

ກົມການຂ່າວ, ກະຊວງການຕ່າງປະເທດ

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025