05/12/2024
ນະຄອນຫຼວງວຽງຈັນ, ວັນທີ 29 ພະຈິກ 2024
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ຂອງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຄົບຮອບ 49 ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ສົ່ງພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ປະຊາຊົນ ຕີມໍ-ເລສເຕ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຕະຫຼອດໄລຍະສອງທົດສະວັດທີ່ຜ່ານມາ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້່າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດແດ່ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ ແລະ ອວຍພອນໃຫ້ປະຊາຊົນ ຕີມໍ-ເລສເຕ ເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ພະນະທ່ານ ໂຈເຊ ຣາໂມສ ອໍຕາ້
ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ
ທີ່ ດີລີ
----------------------------------------------------------------------------------------------------------------------------------------------------------------
ນະຄອນຫຼວງວຽງຈັນ, ວັນທີ 29 ພະຈິກ 2024
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ຂອງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຄົບຮອບ 49 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.
ຂ້າພະເຈົ້້າ ຂໍຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພະນະທ່ານ ແລະ ລັດຖະບານ ຕີມໍ-ເລສເຕ ທີ່ໄດ້ໃຫ້ການສະໜັບສະໜູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ ແລະ ມີຄວາມປະທັບໃຈທີ່ໄດ້ພົບປະກັບ ພະນະທ່ານ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆທີ່ປິ່ນອ້ອມ ທີ່ ນະຄອນຫຼວງວຽງຈັນ ໃນເດືອນຕຸລາ 2024 ຜ່ານມາ. ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢືນຢັນຄືນຄວາມໝາຍໝັ້ນຕໍ່ການສະໜັບສະໜູນ ສາທາລະນະລັດ ປະຊາທິປະໄຕ ແຫ່ງ ຕີມໍ-ເລສເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ກໍຄື ການສືບຕໍ່ຮ່ວມມືທັງໃນຂອບວຽກງານສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້່າ ຂໍອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງ ແລະ ສືບຕໍ່ນຳພາປະຊາຊົນ ຕີມໍ-ເລສເຕ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ສອນໄຊ ສີພັນດອນ
ພະນະທ່ານ ເກ ຣາລາ ຊານານາ ກຸສມາວ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ
ທີ່ ດີລີ
----------------------------------------------------------------------------------------------------------------------------------------------------------------
ນະຄອນຫຼວງວຽງຈັນ, ວັນທີ 29 ພະຈິກ 2024
ພະນະທ່ານ,
ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕຄົບຮອບ 49 ປີ, ຂ້າພະເຈົ້້າ ຂໍສະແດງຄວາມຊົມເຊີຍຢ່າງອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງພະນັກງານຂອງກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ທຸກໆທ່ານ.
ຂ້າພະເຈົ້້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດພວກເຮົາ ກໍຄື ສອງກະຊວງການຕ່າງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາໃນຊຸມປີຕໍ່ໜ້າ ກໍຄືການຈັດຕັ້ງປະຕິບັດຜົນການພົບປະສອງຜູ້ນໍາຂອງສອງປະເທດເພື່ອຜົນປະໂຫຍດລວມຂອງສອງປະເທດພວກເຮົາ.
ຂ້າພະເຈົ້່າ ຂໍອວຍພອນໄຊໃຫ້ ພະນະທ່ານ ແລະ ພະນັກງານຂອງກະຊວງການຕ່າງປະເທດ ແຫ່ງ ຕີມໍ-ເລສເຕ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານອັນມີກຽດຂອງທຸກໆທ່ານ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
(ລາຍເຊັນ)
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ເບັນດີໂຕ ໂດສ ຊານໂຕສ ເຟຣອີຕາສ
ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ
ທີ່ ດີລີ