ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂ່ຳນັບ ປະທານສະພາແຫ່ງຊາດ ແລະ ປະທານສະພາສູງ ກຳປູເຈຍ

05/12/2024

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂ່ຳນັບ ປະທານສະພາແຫ່ງຊາດ ແລະ ປະທານສະພາສູງ ກຳປູເຈຍ

ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສົມເດັດ ມະຫາ ຣັດສະເພຍທິກາ ທິບໍດີ ຄຸນ ສຸດາຣີ, ປະທານສະພາ​ແຫ່ງ​ຊາດ ແຫ່ງ ຣາຊະ​ອານາຈັກ ​ກຳ​ປູ​ເຈຍ, ໃນວັນທີ 05 ທັນວາ 2024, ທີ່ ສະພາແຫ່ງຊາດ ກຳປູເຈຍ.

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຮູ້ສຶກປິຕິຍິນດີທີ່ໄດ້ພົບປະກັບ ສົມເດັດ ມະຫາ ຣັດສະເພຍທິກາ ທິບໍດີ ກຸນ ສຸດາຣີ, ປະທານສະພາ​ແຫ່ງ​ຊາດ ແຫ່ງ​ ຣາ​ຊະ​ອານາຈັກ ​ກຳ​ປູ​ເຈຍ ແລະ ຖືໂອກາດສຳຄັນນີ້ ນຳເອົາຄວາມຢື້ຢາມຖາມຂ່າວຈາກ ປະທານສະພາແຫ່ງຊາດລາວ ທ່ານ ໄຊສົມພອນ ພົມວິຫານ ແລະ ການນໍາພັກ-ລັດຖະບານ ແຫ່ງ ສປປ ລາວ ມາຍັງ ສົມເດັດ, ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ວັນປະກາດເອກະລາດ ຄົບຮອບ 71 ປີ ຂອງ ຣາຊະອານາຈັກ ກໍາປູເຈຍ (09 ພະຈິກ 1953) ແລະ ຜົນສໍາເລັດໃນການເປັນເຈົ້້າພາບຈັດກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອະນຸພາກພື້ນລຸ່ມແມ່ນໍ້າຂອງຄັ້ງທີ 6 ໃນເດືອນກັນຍາ 2024 ຜ່ານມາ ແລະ ການກະກຽມເປັນເຈົ້້າພາບຈັດຕັ້ງສົນທິສັນຍາໂອຕາວາ 2024 ວ່າດ້ວຍ ລະເບີດຝັງດິນ. ລັດຖະບານ​ ແຫ່ງ ສປປ ລາວ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຜົນສໍາເລັດ​ໃນ​ການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ປະຊາຊົນ ກຳປູ​ເຈຍ ຍາດ​ມາ​ໄດ້​ໃນໄລຍະຜ່ານມາ, ເຮັດໃຫ້ປະເທດຊາດມີຄວາມສີວິໄລກ້າວໜ້າ, ຮັກສາໄດ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ໄດ້ຮັບການປົວແປງດີຂື້ນເປັນກ້າວໆ ບົດບາດອິດທິພົນຊື່ສຽງຂອງກໍາປູເຈຍ ກໍ່ໄດ້ຮັບການຍົກສູງຂື້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນແຫນ້ນແຟ້ນຂອງສອງສະພາແຫ່ງຊາດລາວ ແລະ ກຳປູເຈຍ, ສະແດງອອກໃນການແລກປ່ຽນການພົບປະຢ້ຽມຢາມຂອງຄະນະຜູ້ແທນສອງຝ່າຍ ເພື່ອຖ່າຍທອດບົດຮຽນນຳກັນໃນໄລຍະຜ່ານມາ ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ນັບມື້ແຕກດອກອອກຜົນ, ຊົມເຊີຍຄວາມຄືບຫນ້າຂອງວຽກງານຊາຍແດນທີ່ສອງຝ່າຍໄດ້ຮ່ວມກັນສຳຫຼວດ ແລະ ປັກຫລັກຫມາຍຊາຍແດນໄດ້ເປັນສ່ວນໃຫຍ່ ແລະ ເຫັນດີຊຸກຍູ້ໃຫ້ສືບຕໍ່ການສຳຫຼວດໃນສ່ວນທີ່ຍັງຄົງຄ້າງ ບົນຈິດໃຈທີ່ເປັນຍາດພີ່ນ້ອງ ບ້ານໃກ້ເຮືອນຄຽງດ້ວຍກັນ ເພື່ອເຮັດໃຫ້ຊາຍແດນເປັນຊາຍແດນແຫ່ງສັນຕິພາບ, ມີຄວາມສະຫງົບ ແລະ ມີການຮ່ວມມືເພື່ອການພັດທະນາໃຫ້ຈະເລີນຮຸ່ງເຮືອງຕະຫຼອດໄປ, ພ້ອມນີ້ ສອງຝ່າຍ ໄດ້ສະເໜີໃຫ້ເພີ່ມການຮ່ວມມືທີ່ມີທ່າແຮງ ເປັນຕົ້ນ ການຄ້າ-ການລົງທຶນ, ການທ່ອງທ່ຽວ, ຍົກສູງການຮ່ວມມືດ້ານວັດທະນະທຳ ແລະ ຮີດຄອງປະເພນີທີ່ດີງາມຂອງສອງປະເທດ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ລາວ-ກຳປູເຈຍ ໃຫ້ນັບມື້ນັບສູງຂຶ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືເຖິງແຜນວຽກໃນປີ 2025 ກໍຄື ການກະກຽມຈັດກອງປະຊຸມຄະນະກຳມາການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງພາຍໃຕ້ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນ ລາວ-ກໍາປູເຈຍ ແລະ ກອງປະຊຸມຄະນະກຳມາທິການຊາຍແດນ ລາວ-ກຳປູເຈຍ ຄັ້ງທີ 8 ທີ່ຝ່າຍກໍາປູເຈຍ ຈະເປັນເຈົ້້າພາບໃນຕົ້ນປີ 2025.

ນອກຈາກນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະການເປັນປະທານໝູນວຽນອາຊຽນ ກໍຄື ການເປັນເຈົ້້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ກອງປະຊຸມສະມັດຊາໃຫ່ຍ ຄັ້ງທີ 45 ທີ່ ນະຄອນຫຼວງວຽງຈັນ ຈົນໄດ້ຮັບຜົນສໍາເລັດໃນລະດັບຄາດໝາຍ. ໃນຂະນະດຽວກັນ, ສົມເດັດ ມະຫາ ຣັດສະເພຍທິກາ ທິບໍດີ ຄຸນ ສຸດາຣີ ໄດ້ຢືນຢັນຈະສືບຕໍ່ຊຸກຍູ້ໃຫ້ສອງສະພາແຫ່ງຊາດ ກຳປູເຈຍ-ລາວ ຈັດຕັ້ງປະຕິບັດຜົນການຕົກລົງຮ່ວມກັນ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ໃນໄລຍະຜ່ານມາ ໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຈົ່ງຍືນຍົງຕະຫຼອດໄປ.

ຫລັງຈາກນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ, ປະທານສະພາສູງ ແຫ່ງ ຣາຊະ​ອານາຈັກ​ ກໍາປູເຈຍ, ທີ່ ຫ້ອງວ່າການພັກ ຊີພີພີ (Vimean 7Makara), ເຊິ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນໃນຫຼາຍດ້ານ, ຕີລາຄາສູງຕໍ່ການພົວພັນດ້ານການເມືອງຂອງ ສອງພັກ, ສອງລັດຖະບານ ແລະ ອົງການນິຕິບັນຍັດສອງປະເທດ ລາວ-ກຳປູເຈຍ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ, ພ້ອມທັງ ໄດ້ຢືນຢັນຈະເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນກັນຍິ່ງຂຶ້ນ ໂດຍສະເພາະ ໃນທ່າມກາງສະພາບການຂອງໂລກມີຄວາມສັບສົນນີ້ ຍິ່ງຕ້ອງສາມັກຄີກັນຫຼາຍຂຶ້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍຕ່າງໆຮ່ວມກັນ, ສອງຝ່າຍ ເຫັນດີໃຫ້ສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂອງຄະນະຜູ້ແທນສອງປະເທດ ຢ່າງເປັນປົກກະຕິ, ເພີ່ມທະວີການຮ່ວມມືໃນຂະແໜງການທີ່ມີທ່າແຮງຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ໃຫ້ມີຜົນສຳເລັດ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈກັນ. ຝ່າຍລາວ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຜົນຂອງກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ, ຊື່ງໄດ້ປຶກສາຫາລືກັນໃນຫຼາຍບັນຫາສຳຄັນຮ່ວມກັນ, ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລາວ-ກໍາປູເຈຍ ກໍຄື ບັນດາຂໍ້ຕົກລົງຕ່າງໆ ຂອງການນໍາສອງປະເທດໃນໄລຍະຜ່ານມາ ພ້ອມທັງວາງທິດທາງການຮ່ວມມືໃນຕໍ່ໜ້າ. ໃນໂອກາດດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ຍັງມາ ສົມເດັດ ຮຸນ ແຊນ ເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນລາວ ແລະ ໄດ້ເຊື້ອເຊີນ ສົມເດັດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາສູງກຳປູເຈຍ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຕົ້ນປີ 2025..

ໃນຕອນບ່າຍຂອງວັນດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ກອງປະຊຸມພາກທຸລະກິດ ລາວ-ກໍາປູເຈຍ. ພາຍຫລັງສຳເລັດການເຂົ້າຮ່ວມກອງປະຊຸມ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ກໍ່ໄດ້ເດີນທາງກັບຄືນນະຄອນຫຼວງວຽງຈັນ.