ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງກົວລາລໍາເປີ, ມາເລເຊຍ ເພື່ອຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 25-27 ພຶດສະພາ 2025. ພິທີຕ້ອນຮັບທີ່ສະຫນາມບິນ ໄດ້ຈັດຂຶ້ນຢ່າງສົມກຽດ, ເຊິ່ງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ Ewon Benedick, ລັດຖະມົນຕີກະຊວງພັດທະນາຜູ້ປະກອບກິດຈະການ ແລະ ສະຫະກອນ ແຫ່ງ ມາເລເຊຍ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ລວມທັງພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ຈໍານວນໜຶ່ງ.
ອ່ານເພີ່ມ