Vientiane, 16 November 2021 – The Government of Lao PDR, represented by H.E. Mr. Saleumxay Kommasith, Minister of Foreign Affairs, and the United Nations (UN), represented by Ms. Sara Sekkenes,...
On April 9, 2024, the UN Economic and Social Council (Ecosoc) held a management meeting to elect new members of the Executive Board of the United Nations Children's...
On 2 November 2018, the Delegation of the Lao PDR lead by H.E. Alounkeo Kittikhoun, Minister to the Prime Minister’s Office, Vice-Chair of the National Commission for Advancement of...
Vientiane, 20 May 2024 Excellency, I am deeply saddened to learn about the loss of lives of His Excellency Ibrahim Raisi, President and His Excellency Hossein Amirabdollahian,...
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2018, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 19-22 ມິຖຸນາ 2018, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
H.E. Mr. Dmitry MEDVEDEV,
Prime Minister of the Russian Federation
Moscow,
Excellency,
We have learned with deep sorrow over thebomb blast occurred in subway in St. Petersburg on 4 April 2017, perpetrated by terrorist act which through numerous innocent people were killed and wounded.
On behalf of the Government and the people of the Lao PDR, we would like to express our deep condolences and sympathy to the Government and the Russian People as well as bereaved families of the victims affected by this brutal attack and act of cruelty for which there is no justification.
The Lao PDR strongly condemns this terror attack and stands side by side in solidarity with the Russian federation to cooperate with the international community in the fight against any forms of terrorism and violence.
Please accept, Excellency, the assurances of my highest consideration.
Thongloun SISOULITH,
Prime Minister of the Lao People’s Democratic Republic
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສົມເດັດ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9, ໃນວັນທີ 22-24 ພະຈິກ 2016 ທີ່ ສຽມລຽບ, ກຳປູເຈຍ.
ວັນທີ 23 ກັນຍາ 2016, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 25 ປີ ແລະ ເອກະສານຂໍ້ມູນນຳພາແນວຄິດກ່ຽວກັບການສ້າງທາງລົດໄຟ ລາວ-ຈີນ. ທັງນີ້, ແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັນດັ່ງກ່າວ, ໂດຍການເຜີຍແຜ່ຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.
ນະຄອນຫຼວງວຽງຈັນ, ວັນທີ 31 ມີນາ 2016
ພະນະທ່ານ ອູ ຕິນ ຈໍ
ປະທານາທິບໍດີ
ສາທາລະນະລັດ ສະຫະພາບ ມຽນມາ
ທີ່ ນະຄອນຫຼວງເນປິດໍ
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີຄົນໃໝ່ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດຂອງ ພະນະທ່ານ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອທີ່ມີມາແຕ່ດຶກດຳບັນ ແລະ ຮີດຄອງປະເພນີອັນດີງາມ ລະຫວ່າງ ປະຊາຊົນສອງຊາດ ລາວ ແລະ ມຽນມາ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ນຳພາປະຊາຊົນ ມຽນມາ ສືບຕໍ່ພັດທະນາປະເທດໃຫ້ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ.
ຈູມມາລີ ໄຊຍະສອນ
ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ