ແຈ້ງການຂອງກະຊວງການຕ່າງປະເທດ

11/03/2025

ແຈ້ງການຂອງກະຊວງການຕ່າງປະເທດ

 

 

ແຈ້ງການຂອງກະຊວງການຕ່າງປະເທດ

 

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຫວັງ ອີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະ​ຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-14 ມີນາ 2025  ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ກໍຄືຂອງສອງກະຊວງການຕ່າງປະເທດ ລາວ ແລະ  ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.

 

 

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025