ຂ່າວການເຄື່ອນໄຫວອື່ນໆ
ຄົ້ນ​ຫາ​ໃນ​ໜ້ານີ້

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ພິທີສາບານໂຕເຂົ້າຮັບຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ພິທີສາບານໂຕເຂົ້າຮັບຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ

13/04/2026

ໃນລະຫວ່າງວັນທີ 9 – 12 ເມສາ 2026 ທີ່ຜ່ານມາ, ທ່ານ ອາລຸນແກ້ວ ກິດຕິຄຸນ, ຜູ້ຕາງໜ້າພິເສດ ຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ອະດີດລັດຖະມົນຕີ ປະຈຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ອະດີດຜູ້ຕາງໜ້າພິເສດ ຂອງ ສປປ ລາວ ກ່ຽວກັບບັນຫາມຽນມາ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ໄດ້ນໍາພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມພິທີສາບານໂຕເຂົ້າຮັບຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ຂອງ ພະນະທ່ານ ມິນ ອອງ ລາຍ (Min Aung Hlaing) ຢ່າງເປັນທາງການ ຕາມການເຊື້ອເຊີນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ, ເຊິ່ງພິທີທາງການໄດ້ຈັດຂຶ້ນໃນວັນທີ 10 ເມສາ 2026, ທີ່ ນະຄອນເນປີດໍ ສາທາລະນະລັດ ສະຫະພາບ ມຽນມາ.

ອ່ານ​ເພີ່ມ