ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ຍີ່ປຸ່ນ ຄັ້ງທີ 40
11/03/2025
ໃນວັນທີ 05 ມີນາ 2025, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 40 ທີ່ ຄາລຸຍຊາວະ, ຍີ່ປຸ່ນ ພາຍໃຕ້ການເປັນປະທານຮ່ວມຂອງ ສິງກະໂປ ແລະ ໄທ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີບັນດາເຈົ້າໜ້າທີ່ອາວຸໂສຂອງບັນດາປະເທດສະມາຊິກອາຊຽນ ແລະ ຕາງໜ້າຈາກກອງເລຂາອາຊຽນ. ສ່ວນ ຕີມໍແລັດສະເຕ ກໍ່ໄດ້ເຂົ້າຮ່ວມ ໃນນາມຜູ້ສັງເກດການ.
ອ່ານເພີ່ມ
ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ຂອງ ສປປ ລາວ ແລະ ພາກເອກະຊົນ ຈາກ ເຂດປົກຄອງພິເສດຮົງກົງ, ສປ ຈີນ ພາຍໃຕ້ວຽກງານສົ່ງເສີມການທູດເສດຖະກິດ ຂອງ ສປປ ລາວ
25/02/2025
ໃນວັນອັງຄານ, ວັນທີ 25 ກຸມພາ 2025, ເພື່ອຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ, ກົມເສດຖະກິດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານກົງສຸນໃຫ່ຍ ແຫ່ງ ສປປ ລາວ ປະຈໍາ ເຂດປົກຄອງພິເສດຮົງກົງ ແລະ ມາກາວ, ສປ ຈີນ ໄດ້ຈັດ “ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ຂອງ ສປປ ລາວ ແລະ ພາກເອກະຊົນ ຈາກ ເຂດປົກຄອງພິເສດຮົງກົງ, ສປ ຈີນ ພາຍໃຕ້ວຽກງານສົ່ງເສີມການທູດເສດຖະກິດ ຂອງ ສປປ ລາວ” ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ກອງປະຊຸມຄັ້ງນີ້ໄດ້ໃຫ້ກຽດກ່າວເປີດໂດຍ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ຈຸດປະສົງໃນກອງປະຊຸມຄັ້ງນີ້ ແມ່ນເພື່ອໂຄສະນາ, ເຜີຍແຜ່ນະໂຍບາຍການລົງທຶນຕ່າງປະເທດ ແລະ ດຶງດູດການຄ້າ, ການລົງທຶນ ຈາກເຂດປົກຄອງພິເສດຮົງກົງ ແລະ ຈີນແຜ່ນດິນໃຫຍ່ ໃຫ້ມາລົງທຶນຢູ່ ສປປ ລາວ ຫຼາຍຍິ່ງຂຶ້ນ.
ອ່ານເພີ່ມ