ຂ່າວການເຄື່ອນໄຫວຂອງສະຖານທູດ ແລະ ກົມ
ຄົ້ນ​ຫາ​ໃນ​ໜ້ານີ້

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ວັນທີ 10 ມິຖຸນາ 2025 ທີ່ ປີນັງ, ປະເທດມາເລເຊຍ

10/06/2025

ໃນວັນທີ 10 ມິຖຸນາ 2025, ທ່ານ ອິນທະສອນ ທິຣະກຸນ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ສ. ອາເມລິກາ (Mekong-U.S Partnership Senior Officials’ Meeting) ທີ່ ປີນັງ, ປະເທດມາເລເຊຍ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ນ. Prangtip Kanchanahattakij, ຮອງຫົວຫນ້າກົມເສດຖະກິດສາກົນ, ກະຊວງການຕ່າງປະເທດໄທ ແລະ ທ່ານ Sean O’Neill, ຫົວໜ້າກົມອາຊີ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ສ. ອາເມລິກາ ເຊິ່ງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປະເທດແມ່ນໍ້າຂອງ ເຊັ່ນ: ກຳປູເຈຍ, ຫວຽດນາມ ແລະ ມຽນມາ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານ​ເພີ່ມ

ສະຖານທູດລາວທີ່ບາງກອກຈັດກິດຈະກຳການແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ

ໃນຕອນບ່າຍວັນທີ 30 ພຶດສະພາ 2025, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຣາຊະອານາຈັກໄທ ໄດ້ຈັດການແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ ຮ່ວມກັບ ມູນນິທິໄຊພັດທະນາ, ສຳນັກງານເພື່ອປະສານງານໂຄງການອັນເນື່ອງມາຈາກພະຣາຊະດຳຣິ (ກປຣ), ກະຊວງການຕ່າງປະເທດໄທ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຫລັກ 22 ສປປ ລາວ.

ອ່ານ​ເພີ່ມ

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ສຳລັບໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ.

06/06/2025

ໃນວັນທີ 5 ມິຖຸນາ 2025 ທີ່ ແຂວງຈໍາປາສັກ, ສືບຕໍ່ຈາກການຈັດກອງປະຊຸມເຜີຍແຜ່ໃຫ້ບັນດາພະແນກ ແລະ ຂະແໜງການຂອງ 04 ແຂວງພາກໃຕ້ ໃນວັນທີ 4 ມິຖຸນາ ຜ່ານມາ, ກອງເລຂາ ປພຍ ນໍາໂດຍ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ສຳລັບນັກສຶກສາຂອງໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ສົມສັກ ເສົາວະລັດ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ.

ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ  ເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ

ຕອນເຊົ້າວັນທີ 02 ມິຖຸນາ 2025, ຢູ່ທີ່ກະຊວງສຶກສາທິການ ແລະ ກໍ່ສ້າງ ຫວຽດນາມ, ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຫງວຽນ ກີມ ເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ.

ອ່ານ​ເພີ່ມ

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

02/06/2025

ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2025, ທີ່ສະໜາມບິນສາກົນປາກເຊ, ນະຄອນປາກເຊ, ແຂວງຈໍາປາສັກ, ໄດ້ມີການຈັດພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 4 ປະຈໍາສົກປີ 2024-2025 ຢູ່ເຂດເມືອງດາກຈື້ງ, ແຂວງເຊກອງ.

ອ່ານ​ເພີ່ມ