06/03/2025

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາເອກອັກຄະລັດຖະທູດ ຄົນໃໝ່ ຈາກປະເທດເພື່ອນມິດ
ໃນວັນທີ 05 ມີນາ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາເອກອັກຄະລັດຖະທູດຕ່າງປະເທດ ຄົນໃໝ່ ໃນໂອກາດສໍາເລັດການຍື່ນສານຕາຕັ້ງຕໍ່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ເຊິ່ງປະກອບມີ 6 ທ່ານ ຄື:
ທ່ານ ຫຼູຍ ມານູແອນ ເວໂລໂຊ (Luiz Manuel de Magalhães de albuquerque Veloso), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປອກຕຸຍການ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ;
ທ່ານ ນາດເຊີເຣດດິນ ເຫດາຣິ (Nassereddin HEIDARI), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ;
ທ່ານ ປາບລິນ ໂຕໂດຣົຟ (Pavlin Todorov), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ບຸນກາລີ ປະຈໍາ ສປປ ລາວ ໂດຍມີສໍານັກງານການທູດຕັ້ງຢູ່ ສສ ຫວຽດນາມ;
ທ່ານ ຊູເຣນ ບັດສດາ ຊາຣຢານ (Suren Baghdasaryan), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາກເມນີ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ;
ທ່ານ ນາງ ອີ.ເອ.ເອສ ວິຈາຍັນຕິ ເອດິຣິສິງ (E.A.S. Wijayanthi Edirisinghe), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ;
ທ່ານ ດານ ບາຮາເດີ ໂອລີ (Dhan Bahadur Oli), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ເນປານ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ.
ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ບັນດາທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາທູດຈະສືບຕໍ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ປະເທດຂອງຕົນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ຄູ່ຮ່ວມຕໍາແໜ່ງຂອງຕົນ, ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດເຫຼົ່ານັ້ນ ທີ່ໄດ້ຮັບການພັດທະນາເປັນກ້າວໆມາ, ພ້ອມທັງໄດ້ສະແດງຄວາມຂອບໃນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ທີ່ມີຕໍ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ.
ໃນໂອກາດດຽວກັນ, ບັນດາເອກອັກຄະລັດຖະທູດຕ່າງປະເທດ ຄົນໃໝ່ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສຸມທຸກຄວາມພະຍາຍາມໃນການເຄື່ອນໄຫວວຽກງານ ໃນໄລຍະດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ໂດຍສະເພາະແມ່ນການເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.