ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

12/02/2025

ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

 

 

ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ


ໃນວັນທີ 10 ກຸມພາ 2025, ກະຊວງການຕ່າງປະເທດ ໄດ້ນໍາສົ່ງເຄື່ອງຊ່ວຍເຫຼືອໄພນໍ້າຖ້ວມໃຫ້ແຂວງຫຼວງນໍ້າທາ ເພື່ອນໍາໄປມອບໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນທ້າຍປີ 2024 ທີ່ແຂວງຫຼວງນໍ້າທາ, ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບມີ: ເຂົ້າສານ ຈໍານວນ 50 ເປົາ ເປົາລະ 25 ກິໂລ; ມີ່ແຫ້ງ 60 ແກັດ; ຜ້າຫົ່ມ 04 ແກັດ ແລະ ເຄື່ອງນຸ່ງຫົ່ມ 55 ແກັດ.


ການຂົນເຄື່ອງຊ່ວຍເຫຼືອຄັ້ງນີ້ ແມ່ນໄດ້ຮັບການຍົກເວັ້ນຄ່າບໍລິການຂົນສົ່ງຈາກ ບໍລິສັດຂົນສົ່ງຮຸ່ງອາລຸນ ຈໍາກັດ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມຮ່ວມກັນ.

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025