03/02/2025

ໃນວັນທີ 29 ມັງກອນ 2025, ຢູ່ ສໍານັກງານປະທານາທິບໍດີ ບັງກລາເທດ ທີ່ ນະຄອນຫຼວງດາກາ, ທ່ານ ບຸນມີ ວັນມະນີ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ໂມຮໍາເມັດ ຊາຮາບຸດດິນ / Honorable President Mohammed Shahabuddin, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ບັງກລາເທດ , ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີ, ປະເທດ ອິນເດຍ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຂອບໃຈ ແລະ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄໍາອ່ວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ ແລະ ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ແລະ ໂດຍຜ່ານພະນະທ່ານໄປຍັງ ລັດຖະບານ ແລະ ປະຊາຊົນບັງກລາເທດ ທຸກທົ່ວໜ້າ.
ພະນະທ່ານ ໂມຮໍາເມັດ ຊາຮາບຸດດິນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານເອກອັກຄະລັກຖະທູດລາວຄົນ ໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດ, ມິດຕະພາບ ແລະ ການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າ ເຊັ່ນດຽວກັນ.
ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງ ເຖິງການພົວພັນ ອັນດີງາມ ລະຫວ່າງ ສປປ ລາວ ແລະ ບັງກລາເທດ, ເຫັນຄວນໃຫ້ ສອງປະເທດ ລາວ ແລະ ບັງກລາເທດ ຊຸກຍູ້ໃຫ້ມີການການຮ່ວມມືກັນໃຫ້ຫຼາຍໃນອານາຄົດ ຊຶ່ງລວມທັງການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆ. ໃນຄະນະດຽວກັນ, ທ່ານເອກອັກຄະລັດທູດ ໄດ້ອວຍພອນໄຊໃຫ້ ພະນະທ່ານປະທານາທິບໍດີ ໂມຮໍາເມັດ ຊາຮາບຸດດິນ ພ້ອມດ້ວຍຄອບຄົວ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງ ພະນະທ່ານ. ພິທີຍື່ນສານ ໄດ້ດຳເດີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ.
ຫຼັງຈາກນັ້ນ, ທ່ານເອກອັກຄະລັດຖະທູດລາວ ໄດ້ຍາດໂອກາດໂອ້ລົມກັບທ່ານ ຈັດຊິມ ອູດດິນ/ Md.Jashim Uddin, ລັດຖະມົນຕີຕ່າງປະເທດ ຂອງ ບັງກລາເທດ ແລະ ເຂົ້າພົບຫົວຫນ້າກົມອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ບັງກລາເທດ ຊຶ່ງທັງສອງທ່ານຕ່າງກໍສະເຫນີໃຫ້ສອງປະເທດ ລາວ ແລະ ບັງກລາເທດ ພ້ອມກັນຊອກຮູ້ທ່າແຮງບົ່ງຊ້ອນເພື່ອຮ່ວມມືກັນໃຫ້ເປັນຮູບປະທຳໃນອານາຄົດ ທັງການຮ່ວມມືສອງຝ່າຍ ແລະ ຜ່ານກົນໄກຂອງອາຊຽນ. ພ້ອມດຽວກັນ ທ່ານເອກອັກຄະລັດຖະທູດ ຍັງໄດ້ຍາດເວລາ ເຂົ້າຢ້ຽມຢາມຫ້ອງການກົງສູນກິຕິມະສັກລາວ ທີນະຄອນຫຼວງດາກາ, ປຶກສາຫາລື ແລະ ແນະນຳໃຫ້ ທ່ານກົງສູນກິຕິມະສັກລາວ ພະຍາຍາມຊ່ວຍໃນການໂຄສະນາປະຊາສຳພັນກ່ຽວກັບ ສປປ ລາວ ເພື່ອດຶງດູດນັກທ່ອງທ່ຽວ ທັງເປັນການສົ່ງເສີມການພົວພັນສອງຝ່າຍ ແລະ ຊ່ວຍຊຸກຍູ້ໃນການສ້າງກົນໄກທີ່ຈະສາມາດສົ່ງເສີມການຄ້າ-ການລົງທຶນ ສອງຝ່າຍ