ເອກອັກຄະລັດຖະທູດລາວ ປະຈຳ ສສ. ຫວຽດນາມ ຢ້ຽມຂ່ຳນັບ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ. ຫວຽດນາມ

23/01/2025

ເອກອັກຄະລັດຖະທູດລາວ ປະຈຳ ສສ. ຫວຽດນາມ ຢ້ຽມຂ່ຳນັບ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ. ຫວຽດນາມ

 

 

ເອກ​ອັກ​ຄະ​ລັດ​ຖະ​ທູດລາວ ປະ​ຈຳ​ ສ​ສ. ຫວຽດ​ນາມ​ຢ້ຽມ​ຂ່ຳ​ນັບລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ສ​ສ. ຫວຽດນາມ

 

ຕອນເຊົ້າຂອງວັນທີ 21 ມ​ັງ​ກອນ 2025, ທີ່​ນະ​ຄອນຫຼວງ ຮ່າ​ໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມ​ຄະ​ນະ  ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ​ ທ່ານ ຫງວຽນ​ ວັນ ຮຸ່ງ, ກຳມະການສູນກາງພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ສ​ສ. ຫວຽດ​ນາມ ໃນ​ໂອ​ກາດ​ທີ່​​ທ່ານ​ໄດ້​​ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສ​ປ​ປ ລາວ ປະຈໍາ ສ​ສ. ຫວຽດນາມ.

 

 

ໃນ​ໂອ​ກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ທ່ານ ຫງວຽນ​ ວັນ ຮຸ່ງ ພ້ອມ​ຄະ​ນະ ​​ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ ໄມ​ຕີ​ຈິດ​ມິດ​ຕະ​ພາບ ບົນ​ພື້ນ​ຖານ​ສາຍ​ພົວ​ພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ​ລາ​ວ-ຫວຽດ​ນາມ. ທ່ານ​ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມື​ລະ​ຫວ່າງ ສອງປະເທດ​ ເວົ້າ​ລວມ, ເວົ້າ​ສະ​ເພາະ ​ແມ່ນລະ​ຫວ່າງ​ສອງກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຂອງ​ຫວຽດ​ນາມ ກັບ​ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຂອງ​ລາວ​ໃນ​ໄລ​ຍ​ະ​ຜ່ານ​ມາ. ພ້ອ​ມ​ທັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້​ບຸນ​ຄຸນ ແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມທີ່ໄດ້​ໃຫ້ການ​ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ໃນ​ເວ​ທີ​ພາກ​ພື້ນ​ ແລະ ສາ​ກົນ ໂດຍ​ສະ​ເພາະ​ໃນ​ໂອ​ກາດ​ທີ່ ສ​ປ​ປ ລາວ ເປັນ​ເຈົ້າ​ພາບ​ອາ​ຊຽນ ປີ 2024 ຜ່ານ​ມາ; ການ​ສະ​ໜັບ​ສະ​ໜູນ​ ການ​ສະ​ເໜີອຸ​ທິ​ຍານ​ແຫ່ງ​ຊາດຫີນ​ໜາມ​ໜໍ່ ສ​ປ​ປ ລາວ ​ເປັນ​ມໍ​​ຣະ​ດົກ​ທາງ​ທຳ​ມະ​ຊາດຂອງ​ໂລກ​ຮ່ວມ​ຊາຍ​ແດນ​ພາກ​ຂະ​ຫຍາຍ​ຕໍ່​ຈາກ​ອຸ​ທະ​ຍານ​ແຫ່ງ​ຊາດ ຟອງ​ຍາ-ແກ​ບາງ ມໍ​ຣະ​ດົກ​ໂລກທາງ​ທຳ​ມະ​ຊາດ ສ​ສ. ຫວຽດ​ນາມ; ການ​ສະ​ໜັບ​ສະ​ໜູນ​ໂຄງ​ການກໍ່​ສ້າງ​ສວນ​ສາ​ທາ​ລະ​ນະ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ຢູ່​ນະ​ຄອນຫຼວງວຽງ​ຈັນ ຈາກ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ​​​ທ່ານ​ໄດ້​ຢືນ​ຢັນ​ວ່າ ຈ​ະ ສືບ​ຕໍ່​ເປັນ​ຂົວ​ຕໍ່, ປະ​ສານ​ສົມ​ທົບ​ກັບ​ທຸກ​ພາກ​ສ່ວນ​ຂອງລາວ ແລະ ຫວຽດ​ນາມ ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ສຳ​ເລັດ​ຕາມ​ການມອບ​ໝາຍ​ຂອງພັກ ແລະ ລັດ​ຖະ​ບານ ສ​ປ​ປ ລາວ.

 

 

ທ່ານ ຫງວຽນ​ ວັນ ຮຸ່ງ, ໄດ້ສະແດງ​ຄວາມ​ຊົມເຊີຍຕໍ່ການມາ​ດຳ​ລົງ​ຕຳ​ແໜ່ງເປັນເອກອັກຄະລັດຖະທູດວິ​ສາ​ມັນຜູ້ມີອໍານາດເຕັມ ປະຈໍາ ສສ. ຫວຽດນາມ ຂອງ​ ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ ພ້ອມ​ທັງເຊື່ອ​ໝັ້ນ​​ວ່າ, ໃນຖາ​ນະຕຳ​ແໜ່ງ​ອັນ​ສຳ​ຄັນ​ນີ້, ທ່ານເອກອັກຄະລັດຖະທູດລາວຈະສືບ​ຕໍ່​ເປັນ​ຂົວ​ຕໍ່ ແລະ ປະ​ສານ​ສົມ​ທົບ​ກັບ​ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ ເຮັດ​ສຳ​ເລັດ​​ໜ້າ​ທີ່ການ​ເມືອງທີ່ພັກ ແລະ ລັດ​ຖະ​ບານລາວ​​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ ຊຶ່ງ​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​​ສາຍ​ພົວ​ພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ  ແລະ ການຮ່ວມມືຮອບດ້ານລະ​ຫວ່າງ​ສອງປະ​ເທດ. ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຍິນ​ດີ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​​ບູ​ລະ​ນະເຂດ​ຮ່ອງ​ຮອຍ​ປະ​ຫວັດ​ສາດ ກໍ​ຄື​ການ​ປະ​ກອບ​ເອ​ກະ​ສານ​ສະ​ເໜີ​ອົງ​ການ​ອຸຍ​ເນ​ສ​ໂກ; ການ​ຝຶກ​ຊ້ອມ​ນັກ​ກິ​ລາ​ປະ​ເພດ​ຕ່າງໆ​ທີ່​ຫວຽດ​ນາມ​ມີ​ທ່າ​ແຮງ ເພື່ອ​ປະ​ກອບ​ສ່ວນ​ສ້າງ​ຜົນ​ງານ​ໃນ​ການ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ​ອາ​ຊຽນ​ເກມ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕໍ່​ໜ້າ.

 

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025