ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ (ປະຈຳວັນທີ 23 ຕຸລາ 2024)

24/10/2024

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ (ປະຈຳວັນທີ 23 ຕຸລາ 2024)

 

ສປປ ລາວ ໄດ້ຮັບຊາບຂ່າວການໂຈມຕີເຮືອນພັກ ຂອງຫົວໜ້າສໍານັກງານ ແຫ່ງ ສະ ຫະນະຄອນ ເອເມຣັດ ອາຣັບ ທີ່ປະເທດ ຊູດັງ ໃນວັນທີ 30 ກັນຍາ 2024, ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ.

 

ສະນັ້ນ, ສປປ ລາວ ຈຶ່ງກ່າວປະນາມຕໍ່ເຫດການດັ່ງກ່າວ, ຊຶ່ງເປັນການລະເມີດກົດໝາຍສາກົນ ໂດຍສະເພາະ ສົນທິສັນຍາກຸງວຽນ ວ່າດ້ວຍການພົວພັນການທູດ ປີ 1961 ທີ່ໄດ້ລະບຸວ່າ ສໍານັກງານຕາງໜ້າການທູດ ແລະ ເຮືອນພັກນັກການທູດຕ່າງປະເທດ ຈະຕ້ອງໄດ້ຮັບການປົກປ້ອງ ແລະ ເຄົາລົບ.