ຂ່າວການເຄື່ອນໄຫວຂອງສະຖານທູດ ແລະ ກົມ
ຄົ້ນ​ຫາ​ໃນ​ໜ້ານີ້

ທ່ານເອກອັກຖະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ

ທ່ານເອກອັກຖະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ

09/07/2025

ໃນຕອນບ່າຍຂອງວັນທີ 03 ກໍລະກົດ 2025 ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ທ່ານ ອໍາໄພ ກິນດາວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ແລະ ຄະນະ ໄດ້ຮັບຕ້ອນ ແລະ ພົບປະກັບທ່ານ ONISHI Norio, ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ໃນປີ 1965 ພ້ອມດ້ວຍ ທ່ານ TAKAHATA Tsuneo, ອະດີດຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດ ໃນປີ 1996 ທັງເປັນອະດີດອາສາສະໝັກ JICA ໃນປີ 1970 ແລະ ທ່ານ KATO Tomoaki, ອະດີດອາສາສະໝັກ JICA, ທັງເປັນປະທານອະດີດອາສາສະໝັກ JICA ເຂົ້າຮ່ວມ.

ອ່ານ​ເພີ່ມ

 

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາຜູ້ວ່າການກອງທຶນອາຊີ-ເອີຣົບ ຄັ້ງທີ 46  ໃນລະຫວ່າງວັນທີ 26-27 ມິຖຸນາ 2025 ທີ່ ໂປໂລຍ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາຜູ້ວ່າການກອງທຶນອາຊີ-ເອີຣົບ ຄັ້ງທີ 46 ໃນລະຫວ່າງວັນທີ 26-27 ມິຖຸນາ 2025 ທີ່ ໂປໂລຍ

30/06/2025

ໃນວັນທີ 26-27 ມິຖຸນາ 2025, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ອິນທະສອນ ທິຣະກຸນ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະພາຜູ້ວ່າການກອງທຶນອາຊີ-ເອີຣົບ ຄັ້ງທີ 46 (46th Asia-Europe Foundation Board of Governors Meeting ຫຼື ASEFBoG46), ເຊິ່ງຈັດຂື້ນ ທີ່ ເມືອງ ກຣາກົບ, ປະເທດ ໂປໂລຍ.

ອ່ານ​ເພີ່ມ

 

ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ  ມຽນມາ-ລາວ ແລະ ລາວ-ມຽນມາ ທີ່ນະຄອນຫຼວງເນປີດໍ

ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ ທີ່ນະຄອນຫຼວງເນປີດໍ

30/06/2025

ໃນວັນທີ 24 ມິຖຸນາ 2025, ທີ່ນະຄອນຫຼວງເນປີດໍ, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ, ປະທານສະມາຄົມມິດຕະພາບ ມຽນມາ-ລາວ (U Win Muang, President of the Lao- Myanmar Friendship Association). ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄືນ ກ່ຽວກັບ ການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ມຽນມາ ແລະ ມຽນມາ-ລາວ ໃນໄລຍະຜ່ານມາ.

ອ່ານ​ເພີ່ມ

 

ທູດລາວ ຍື່ນສານຕາຕັ້ງຕໍ່ເຈົ້າຈັກກະພັດ ແຫ່ງ ຍີ່ປຸ່ນ

ທູດລາວ ຍື່ນສານຕາຕັ້ງຕໍ່ເຈົ້າຈັກກະພັດ ແຫ່ງ ຍີ່ປຸ່ນ

30/06/2025

ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2025, ທ່ານ ອໍາໄພ ກິນດາວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດ ນາຣູຮິໂຕະ (Naruhito) ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ທີ່ ສໍານັກພະຣາຊະວັງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ, ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ກະຊວງການຕ່າງປະເທດ, ເຈົ້າໜ້າທີ່ຂອງສຳນັກພະຣາຊະວັງຂອງຍີ່ປຸ່ນ ແລະ ພະນັກງານການທູດ ຈາກສະຖານເອກອັກຄະລັດຖະທູດທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ຈໍານວນໜຶ່ງຕິດຕາມເຂົ້າຮ່ວມ.

ອ່ານ​ເພີ່ມ

 

ກອງປະຊຸມພົບປະເຮັດວຽກກັບ ກະຊວງການຕ່າງປະເທດ ສປ ຈີນ

ກອງປະຊຸມພົບປະເຮັດວຽກກັບ ກະຊວງການຕ່າງປະເທດ ສປ ຈີນ

25/06/2025

ໃນວັນທີ 20 ມິຖຸນາ 2025, ທ່ານ ບໍວອນທັດ ດວງຈັກ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ພ້ອມດ້ວຍບັນດາກະຊວງຂະແໜງການທີ່ໄດ້ຮັບໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄດ້ພົບປະເຮັດວຽກກັບ ທ່ານ Zhang Biao, ຮອງຫົວໜ້າກົມການເງິນ, ພ້ອມດ້ວຍຄະນະຈາກ ກະຊວງການຕ່າງປະເທດ ສປ ຈີນ.

ອ່ານ​ເພີ່ມ

 

ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ  ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ.

ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ.

23/06/2025

ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂຶ້ນ ໃນວັນທີ 22 ມິຖຸນາ 2025 ຜ່ານມາ. ພາຍໃຕ້ການເປັນປະທານ ແລະ ມອບໃບຢັ້ງຢືນນຳໂດຍສະຫາຍ ນາງ ຄຳເພົາ ເອິນທະວັນ, ເລຂາຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ ສສ ຫວຽດນາມ, ເອກອັກຄະລັດຖະທູດ ສປປລາວ ປະຈຳ ສສ ຫວຽດນາມ, ມີສະຫາຍ ສຸພັນ ຫາດາວເຮືອງ, ກໍາມະການຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ ສສ ຫວຽດນາມ; ເລຂາໜ່ວຍພັກ, ກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ,ມີຄະນະໜ່ວຍພັກ, ຄະນະຈຸພັກນັກສຶກສາລາວ, ບັນດາສະມາຊິກພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ,ແມ່ຍິງ,ຊາວໜຸ່ມ,ກຳມະບານເຂົ້າຮ່ວມ.

ອ່ານ​ເພີ່ມ