14/02/2025

ໃນໂອກາດທີ່ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025), ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ (Shaping Future Governments)”, ໃນລະຫວ່າງວັນທີ 11-13 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ໄດ້ພົບປະກັບ ການນໍາບັນດາປະເທດເພື່ອນມິດຕ່າງໆ ຄື:
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ
ໃນວັນທີ 11 ກຸມພາ 2025, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ, ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ແລະ ຄະນະ ແລະ ການພົບປະກັນຄັ້ງນີ້, ສອງຝ່າຍ ສະແດງຄວາມປິຕິຍິນດີທີ່ມີໂອກາດພົບກັນ ແລະ ຕິລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີດີລະ ຫວ່າງສອງປະເທດ ລາວ ແລະ ລັດກູເວດ ທີ່ໄດ້ຮັບການພັດ ທະນາເປັນກ້າວໆ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ສະແດງຄວາມຊົມເຊີຍອັນຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ ແລະ ປະຊາຊົນກູເວດ ທຸກທົ່ວຫນ້າ ເນື່ອງໃນໂອກາດວັນຊາດກູເວດ (National Day) ຄົບຮອບ 75 ປີ (25 ກຸມພາ 1950-25 ກຸມພາ 2025) ແລະ ວັນປະກາດເອກະລາດ (Liberation Day) ຄົບຮອບ 34 ປີ (26 ກຸມພາ 1991-26 ກຸມພາ 2025) ທີ່ຈະມາເຖິງນີ້.
ພ້ອມດຽວກັນນັ້ນ, ຍັງໄດ້ ສະແດງຄວາມຍິນດີ ທີ່ເຫັນວ່າ ນັບແຕ່ ສປປ ລາວ ແລະ ລັດກູເວດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 14 ກໍລະກົດ 2008 ເປັນຕົ້ນມາ, ລັດກູເວດ ໃຫ້ຄວາມສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວ ດ້ວຍດີຕະຫຼອດໄລຍະຫຼາຍປີຜ່ານ ແລະ ປີນີ້ກໍພໍດີຄົບຮອບ 17 ປີ ໃນການສ້າງຕັ້ງສາຍພົວພັນການທູດນໍາກັນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຍັງລັດຖະບານ ແລະ ປະຊາຊົນ ກູເວດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ຂະແໜງການກະສິກຳ ແລະ ຂະແໜງພະລັງງານ ແລະ ສະເໜີຊຸກຍູ້ໃຫ້ ນັກທຸລະກິດ ຈາກລັດກູເວດ ເຂົ້າມາຊອກຮູ້ກາລະໂອກາດດ້ານການລົງທຶນຕ່າງໆ ທີ່ ສປປ ລາວ ເພາະມີທ່າແຮງຫຼາຍດ້ານ, ເຊັ່ນ: ດ້ານພະລັງງານສະອາດ, ອຸດສາຫະກໍາ, ກະສິກໍາ, ການບໍລິການ ແລະ ການທ່ອງທ່ຽວ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເລີມຂະຫຍາຍ ການພົວພັນ ທາງດ້ານເສດຖະ ກິດ ແລະ ການສ້າງຕັ້ງກົນໄກປຶກສາຫາລື ແລະ ຮ່ວມມືດ້ານການຄ້າ-ການລົງທຶນ ແລະ ອື່ນໆລະ ຫວ່າງສອງປະເທດ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ, ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການໃນໂອກາດທີ່ສະດວກ ແລະ ເໝາະສົມ.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ຫວຽດນາມ
ໃນວັນທີ 11 ກຸມພາ 2025, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ກົນໄກການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລື ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ, ຊຶ່ງສອງຝ່າຍໄດ້ເຫັນດີຈະສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິພາບ ແລະ ເປັນເອກະພາບຕໍ່ການຕີລາຄາ ການພົວ ພັນຮ່ວມມືສອງປະເທດ ໃນປີ 2024 ທີ່ຜ່ານມາ, ເຊິ່ງເລີ່ມແຕ່ຕົ້ນປີ 2025 ກໍ່ມີການເດີນທາງ ຢ້ຽຢາມ ສປປ ລາວ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ໄດ້ຮ່ວມກັນເປັນປະທານກອງປະຊຸມຄະນະກຳມະການຮ່ວມມື ທະວິພາຄີ ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ຄັ້ງທີ 47 ເຊິ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ. ຖືວ່າ ເປັນການເປີດສາກແຫ່ງການພົວພັນຮ່ວມມືສອງຝ່າຍ ຂອງປີ 2025 ເພື່ອໃຫ້ສອງປະເທດ ສູ້ຊົນໃນດ້ານຕ່າງໆບໍ່ວ່າຈະເປັນດ້ານ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການເຊື່ອມໂຍງພື້ນຖານເສດຖະກິດ ຂອງສອງປະເທດ ໃຫ້ໄດ້ດີກວ່າປີ 2024 ທີ່ຜ່ານມາ. ສອງຝ່າຍເຫັນດີ ໃຫ້ສອງກະຊວງການຕ່າງປະເທດ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງ ກໍ່ຄືຜົນຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃຫ້ມີປະສິດທິຜົນ ໂດຍສະເພາະການຮ່ວມມືທາງດ້ານເສດຖະກິດເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດພວກເຮົາ ແລະ ເຫັນດີຮ່ວມກັນ ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງສາຍພົວພັນພິເສດ ລາວ-ຫວຽດນາມ ພ້ອມທັງເພີ່ມທະວີໃນການໂຄສະນາ, ເຜີຍແຜ່ສາຍພົວພັນດັ່ງກ່າວ ໃຫ້ປະຊາຊົນສອງປະເທດ ໄດ້ເຂົ້າໃຈກົກເຄົ້າ ແລະ ຄວາມໝາຍຄວາມສຳຄັນ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍການນໍາ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກທົ່ວໜ້າໃນໂອກາດປີໃໝ່ ຫວຽດນາມ (ເຕັດ) ແລະ ຫວັງວ່າ ຈະໄດ້ພົບປະກັບ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ອີກຄັ້ງໃນເວລາອັນໃກ້ນີ້.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ
ໃນວັນທີ 12 ກຸມພາ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ,ຮອງປະທານາທິ ບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ. ໃນການພົບປະຄັ້ງ ນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ກ່າວຂອບໃຈຕໍ່ການເຊື້ອເຊີນ ແລະ ການຕ້ອນຮັບທີ່ຢ່າງອົບອຸ່ນພ້ອມທັງໃຫ້ຄວາມສະດວກສະບາຍທຸກຢ່າງໃນການເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີທີ່ເຫັນວ່າ ນັບແຕ່ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ຕຸລາ 1996 ເປັນຕົ້ນມາ, ສະຫະນະຄອນ ເອເມຣັດ ອາຣັບ ໃຫ້ຄວາມສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວ ດ້ວຍດີຕະຫຼອດໄລຍະຫຼາຍຜ່ານມາ ແລະ ປີ 2026 ນີ້ກໍພໍດີຄົບ ຮອບ 30 ປີ ເຕັມໄປດ້ວຍຂິດໝາຍສໍາຄັນ ທີ່ສອງຜູ້ນໍາໄດ້ພົບປະກັນໃນລະຫວ່າງການເຂົ້າຮ່ວມກອງ ປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 ແລະ ທີ່ຜ່ານມາກໍເຫັນວ່າ ນັກທຸລະກິດຂອງ ຢູເອອີ ຈໍານວນໜື່ງໄດ້ໄປລົງທຶນ ຢູ່ ສປປ ລາວ ໃນຂະແໜງການທ່າບົກ ທີ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແລະ ນັກທຸລະກິດລາວກໍໄດ້ມີການນໍາເຂົ້າວັດຖຸພັນຈາກ ຢູເອອີ ອີກດ້ວຍ, ເຫັນດີສືບຕໍ່ຊຸກຍູ້ ພາກທຸລະກິດ ແລະ ນັກລົງທຶນ ເດີນທາງໄປສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ ໃນຂະ ແໜງການທີ່ມີທ່າແຮງສູງເປັນຕົ້ນ ກະສິກໍາ, ອຸດສາຫະກໍາ, ທ່ອງທ່ຽວ, ພະລັງງານ-ໄຟຟ້າ, ບໍ່ແຮ່ ແລະ ອື່ນໆ,ໃຫ້ສອງຝ່າຍມີການຮ່ວມມືກັນຕື່ມອີກ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຊື້ອ ເຊີນ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ, ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ ເໝາະສົມ ເພື່ອເປັນໜຶ່ງໃນກິດຈະກໍາຂອງການສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດເພື່ອນມິດພວກເຮົາ ໃນປີ 2026 ທີ່ຈະມາເຖິງນີ້.
ພ້ອມດຽວກັນ, ກ່ອນໜ້ານີ້ໃນຕອນເຊົ້າຂອງວັນທີ 11 ກຸມພາ 2025 ຜ່ານມາ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປອ. ທານິ ບິນ ອາເມັດ ອາລ ເຊຢູດິ, ລັດຖະມົນຕີແຫ່ງລັດ ຮັບຜິດຊອບດ້ານການຄ້າຕ່າງປະເທດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອປຶກສາຫາຫຼືການຮ່ວມມືເພື່ອສົ່ງເສີມດ້ານການຄ້າ ແລະ ການລົງທຶນທີ່ທັງສອງ ຝ່າຍມີທ່າແຮງຮ່ວມກັນ.