13/02/2025

ກອງປະຊຸມເວທີປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ
ໃນໂອກາດ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈຳປີ 2025 ທີ່ ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ. ໃນຕອນຄໍ່າ, ຂອງວັນທີ 10 ກຸມພາ 2025, ເພື່ອເປັນການຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ, ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ລວມທັງ ພາກທຸລະກິດຈາກ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໄດ້ຈັດກອງປະຊຸມເວທີປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມຄັ້ງນີ້ ໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ຈຸດປະສົງເພື່ອເປັນການໂຄສະນາ, ແລກປ່ຽນປະສົບການ ແລະ ຊຸກຍູ້ສົ່ງເສີມການຮ່ວມມືດ້ານທຸລະກິດ, ການຄ້າ ແລະ ດຶງດູດການລົງທຶນຈາກບັນດາປະເທດຕາເວັນອອກກາງ ເຂົ້າມາລົງທຶນໃນຂະແໜງການຕ່າງໆທີ່ເປັນບູລິມາສິດ ແລະ ທ່າແຮງຢູ່ ສປປ ລາວ ໃຫ້ຫຼາຍຍິ່ງຂຶ້ນ.
ກອງປະຊຸມເວທີປືກສາຫາລືດັ່ງກ່າວ ໄດ້ເປັນຂິດໝາຍສໍາຄັນ ແລະ ເປັນກິດຈະກໍາ ຄັ້ງປະຖົມມະເລີກລະຫວ່າງສອງປະເທດ ເພື່ອຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄືການກະກຽມເພື່ອສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ເຊິ່ງເປັນຂີດໝາຍໃໝ່ແຫ່ງ ການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ນໍາອີກດ້ວຍ.
ກອງປະຊຸມຄັ້ງນີ້ ໄດ້ມີຜູ້ຕາງໜ້າຈາກບັນດາບໍລິສັດຊັ້ນນໍາຕ່າງໆຂອງປະເທດ ສະຫະນະຄອນ ເອເມຣັດ ອາຣັບ ແລະ ບໍລິສັດຈາກ ສປປ ລາວ ເຂົ້າຮ່ວມປະມານ 50 ກວ່າບໍລິສັດ ແລະ ມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 80 ທ່ານ.