ລັດຖະມົນຕີກະຊວງການຕ່າງປະເທດ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດອາແຊັກໄບຊານ ປະຈໍາ ສປປ ລາວ

28/01/2025

ລັດຖະມົນຕີກະຊວງການຕ່າງປະເທດ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດອາແຊັກໄບຊານ ປະຈໍາ ສປປ ລາວ

 

 

ລັດຖະມົນຕີກະຊວງການຕ່າງປະເທດ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດອາແຊັກໄບຊານ ປະຈໍາ ສປປ ລາວ

 

ໃນຕອນເຂົ້າຂອງວັນທີ 24 ມັງກອນ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຊບກິ ເມດິຊາດາ (Shovgi Mehdizada), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ປະຈໍາ ສປປ ລາວ, ຊຶ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ.

 

 

ໃນໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານທູດ ໂຊບກິ ເມດິຊາດາ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງ ອາແຊັກໄບຊານ ໃນການເປັນເຈົ້າພາບຈັດກອງປະຊຸມບັນດາລັດພາຄີ ສົນທີສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 29 (COP29) ທີ່ ນະຄອນຫຼວງບາກູ, ສ. ອາແຊກໄບຊານ ໃນເດືອນພະຈິກ 2024 ຜ່ານມາ, ຂະນະດຽວກັນ ທ່ານທູດ ໂຊບກິ ເມດິຊາດາ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.

 

 

ພ້ອມກັນນີ້, ສອງຝ່າຍໄດ້ ຕີລາຄາສູງການພົວພັນຮ່ວມມືຂອງສອງປະເທດ ລາວ-ອາແຊັກໄບຊານ ທີ່ມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ຊຶ່ງປີນີ້ກໍ່ແມ່ນປີທີ່ມີຄວາມໝາຍສໍາຄັນທີ່ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງ 30 ປີ (20 ພຶດສະພາ 1995 – 20 ພຶດສະພາ 2025) ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ, ສອງຝ່າຍໄດ້ມີການແລກການຢ້ຽມຢາມເຊິ່ງກັນ ແລະ ກັນ ກໍ່ຄືການພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຕ່າງໆ, ໂດຍສະເພາະແມ່ນການພົບປະລະຫວ່າງ ພະນະທ່ານ ປະທານປະເທດລາວ ແລະ ພະນະທ່ານ ປະທານາທິບໍດີ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ທີ່ ຣັດເຊຍ ໃນເດືອນຕຸລາ 2024 ຜ່ານມາ. ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດໂດຍສະເພາະ ການແລກປ່ຽນການຢ້ຽມຢາມຂອງ ການນຳຂັ້ນສູງ ແລະ ການຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ອື່ນໆໃນຕໍ່ໜ້າ. ພ້ອມດຽວກັນກໍ່ມີການປຶກສາຫາລື ກ່ຽວກັບ ການພົບປະ ແລະ ການຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ສອງຝ່າຍ.

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025