ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ບັນດາທູດປະເທດເພື່ອນມິດ ປະຈຳ ສປປ ລາວ

13/01/2025

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ບັນດາທູດປະເທດເພື່ອນມິດ ປະຈຳ ສປປ ລາວ

ໃນຕອນບ່າຍຂອງວັນທີ 13 ມັງກອນ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາເອກອັກຄະລັດຖະທູດຕ່າງປະເທດ ປະຈຳ ສປປ ລາວ ຕາມລຳດັບ ຄື:

 

1.) ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈຳ ສປປ ລາວ;

2.) ທ່ານ ອ່ອງໂກ (Aung Ko), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ

3.) ທ່ານ ຊູເດຊ໌ ມາເນຍ໌ (Sudesh Maniar), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ບັນດາທ່ານທູດ ໃນໂອກາດເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້, ສະແດງຄວາມຍິນດີຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບທ່ານທູດທັງສາມ ໃນຊຸມປີຕໍ່ຫນ້າ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ກັບ ທັງສາມປະເທດ ໃຫ້ສືບຕໍ່ໄດ້ຮັບການພັດທະນາຍິ່ງຂຶ້ນ, ເປັນຕົ້ນ ຊຸກຍູ້ການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຜູ້ແທນຂັ້ນສູງ ລວມທັງ ການໄປມາຫາສູ່ກັນລະຫວ່າງປະຊາຊົນກັບປະຊາຊົນຂອງສອງປະເທດ, ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ບັນດາຂະແຫນງການອື່ນໆທີ່ມີທ່າແຮງຮ່ວມກັນ, ສືບຕໍ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນຳຂັ້ນສູງສອງປະເທດໄດ້ລົງນາມແລ້ວນັ້ນ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ, ໃຫ້ການຮ່ວມມື ແລະ ສະຫນັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ກໍ່ໄດ້ສະເໜີໃຫ້ບັນດາທ່ານທູດທັງສາມ ເດີນທາງໄປຢ້ຽມຢາມ ແລະ ທ່ອງທ່ຽວຢູ່ບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອຊອກຫາຊ່ອງທາງ ແລະ ກາລະໂອກາດໃນການເພີ່ມທະວີການຮ່ວມມືໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນ ເປັນຕົ້ນ ດ້ານກະສິກຳ, ພະລັງງານ ແລະ ອື່ນໆ. ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານທັງສາມປະເທດ ທີ່ໄດ້ສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະຫນູນຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024, ເຊິ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ສະແດງຄວາມຫວັງວ່າ ທ່ານທູດທັງສາມ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະຫນູນແກ່ ສປປ ລາວ ໃນຕໍ່ຫນ້າຕື່ມອີກ.

ໃນຂະນະດຽວກັນ, ທ່ານທູດທັງ 3 ປະເທດ ຕ່າງກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃຫມ່, ສະແດງຄວາມຫມາຍຫມັ້ນທີ່ຈະສືບຕໍ່ເຮັດສຸດຄວາມສາມາດຂອງຕົນໃນການເປັນຂົວຕໍ່ສຳຄັນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງປະເທດຂອງຕົນກັບ ສປປ ລາວ ໃຫ້ແຕກດອກອອກຜົນຂຶ້ນໄປເລື້ອຍໆ, ທັງນີ້ ກໍ່ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ປະເທດຊາດ ໃຫ້ນັບມື້ນັບຫລາຍຂຶ້ນ.

 

ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມິຖຸນາ 1956.

ສປປ ລາວ ແລະ ສສ ມຽນມາ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກໍລະກົດ 1955.

ສປປ ລາວ ແລະ ສ. ສິງກະໂປ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 02 ທັນວາ 1974.