13/01/2025
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ
ໃນຕອນບ່າຍຂອງວັນທີ 10 ມັງກອນ 2025, ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະນໍາ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ແລະ ເຂົ້າຮ່ວມ ກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ໃນລະຫວ່າງວັນທີ 09-10 ມັງກອນ 2025 ຢູ່ ສປປ ລາວ.
ໃນໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະກັບ ສະຫາຍ ຟ້າມ ມິງ ຈິ່ງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຂອງຫວຽດນາມ, ສະແດງຄວາມຊົມເຊີຍຕໍ່ ທີມຊາດຫວຽດນາມ ທີ່ໄດ້ຄອງແຊມ AFF CUP ສະໄໝທີ 3, ຕີລາຄາສູງ ຕໍ່ຜົນສຳເລັດ ຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ແລະ ຜົນສໍາເລັດກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ຢູ່ ສປປ ລາວ, ເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ກໍ່ຄືສາຍພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ.
ສະຫາຍປະທານສະພາແຫ່ງຊາດລາວ ໄດ້ອວຍພອນໄຊອັນປະເສີດ ໃນໂອກາດປີໃໝ່ສາກົນ 2025 ທີ່ຜ່ານມາ ແລະ ບຸນປີໃໝ່ເຕັດຫວຽດນາມ ທີ່ຈະມາເຖິງແດ່ ສະຫາຍນາຍົກລັດຖະມົນຕີຫວຽດນາມ ແລະ ຝາກຄວາມຢ້ຽມຢາມຖາມຂ່າວໄປຍັງ ບັນດາສະຫາຍຂັ້ນສູງຂອງພັກ-ລັດຫວຽດນາມ ເປັນຕົ້ນ ສະຫາຍເລຂາທິການໃຫຍ່ ໂຕເລິມ, ສະຫາຍປະທານປະເທດ ເລືອງ ເກື່ອງ ແລະ ສະຫາຍ ປະທານສະພາແຫ່ງຊາດ ເຈີ່ນ ແທງ ເໝີ້ນ. ໂອກາດນີ້, ສະຫາຍປະທານສະພາແຫ່ງຊາດລາວ ໄກ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ໃຫຍ່ຫຼວງທັນການ ແລະ ມີປະສິດທິຜົນ ແກ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນໄລຍະຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ ກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດ ເປັນຕົ້ນ ການສະໜັບສະໜູນຊ່ວຍເຫຼືອ ໃນການສົ່ງຊ່ຽວຊານ ແລະ ອຸປະກອນເຄື່ອງໃຊ້ຫ້ອງການ ແກ່ ສປປ ລາວ ໃນການເປັນເຈົ້າພາບ, ປະທານອາຊຽນ ແລະ ໄອປາ ໃນປີ 2024, ແກ້ໄຂສຳເລັດບັນຫາການຊໍາລະຄ່າໄມ້ ຫໍສະພາແຫ່ງຊາດລາວຫຼັງໃໝ່ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ການຄຸ້ມຄອງບໍລິຫານ ຫໍສະພາແຫ່ງຊາດ ຫຼັງໃໝ່ ຂອງ ສປປລາວ ໂດຍຜ່ານໂຄງການຊ່ວຍເຫຼຶອຫລ້າ ຂອງລັດຖະບານຫວຽດນາມ.

ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ການພົວພັນຮ່ວມມືຂອງສອງປະເທດ ກໍ່ຄືຂອງສອງອົງການນິຕິບັນຍັດ ໂດຍໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງທັງທາງກວ້າງ ແລະ ທາງເລິກ ໃນທຸກຂົງເຂດຂະແໜງການ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ກໍ່ໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ, ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນຕ່າງໆ, ຮ່ວມກັນສ້າງປື້ມ 50ປີ ແຫ່ງສາຍພົວພັນລະຫວ່າງສອງສະພາແຫ່ງຊາດລາວ-ຫວຽດນາມ, ຮ່ວມກັນຕິດຕາມກວດກາການຮ່ວມມືຂອງສອງປະເທດໃນດ້ານເສດຖະກິດ, ການຄ້າ ແລະລົງທຶນ ໂດຍສະເພາະແມ່ນບັນດາໂຄງການສ້າງພື້ນຖານໂຄງລ່າງ, ການເຊື່ອມໂຍງຈອດ ແນໃສ່ປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ.
ໃນໂອກາດພົບປະ, ສະຫາຍ ຟ້າມ ມິງ ຈິ່ງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຫວຽດນາມ-ລາວ ທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເປັນປະທານກອງປະຊຸມໄອປາ ຄັ້ງທີ 45 ໃນທ້າຍປີ 2024 ທີ່ຜ່ານມາ.
ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ. ນອກນັ້ນ, ຍັງໄດ້ພົບປະຢ້ຽມຢາມບັນດາອະດີດການນໍາຂັ້ນສູງຂອງ ສປປ ລາວ ເຊັ່ນ: ສະຫາຍ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ; ແລະ ສະຫາຍ ທອງສິງ ທໍາມະວົງ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

