10/01/2025
ພິທີເປີດໂຕການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ
ໃນວັນທີ 09 ມັງກອນ 2025, ໃນຊ່ວງໄລຍະກອງປະຊຸມ ຄັ້ງທີ 47 (JC 47) ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ສປປ ລາວ ແລະ ສສ. ຫວຽດນາມ ປະຈຳປີ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເປີດໂຕການໃຫ້ບໍລິການທຸລະກໍາເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງສອງປະເທດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນລະຫວ່າງສອງປະເທດ.

ໂດຍປະຕິບັດຕາມທິດຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ, ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ໄດ້ຮ່ວມກັນຄົ້ນຄວ້າກ່ຽວກັບການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ຫລື ສະກຸນເງິນຂອງສອງປະເທດ ແຕ່ທ້າຍປີ 2023 ເພື່ອສົ່ງເສີມການນໍາໃຊ້ເງິນ ກີບ-ດົງ ດ້ວຍການເພີ່ມທາງເລືອກໃຫ້ວິສາຫະກິດຂອງທັງສອງປະເທດ ມີທາງເລືອກໃນການນໍາໃຊ້ສະກຸນເງິນຂອງຕົນ ໃນການຊໍາລະລະຫວ່າງກັນເພີ່ມຂຶ້ນ ແລະ ທັງເປັນການຫຼຸດຜ່ອນຄວາມກົດດັນດ້ານຄວາມຕ້ອງການເງິນຕາຕ່າງປະເທດ ທີ່ກະທົບຕໍ່ຄັງສຳຮອງເງິນຕາຕ່າງປະເທດຂອງສອງປະເທດ. ການໃຫ້ບໍລິການໃນຄັ້ງນີ້ ໄດ້ຈັດຕັ້ງດຳເນີນງານຢູ່ 02 ໂຄງການ:
1. ໂຄງການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນ ເພື່ອຊຳລະ ການຄ້າ, ການລົງທຶນ ແລະ ການກູ້ຢືມ ໃຫ້ແກ່ພາກການຄ້າ ແລະ ການລົງທຶນ ລະຫວ່າງກັນ;
2. ໂຄງການເຊື່ອມຕໍ່ການຊຳລະຍ່ອຍຂ້າມແດນໃນຮູບແບບ QR Code ເພື່ອຮອງຮັບການຊໍາລະຄ່າສິນຄ້າ ແລະ ບໍລິການ ໂດຍນໍາໃຊ້ສະກຸນເງິນທ້ອງຖິ່ນ ກີບ-ດົງ ໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງສອງປະເທດ. ການເປີດໃຫ້ບໍລິການໃນໄລຍະເບື້ອງຕົ້ນນີ້ແມ່ນມີພຽງ ສສ. ຫວຽດນາມ ສາມາດມາຊຳລະຜ່ານ QR ສປປ ລາວ ໄດ້, ສ່ວນ ສປປ ລາວ ຈະນໍາໃຊ້ລະບົບຊໍາລະຜ່ານ QR ຢູ່ທີ່ ສສ.ຫວຽດນາມ ໄດ້ນັ້ນແມ່ນຢູ່ໃນໄລຍະທີ່ສອງ ຄາດວ່າຈະຢູ່ໃນທ້າຍປີນີ້.

ພ້ອມດຽວກັນນີ້, ທ່ານ ທ່ານ ສຸລິສັກ ທໍານຸວົງ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ຟາມ ຕຽນ ຢຸງ, ຮອງຜູ້ວ່າການ ທະນາຄານແຫ່ງລັດ ຫວຽດນາມ ໄດ້ມີຄຳເຫັນ ແລະ ສະແດງຄວາມຂອບໃຈມາຍັງທຸກພາກສ່ວນ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນ ກີບ-ດົງ ລະຫວ່າງ ສປປ ລາວ - ສສ ຫວຽດນາມ ແລະ ຈະສືບຕໍ່ຊຸກຍູ້ພັດທະນາວຽກງານດັ່ງກ່າວໃຫ້ມີຄວາມຄືບໜ້າ ສໍາເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້.

