ຜົນສຳເລັດກອງປະຊຸມ ຄັ້ງທີ 47 ປະຈໍາປີ 2025 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

09/01/2025

ຜົນສຳເລັດກອງປະຊຸມ ຄັ້ງທີ 47 ປະຈໍາປີ 2025 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

ຜົນສຳເລັດກອງປະຊຸມ ຄັ້ງທີ 47 ປະຈໍາປີ 2025 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

 

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ແລະ ທ່ານ ຟ້າມ ມິງ ຈິງ, ນາຍົກ ລັດຖະມົນຕີຫວຽດນາມ ໄດ້ຮ່ວມເປັນປະທານຊີ້ນຳ ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະກໍາຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈຳປີ 2025 ຢູ່ ຫໍປະຊຸມແຫ່ງຊາດ ໃນຕອນເຊົ້າ ວັນທີ 09 ມັງກອນ 2025. ກອງປະຊຸມດັ່ງກ່າວ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງ ກໍ່ຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ປະຈຳປີ 2024 ແລະ ພ້ອມກັນປຶກສາຫາລືວາງທິດທາງການແຜນການຮ່ວມມື ໃນປີ 2025.

 

 

ນາຍົກລັດຖະມົນຕີຂອງສອງປະເທດ ໄດ້ຕີລາຄາສູງ ຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງແຜນການຮ່ວມມື ປະຈໍາປີ 2024 ກໍ່ຄືທິດທາງແຜນການຮ່ວມມື ປະຈໍາປີ 2025, ໃນນັ້ນ: ການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ ມີສະຖຽນລະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ນັບມື້ນັບຫຼາຍຂຶ້ນ; ມູນຄ່າການຄ້າ ຂອງສອງປະເທດ ບັນລຸໄດ້ຫຼາຍກວ່າ 02 ຕື້ໂດລາ, ເພີ່ມຂຶ້ນປະມານ 34% ທຽບໃສ່ປີ 2023, ລື່ນຄາດໝາຍທີ່ສອງຝ່າຍ ໄດ້ກຳນົດໄວ້; ການລົງທຶນຂອງຫວຽດນາມ ຢູ່ລາວ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ໂຄງການຂະໜາດໃຫຍ່ຈໍານວນໜຶ່ງໃນຂົງເຂດພະລັງງານ ເປັນຕົ້ນ: ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ, ໂຄງການພະລັງງານລົມ ສະຫວັນ 1,... ໄດ້ຮັບການຊຸກຍູ້ຈັດຕັ້ງຜັນຂະຫຍາຍເປັນຢ່າງດີ, ເຮັດໃຫ້ມູນຄ່າທຶນຈົດທະບຽນການລົງທຶນຂອງວິສາຫະກິດຫວຽດນາມ ເຂົ້າມາລາວ ໃນປີ 2024 ບັນລຸ 191,1  ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 61,1% ທຽບໃສ່ປີ 2023; ລັດຖະບານຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງ ພະນັກງານ ແລະ ນັກຮຽນ, ນັກສຶກສາລາວ ໄປຮຽນຢູ່ຫວຽດນາມ, ສະເພາະປີ 2025 ນີ້ ແມ່ນ 1.160 ທຶນ.

ຜົນສຳເລັດ ຂອງກອງປະຊຸມ ໃນຄັ້ງນີ້ ເປັນການປະກອບສ່ວນທີ່ສຳຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ; ໃນໂອກາດດຽວກັນນີ້, ສອງນາຍົກລັດຖະມົນຕີ ລາວ ແລະຫວຽດນາມ ໄດ້ເປັນສັກຂີພິຍານ ໃນການລົງນາມບົດບັນທຶກກອງປະຊຸມ ຄັ້ງທີ 47, ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈຳປີ 2025 ຂອງສອງຄະນະກໍາມະການຮ່ວມມື ລາວ ແລະຫວຽດນາມ ແລະ ບັນດາເອກະສານຮ່ວມມືລະຫວ່າງສອງຝ່າຍ ອີກຈໍານວນໜຶ່ງ.

 

ບົດຖະແຫຼງຂ່າວ ຕໍ່ຜົນສຳເລັດກອງປະຊຸມ ຄັ້ງທີ 47 ປະຈໍາປີ 2025 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ (ກົດເພື່ອດາວໂຫລດ)