ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025

24/12/2024

ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ  ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025

ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ  ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025

 

 

 

ໃນຕອນບ່າຍຂອງວັນທີ 23 ທັນວາ 2024, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ບັນດາພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ເຂົ້າຮ່ວມ, ລວມເຖິງ ບັນດາພະນັກງານນັກການທູດລາວ ທີ່ປະຈຳຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ໂດຍຜ່ານລະບົບປະຊຸມທາງໄກ.

 

 

ໃນພິທີໄດ້ມີການປະກາດການຈັດຕັ້ງຂອງກະຊວງການຕ່າງປະເທດ ໂດຍແມ່ນ ທ່ານ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານ ມະຕິຕົກລົງຂອງເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການປະຈໍາພັກກະຊວງການຕ່າງປະເທດ ແລະ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈໍານວນ 2 ທ່ານ ຄື: ທ່ານ ໄມທອງ ທໍາມະວົງສາ ເປັນກໍາມະການປະຈໍາພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງກການຕ່າງປະເທດ ແລະ ທ່ານ ພົງສະຫວັນ ສີສຸລາດ ເປັນກໍາມະການປະຈໍາພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍປະກາດການແຕ່ງຕັ້ງ ຫົວໜ້າກົມ 1 ທ່ານ, ຫົວໜ້າພະແນກ 4 ທ່ານ ແລະ ຮອງຫົວໜ້າພະແນກ 7 ທ່ານ.

 

 

ໃນໂອກາດນີ້, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ອະດີດຫົວໜ້າຫ້ອງການ) ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2024 ແລະ ແຜນການຈຸດສຸມສຳລັບປີ 2025. ໃນປີ 2024 ນີ້ ເປັນປີໜຶ່ງທີ່ສໍາຄັນ ແລະ ມີຫຼາຍເຫດການເດັ່ນເກີດຂຶ້ນ, ການເຄື່ອນໄຫວວຽກງານການຕ່າງປະເທດ ໄດ້ປະສົບຜົນສໍາເລັດຫຼາຍດ້ານ, ຫຼາຍທິດ, ຫຼາຍລະດັບ, ຫຼາຍຂົງເຂດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດອື່ນໆໃນໂລກ ທັງຢູ່ໃກ້ ແລະ ຢູ່ໄກ, ຍາດໄດ້ຜົນສຳເລັດພົ້ນເດັ່ນຫຼາຍດ້ານຢ່າງໜ້າພາກພູມໃຈ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຈາກປະເທດເພື່ອນມິດຍຸດທະສາດ, ປະເທດຄູ່ຮ່ວມພັດທະນາ ແລະ ຈາກສາກົນ ໄດ້ຢ່າງຫຼວງຫຼາຍ, ໃນນັ້ນ, ຜົນສໍາເລັດອັນພົ້ນເດັ່ນ ກໍ່ແມ່ນການຕ້ອນຮັບບັນດາຜູ້ນໍາປະເທດເພື່ອນມິດໃນການເດີນທາງມາຢ້ຽມຢາມ ສປປ ລາວ ໂດຍສະເພາະໃນໂອກາດ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45 ແລະ ກອງປະຊຸມປິ່ນອ້ອມອື່ນໆ ຈໍານວນ 400 ກວ່າຄັ້ງ, ລວມເຖິງ ການຄົ້ນຄວ້າຂຶ້ນແຜນການຢ້ຽມຢາມຕ່າງປະເທດ ແລະ ເຂົ້າຮ່ວມກອງປະຊຸມລະດັບພາກພື້ນ ແລະ ສາກົນໃຫ້ແກ່ການນໍາຂັ້ນສູງ ຢ່າງມີຈຸດສູມ, ມີປະສິດທິພາບ ແລະ ປະຢັດມັດຖະຍັດ; ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກໍ່ຄື ບັນດານັກການທູດລາວ ກໍ່ໄດ້ເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດພາກປະຊາຊົນ ຢ່າງຕັ້ງຫນ້າ ແລະ ມີຜົນສຳເລັດສູງ, ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມືຈາກພາຍນອກ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກສາກົນ ໄດ້ຢ່າງຫຼວງຫຼາຍ, ປົກປ້ອງໄດ້ສິດຜົນປະໂຫຍດອັນຊອບທໍາຂອງ ສປປ ລາວ ຢູ່ເວທີພາກພື້ນ ແລະ ສາກົນ, ລວມເຖິງການຂົນຂວາຍດຶງດູດຄົນເຊື້ອຊາດລາວຢູ່ປະເທດຕ່າງໆ, ສາມາດດຶງດູດເອົາການລົງທຶນຈາກຕ່າງປະເທດ, ການທ່ອງທ່ຽວ ແລະ ການຮ່ວມມືດ້ານເສດຖະກິດ ມາສູ່ປະເທດຊາດ ໄດ້ຢ່າງມີປະສິດທິພາບ ແລະ ມີທ່ວງທ່າເພີ່ມຂຶ້ນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນແຕ່ລະໄລະຍະ. ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮ່ວມກັນປະກອບຄຳຄິດເຫັນຕື່ມໃສ່ບົດລາຍງານສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະປີຜ່ານມາ ແລະ ວຽກຈຸດສຸມໃນຕໍ່ຫນ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງຂຶ້ນ.

 

 

ໃນໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງພັກຂອງຊາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ພ້ອມທັງໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ໄດ້ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ເຫັນດີເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2024 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2025, ເຖິງແມ່ນວ່າສະພາບການຂອງພາກພື້ນ ແລະ ສາກົນໃນປັດຈຸບັນ ມີການຜັນປ່ຽນໄປໃນທິດທາງທີ່ສັບສົນວຸ້ນວາຍ, ປ່ຽນແປງໄປຢ່າງໄວວາ ເເລະ ຄາດຄະເນໄດ້ຍາກ, ແຕ່ດ້ວຍຄວາມຕັດສິນໃຈສູງ, ຄວາມເສຍສະຫຼະ, ບຸກບືນ ແລະ ຍົກສູງຄວາມຮັບຜິດຊອບຂອງຄະນະພັກ-ຄະນະນໍາກະຊວງ ລວມເຖິງບັນດາພະນັກງານ-ລັດຖະກອນ ທັງພາຍໃນ ແລະ ປະຈໍາຢູ່ບັນດາສໍານັກງານການທູດຢູ່ຕ່າງປະເທດ ຮ່ວມກັນສຸມທຸກກໍາລັງເເຮງ ແລະ ສະຕິປັນຍາ ເຂົ້າໃນການຮັບມືກັບສິ່ງທ້າທາຍຕ່າງໆເຫຼົ່ານັ້ນ, ຈຶ່ງສາມາດຜ່ານຜ່າອຸປະສັກນາໆປະການມາໄດ້ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍໆດ້ານ, ສາມາດຮັບໜ້າທີ່ເປັນປະທານອາຊຽນ 2024 ໄດ້ຢ່າງມີຜົນສໍາເລັດອັນຈົບງາມ, ສາມາດສ້າງບັນຍາກາດກໍຄືສະພາບແວດລ້ອມແຫ່ງການພົວພັນອັນດີ, ສາມາດສ້າງຄວາມເຂົ້າອົກເຂົ້າໃຈຂອງສາກົນ ກໍຄືຍາດແຍ່ງໄດ້ການຮ່ວມມື, ການລົງທຶນ, ການສະໜັບສະໜູນ ແລະ ຊ່ວຍເຫຼືອທີ່ສໍາຄັນຫຼາຍດ້ານ ຈາກບັນດາປະເທດເພື່ອນມິດ,  ບັນດາປະເທດໃຫຍ່, ຄູ່ຮ່ວມພັດທະນາ ກໍຄືອົງການຈັດຕັ້ງສາກົນອື່ນໆຢ່າງຕໍ່ເນື່ອງ, ບົດບາດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນກໍພົ້ນເດັ່ນຂຶ້ນ, ເຊິ່ງຜົນສຳເລັດດັ່ງກ່າວ ໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຂອງພວກເຮົາ.

 

 

ພ້ອມກັນນີ້, ເພື່ອຮັບປະກັນການປະຕິບັດວຽກງານການຕ່າງປະເທດ ໃນປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງໃຫ້ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ທັງຍັງໄດ້ເນັ້ນໃສ່ບາງວຽກທີ່ສໍາຄັນ ດັ່ງນີ້: ໃຫ້ພ້ອມກັນສືບຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຍຶດໝັ້ນໃນ​ແນວທາງການຕ່າງປະເທດ ‘‘ສັນຕິພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື” ຕາມທິດນໍາ ‘‘ເພີ່ມມິດ ຫຼຸດຜ່ອນສັດຕູ’’, ໂດຍປະຕິບັດຕາມຄໍາຂວັນ ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ “ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ປະກົດຜົນເປັນຮູບປະທໍາ; ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ລວມເຖິງເອົາໃຈໃສ່ຂຶ້ນແຜນກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງ ພະນັກງານ-ລັດຖະກອນ ຢ່າງເປັນຮູບປະທຳ ເພື່ອແນໃສ່ສ້າງພະນັກງານ-ລັດຖະກອນ ໃຫ້ມີຄວາມຊ່ຽວຊານດ້ານພາສາຕ່າງປະເທດ ແລະ ດ້ານວິຊາສະເພາະ; ສືບຕໍ່ເອົາໃຈໃສ່ການປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິຜົນ ໃຫ້ໄດ້ຕາມລະດັບຄາດໝາຍ; ເອົາໃຈໃສ່ຕິດຕາມບັນດາໂຄງການ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຕາມ 6 ແຜນງານ ແລະ 38 ໂຄງການ ໃນໄລຍະປີ 2021-2025 ຂອງກະຊວງການຕ່າງປະເທດ; ສືບຕໍ່ປັບປຸງ ແລະ ສ້າງນິຕິກຳຂະແໜງການຕ່າງປະເທດ ໃຫ້ແທດເໝາະກັບສະພາບການປັດຈຸບັນ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນ; ສືບຕໍ່ເອົາໃຈໃສ່ວຽກງານການບໍລິການ ໂດຍສະເພາະເອົາໃຈໃສ່ໃນການຮັກສາໄດ້ການອໍານວຍຄວາມສະດວກໃຫ້ເເກ່ການອອກໜັງສືຜ່ານເເດນໃຫ້ມີຄວາມວ່ອງໄວ; ສືບຕໍ່ເອົາໃຈໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ບັນດາແນວທາງນະໂຍບາຍຂອງພັກ-ລັດ, ນິຕິກໍາ ທີ່ພົວພັນກັບວຽກງານການຕ່າງປະເທດ, ການດຶງດູດການລົງທຶນ ກໍຄືວຽກງານການທູດເສດຖະກິດ, ການຂົນຂວາຍຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ອື່ນໆ. ພ້ອມນີ້, ກໍ່ຂໍໃຫ້ບັນດາສໍານັກງານຕາງໜ້າການທູດ ສປປ ລາວ ປະຈໍາຢູ່ຕ່າງປະເທດ  ສືບຕໍ່ເຄື່ອນໄຫວວຽກງານຂອງຕົນ ເພື່ອຍົກສູງ ເເລະ ຮັດເເໜ້ນການຮ່ວມມືກັບປະເທດເຈົ້າພາບ ຫລື ອົງການຈັດຕັ້ງສາກົນຕ່າງໆ ໄປຄຽງຄູ່ກັນນັ້ນກໍໃຫ້ເອົາໃຈໃສ່ເຄື່ອນໄຫວວຽກງານການທູດເສດຖະກິດ ໃຫ້ຫຼາຍຂຶ້ນ ເພື່ອຂົນຂວາຍເພື່ອດຶງດູດການລົງທຶນ ລວມທັງຍົກລະດັບການພົວພັນທາງດ້ານເສດຖະກິດ ກັບ ປະເທດເຈົ້າພາບໃຫ້ສູງຂຶ້ນ ເພື່ອຍາດເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ.