ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

17/12/2024

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 17 ທັນວາ 2024, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະ, ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດນີ້, ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ຜົນສຳເລັດກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ເຊິ່ງເປັນການສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນຮຸ່ງເຮືອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືຂອງບັນດາຂະແຫນງການສອງປະເທດ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆ ທີ່ໄດ້ຕົກລົງຮ່ວມກັນແລ້ວນັ້ນ ແມ່ນເປັນຮູບປະທຳ, ມີປະສິດທິຜົນສູງ ແລະ ທັນການ, ເຖິງວ່າສະພາບການຂອງໂລກ ມີການຜັນແປຢ່າງໄວວາ ຄາດເດົາໄດ້ຍາກ ແລະ ທ້າທາຍຫຼາຍປານໃດກໍ່ຕາມ ແຕ່ຄວາມສາມັກຄີ, ຮັກແພງລະຫວ່າງ ລາວ-ຫວຽດນາມ ໄດ້ເພີ່ມທະວີຂຶ້ນເລື້ອຍໆ. ພ້ອມນີ້, ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ການຢ້ຽມຢາມພົບປະຂອງຄະນະຜູ້ແທນສອງປະເທດ ແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ຮັກສາກົນໄກການຮ່ວມມືທີ່ມີຢູ່ແລ້ວ ໂດຍສະເພາະ ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ເພື່ອຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃຫ້ນັບມື້ນັບເຂັ້ມແຂງ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ, ການເປັນເສນາທິການໃຫ້ແກ່ການນຳຂັ້ນສູງສອງປະເທດ ແລະ ເອົາໃຈໃສ່ຊຸກຍູ້ບັນດາກະຊວງ-ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນຳສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ໂດຍສະເພາະ ເສີມຂະຫຍາຍການຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ຫຼາຍຍິ່ງຂຶ້ນ, ກະກຽມການພົບປະສອງກົມການເມືອງ ທີ່ຈະມີຂຶ້ນອີກຄັ້ງກ່ອນກອງປະຊຸມໃຫຍ່ຂອງແຕ່ລະພັກ ກໍ່ຄື ການພົບປະລະຫວ່າງການນໍາຂັ້ນສູງສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ, ການກະກຽມໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງສອງລັດຖະບານ ຄັ້ງທີ 47 ໃນຕົ້ນປີ 2025. ໃນໂອກາດດຽວກັນນີ້, ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ການນຳຂັ້ນສູງ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນສູງແກ່ ສປປ ລາວ ຕະຫຼອດມາ ບໍ່ວ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປະຈຸບັນ. ພິເສດ, ກໍ່ແມ່ນການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງຈິງໃຈຕໍ່ການເປັນປະທານໝູນວຽນກອງປະຊຸມອາຊຽນ ແລະ ໄອປາ ຂອງ ສປປ ລາວ ໃນປີ 2024 ນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນາ.

ໃນໂອກາດດຽວກັນ, ສະຫາຍ ບຸຍ ແທງເຊີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດຮັກແພງຖານສະຫາຍອ້າຍນ້ອງ ຈາກ ສະຫາຍ ໂຕ ເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ສະຫາຍ ເລືອງ ເກືອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ ກໍ່ຄື ການນຳພັກ, ລັດຖະບານ ແຫ່ງ ສສ ຫວຽດນາມ ມາຍັງຄູ່ຮ່ວມຕຳແໜ່ງຝ່າຍລາວ. ພ້ອມນີ້, ກໍ່ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບຜົນສຳເລັດຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງ ຄະນະຜູ້ແທນສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ, ເຊິ່ງໄດ້ປຶກສາຫາລືກ່ຽວກັບການຮ່ວມມືສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ ໃຫ້ມີປະສິດທິຜົນສູງສຸດ, ພ້ອມນັ້ນ ກໍ່ໄດ້ແລກປ່ຽນຄຳຄິດເຫັນຕໍ່ບັນຫາສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ; ລັດຖະບານ ຫວຽດນາມ ຍິນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ໃນເວທີພາກພື້ນ ແລະ ສາກົນ.