ສານອວຍພອນວັນຊາດ ແຫ່ງ ຣາຊະອານາຈັກໄທ ຈາກ ການນໍາຂັ້ນສູງ ແຫ່ງ ສປປ ລາວ ເຖິງ ຄູ່ຮ່ວມຕໍາແໜ່ງ ແຫ່ງ ຣາຊະອານາຈັກໄທ

06/12/2024

                                                                                                                                                                                                                                                                                                                                                        ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ 2024

ພະບາດສົມເດັດ,

ເນື່ອງໃນໂອກາດ ວັນຄ້າຍວັນພະບໍຣົມມະຣາດຊະສົມພົບ ພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ລາຊະອານາຈັກໄທ, ໃນນາມປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະບາດສົມເດັດ, ພະລາຊີນີ, ພະບໍຣົມວົງສານຸວົງທຸກພະອົງ ແລະ ປະຊາຊົນໄທພີ່ນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມເພິ່ງພໍໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຖານປະເທດບ້ານໃກ້ເຮືອນຄຽງ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລາວ-ໄທ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ນັບມື້ນັບຫຼາຍຂຶ້ນ, ພ້ອມກັນນັ້ນ ກໍ່ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະໃນໂລກ.

ປີ 2025 ທີ່ຈະມາເຖິງນີ້ ເປັນຂີດໝາຍທີ່ມີຄວາມສຳຄັນຍິ່ງໃນການພົວພັນ ລາວ-ໄທ, ພວກເຮົາຈະຮ່ວມກັນສະເຫຼີມສະຫຼອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ດ້ວຍຫຼາຍກິດຈະກຳທີ່ເຕັມໄປດ້ວຍເນື້ອໃນທີ່ເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ ເພື່ອໃຫ້ປະຊາຊົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງຊາດ ລາວ-ໄທ ມີຄວາມເຂົ້າໃຈ, ເອກອ້າງທະນົງໃຈ ແລະ ສືບສານຕໍ່ໆໄປ.

ເນື່ອງໃນໂອກາດອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າ ຂໍໃຫ້ພະອົງ ຈົ່ງກະລຸນາຮັບເອົາຄຳອວຍພອນໄຊອັນປະເສີດຈາກຂ້າພະເຈົ້າ ແລະ ຂໍໃຫ້ ພະບາດສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ອາຍຸຍິ່ງຍືນນານ, ເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນຊາວໄທ ກໍ່ຄື ເພື່ອຄວາມຈະເລີນງອກງາມຂອງ ສາຍພົວພັນມິດຕະພາບສອງຊາດ ລາວ - ໄທ ຕະຫຼອດໄປ ແລະ ຂໍສົ່ງຄໍາອວຍພອນໄຊແດ່ ພະລາຊີນີ ພ້ອມດ້ວຍ ພະບໍຣົມວົງສານຸວົງທຸກພະອົງ ຈົ່ງມີພະກະເສມສຳລານມານະໂອກາດນີ້ດ້ວຍ.

ດ້ວຍຄວາມນັບຖືຢ່າງສູງ,

 

                                                                                                                                                                                                                                           ທອງລຸນ ສີສຸລິດ

 

ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ

ແຫ່ງ ລາຊະອານາຈັກໄທ

ທີ່ ບາງກອກ

 

****************************************************

 

                                                                                                                                                                                                                                                                                                                                                                   ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ 2024

 

ພະນະທ່ານ,

ເນື່ອງໃນໂອກາດ ອັນສະຫງ່າລາສີ ແຫ່ງ ວັນຄ້າຍວັນສະເຫຼີມພະຊົນພັນສາ ຂອງ ພະບາດສົມເດັດ        ພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ມີສາຍພົວພັນມິດຕະພາບແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ແລະ  ໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນເປັນກ້າວໆ ຕະຫຼອດຊຸມປີທີ່ຜ່ານມາ. ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຕີລາຄາສູງຕໍ່ການພົບປະສອງຝ່າຍ ໃນໂອກາດທີ່ ພະນະທ່ານ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8 ຕຸລາ 2024 ຜ່ານມາ, ຊຶ່ງພວກເຮົາໄດ້ຮ່ວມກັນປືກສາຫາລືຫຼາຍດ້ານ ເປັນຕົ້ນແມ່ນການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດທາງດ້ານຄົມມະນາຄົມ ແລະ ດ້ານພະລັງງານ ກໍຄືການຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານ ວ່າດ້ວຍຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ໃຫ້ປະກົດຜົນເປັນຮູບປະທໍາ ເພື່ອສ້າງຄວາມເຂັ້ມແຂງ ແລະ ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ. ໃນປີ 2025 ທີ່ຈະມາເຖິງ ເປັນປີທີ່ມີຄວາມໝາຍຄວາມສຳຄັນ, ຊຶ່ງສອງລັດຖະບານ ແລະ ປະຊາຊົນສອງປະເທດພວກເຮົາ ຈະໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ໃຫ້ເຕັມໄປດ້ວຍເນື້ອໃນ ແລະ ມີບັນຍາກາດຟົດຟື້ນ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານ ພ້ອມດ້ວຍຄອບຄົວ ແລະ ປະຊາ ຊົນໄທທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດຂອງພະນະທ່ານ

ດ້ວຍຄວາມນັບຖືຢ່າງສູງ,

 

                                                                                                                                                                                                                                        ສອນໄຊ ສີພັນດອນ

 

ພະນະທ່ານ ນາງ ແພທອງທານ ຊິນນະວັດ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

 

********************************************************

 

                                                                                                                                                                                                                                                                                                                                                                 ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ 2024

ພະນະທ່ານ,

ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຄ້າຍວັນສະເຫຼີມພະຊົນພັນສາຂອງ ພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຕີລາຄາສູງຕໍ່ການພົບປະສອງຝ່າຍໃນໂອກາດທີ່ ພະນະທ່ານ ເດີນ ທາງຢ້ຽມຢາມເຮັດວຽກ ທີ່ ສປປ ລາວ ໃນວັນທີ 30 ພຶດສະພາ 2024 ທີ່ຜ່ານມາ, ເຊິ່ງພວກເຮົາໄດ້ຮ່ວມກັນປືກສາຫາລື ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ດ້ວຍຄວາມມີໄມຕີຈິດມິດຕະພາບ ແລະ ກົງໄປກົງມາ ກໍຄືການຈັດຕັ້ງຜັນຂະຫຍາຍຜົນຂອງການພົບປະຢ່າງເປັນທາງການຂອງ ພະນະທ່ານ ນາຍົກລັດຖະມົນຕີຂອງສອງປະເທດ ອັນໄດ້ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມຮ່ວມກັນຂອງພວກເຮົາ ໃນການຊຸກຍູ້ຈັດຕັ້ງປະຕິບັດບັນດາກົນໄກການຮ່ວມມືສອງຝ່າຍ ແລະ ໂຄງການຮ່ວມມືຕ່າງໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ທັງເປັນການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ອະນຸພາກພື້ນ ແລະ ຄອບຄົວອາຊຽນຂອງພວກເຮົາ. ພິເສດ, ໃນປີ 2025 ທີ່ຈະໝູນວຽນມາເຖິງນີ້ເປັນປີແຫ່ງການສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງຊາດ ລາວ-ໄທ ຄົບຮອບ 75 ປີ, ເຊິ່ງສອງກະຊວງການຕ່າງປະເທດພວກເຮົາຈະໄດ້ຮ່ວມກັນເປັນໃຈກາງໃນການປະສານສົມທົບສ້າງຂະບວນການ ເພື່ອຮັບຕ້ອນວັນສຳຄັນດັ່ງກ່າວໃຫ້ເຕັມໄປດ້ວຍເນື້ອໃນ ແລະ ມີບັນຍາກາດມ່ວນຊື່ນ.   

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານ ພ້ອມດ້ວຍຄອບຄົວ ແລະ ພະນັກງານກະ ຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ.

ດ້ວຍຄວາມນັບຖືຢ່າງສູງ,

 

                                                                                                                                                                                                                                       ທອງສະຫວັນ ພົມວິຫານ

 

ພະນະທ່ານ ມາຣິດ ສະງ່ຽມພົງ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ

ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ