ກອງປະຊຸມ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ໄລຍະປີ 2022 - 2026

03/12/2024

ກອງປະຊຸມ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື  ເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ໄລຍະປີ 2022 - 2026

ໃນວັນທີ 03 ພະຈິກ 2024 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ເຊິ່ງແບ່ງເປັນ 02 ພາກ ຄືພາກເຊົ້າເປັນກອງປະຊຸມປຶກສາຫາລືວຽກວິຊາສະເພາະ ຂັ້ນວິຊາການ ແລະ ພາກບ່າຍ ເປັນກອງປະຊຸມຂັ້ນສູງ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ. ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອທົບທວນຂໍ້ຕົກລົງວ່າດ້ວຍອະນາຄົດສໍາລັບ ສປປ ລາວ; ປຶກສາຫາລືແລກປ່ຽນທັດສະນະການຈັດຕັ້ງປະຕິບັດຂອບວຽກການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ (UNSDCF) ໄລຍະປີ 2022-2026, ເພື່ອປະເມີນຜົນການຈັດຕັ້ງປະຕິບັດຂອບວຽກ ແລະ ການປັບປຸງຂໍ້ກໍານົດບັນດາແຜນວຽກບູລິມະສິດ ຂອງຄະນະກໍາມະການ JSC ກ່ຽວກັບການພັດທະນາຂອງ ສປປ ລາວ ໃນປີ 2024 ແລະ ບູລິມະສິດ ສໍາລັບປີ 2025 ທີ່ຈະບັນຈຸເຂົ້າໃນແຜນວຽກຮ່ວມ; ການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ໃນການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ແລະ ການຮັບຮອງເອົາຂໍ້ກໍານົດໜ້າວຽກຂອງຄະນະກໍາມະການ JSC ສະບັບປັບປຸງ.

ກອງປະຊຸມ ໄດ້ຮ່ວມກັນປຶກສາຫາລື ເພື່ອສົ່ງເສີມກົນໄກການຮ່ວມມືດັ່ງກ່າວ, ລວມທັງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການພັດທະນາຂອງລັດຖະບານ ໃຫ້ສໍາເລັດຕາມຄາດໝາຍ ໂດຍໄດ້ລົງເລິກເເຜນງານກິດຈະກໍາບູລິມະສິດ ເເລະ ບັນດາສິ່ງທ້າທາຍຕ່າງໆພາຍໃຕ້ 04 ຄາດໝາຍຫຼັກຂອງຂອບການຮ່ວມມື UNSDCF 2022-2026 ຄື: 1. ຊີວິດການເປັນຢູ່ທີດີ; 2. ຄວາມຈະເລີນຮຸ່ງເຮືອງທີ່ກວມລວມ; 3. ການຄຸ້ມຄອງບໍລິຫານລັດ ເເລະ ການປົກຄອງດ້ວຍກົດໝາຍ; ແລະ 4. ສິ່ງເເວດລ້ອມ, ການປ່ຽນເເປງດິນຟ້າອາກາດ ເເລະ ການສ້າງຄວາມທົນທານ,  ພ້ອມທັງການທົບທວນກາງສະໄໝຂອງບັນດາເອກະສານຫົວໜ້າແຜນງານ, ການປະເມີນການຈັດຕັ້ງປະຕິບັດຂອບວຽກຮ່ວມມື UNSDCF 2022-2026 ນັ້ນ ຈະເປັນຂໍ້ມູນໃນການຕິດຕາມ ແລະ ຊ່ວຍໃນການແກ້ໄຂບັນດາຂໍ້ຄົງຄ້າງທີ່ມີໃຫ້ປະກົດຜົນເປັນຈິງ.

ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມລະດັບສູງ ຂອງຄະນະກໍາມະການຊີ້ນໍາຮ່ວມ JSC, ເຊິ່ງນອກຈາກເປັນເວທີປຶກສາຫາລືຂັ້ນສູງ ກໍ່ຍັງເປັນກົນໄກທີ່ສຳຄັນໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານ ການຮ່ວມມືຍ່ອຍຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ, ທີ່ໄດ້ໃຫ້ການສະໜັບສະໜູນ ໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX, ເຊິ່ງໄດ້ຮັບຮອງເອົາຂໍ້ກໍານົດແຜນວຽກຂອງຄະນະກໍາມະການ JSC. ນອກນີ້, ການພັນຂະຫຍາຍການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍອະນາຄົດສໍາລັບ ສປປ ລາວ ໃນຕໍ່ໜ້າທີ່ໄດ້ຖືກຮັບຮອງໃນກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 79, ທີ່ ນິວຢອກ ສ. ອາເມລິກາ ແມ່ນຈະຕ້ອງສອດຄ່ອງກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ໃນປັດຈຸບັນໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ທ່ານ  Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ເນັ້ນຢໍ້າວ່າ ຄະນະກໍາມະການຊີ້ນໍາຮ່ວມ JSC ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດຂອບວຽກການຮ່ວມມື UNSDCF 2022-2026 ຮ່ວມກັບ ຄູ່ຮ່ວມມືພາກລັດຂອງ ສປປ ລາວ ແລະ ຄູ່ຮ່ວມມືຈາກສາກົນ ກໍ່ຄື ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນ ຢ່າງມີວິໄສທັດ ແລະ ແຜນງານໃນທິດທາງດຽວກັນ. ກອງປະຊຸມ ໄດ້ທົບທວນຄືນຜົນສຳເລັດຂອງການຮ່ວມມື ໃນໄລຍະ ໜຶ່ງປີທີ່ຜ່ານມາ ແລະ ຮ່ວມກັນວາງແຜນທິດທາງການຮ່ວມມືຂອງແຕ່ລະຂະແໜງການໃນຕໍ່ໜ້າ ຕາມແຜນການຮ່ວມມື ແລະ ດັດປັບໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ກໍ່ຄືແຜນບຸລິມະສິດ ປະຈຳປີ ຂອງຂະແໜງການພາກລັດ ແນໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.

ກອງປະຊຸມໃນມື້ນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ ເປັນຕົ້ນແມ່ນໄດ້ຮັບຮອງເອົາວິທີການຈັດຕັ້ງປະຕິບັດໃນດ້ານຫຼັກການ ວຽກຂອງຄະນະກໍາມະການ JSC ສະບັບໃໝ່ ແລະ ປຶກສາຫາລື ແຜນການຈຸດສຸມການຮ່ວມມື ໃນ 04 ຂົງເຂດບຸລິມະສິດ ເຊິ່ງຈະເປັນບ່ອນອີງສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດ ຂອບການຮ່ວມມື UNSDCF 2022-2026  ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ.