08/11/2024
ໃນວັນທີ 23 ຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ. ຣັດເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມີໂອກາດພົບປະກັນໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ອາແຊກບາຍຢານ ທີ່ໄດ້ຮັບການພັດທະນາເປັນກ້າວໆ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1995 ເປັນຕົ້ນມາ, ໂດຍໄດ້ມີການແລກປ່ຽນການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງ ແລະ ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ສອງຝ່າຍ ຢືນຢັນຄວາມມຸ່ງໝັ້ນໃນການເສີມຂະຫຍາຍການພົວພັນ ລະຫວ່າງສອງປະເທດໃຫ້ນັບມື້ກວ້າງຂວາງ ແລະ ແໜ້ນແຟ້ນ ໂດຍສະເພາະໂອກາດ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ທີ່ຈະມາເຖິງນີ້ ຈະໄດ້ຮ່ວມກັນແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເສີມຂະຫຍາຍການພົວພັນຮ່ວມມືທາງດ້ານເສດຖະກິດ-ສັງຄົມ ແລະ ເປັນເອກະພາບກັນ ໃຫ້ມີການສ້າງຕັ້ງກົນໄກປຶກສາຫາລື ແລະ ຮ່ວມມື ທາງດ້ານເສດຖະກິດ-ສັງຄົມ ລະຫວ່າງສອງປະເທດ ໃນຕໍ່ຫນ້ານີ້ ເພື່ອ ສົ່ງເສີມການຄ້າ, ການລົງທຶນ, ການສຶກສາ, ພະລັງງານ, ການທ່ອງທ່ຽວ ແລະ ດ້ານອື່ນໆ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ພະນະທ່ານ ອິວຮາມ ເຮດາ ອັກລື ອາລີເຢບ, ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ສະດວກ ແລະ ເໝາະສົມ, ເຊິ່ງ ພະນະທ່ານ ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ກໍໄດ້ຕອບຮັບການເຊື້ອເຊີນດັ່ງກ່າວ.